ແກ້ກັມ
ໜ້າ/ 52
ມັກຂະລິໂມຄະບຸຣຸສ ເກີດຂຶ້ນໃນໂລກ ເປັນເໝືອນກັບຜູ້ວາງເຄື່ອງດັກມະນຸສໄວ້ ບໍ່ແມ່ນເພື່ອຄວາມເກື້ອກູນ, ແຕ່ເພື່ອຄວາມທຸກຂ໌ ຄວາມວອດວາຍ ຄວາມຈິບຫາຍ ແກ່ສັຕທັງຫຼາຍເຊັ່ນນັ້ນ.
ຕິກ. ອັງ. ໒໐/໓໖໙/໕໗໗.
ຜົລຂອງກັມ
ແບ່ງໂດຍໄລຍະເວລາການໃຫ້ຜົລ
ພຸດທະວະຈະນະ - ໝວດທັມ
໒໑
ໄລຍະເວລາການໃຫ້ຜົລຂອງກັມ
ພິກຂຸທັງຫຼາຍ !
ວິບາກ (ຜົລແຫ່ງການເຮັດ) ແຫ່ງກັມທັງຫຼາຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ !
ເຮົາກ່າວວິບາກແຫ່ງກັມທັງຫຼາຍ ວ່າມີຢູ່ ໓ ຢ່າງ
ຄື :-
ວິບາກໃນທິຕຖະທັມ (ຄືທັນດ່ວນ) ຫຼືວ່າ
ວິບາກໃນອຸປະປັຊຊະ (ຄືໃນເວລາຕໍ່ໄປ) ຫຼືວ່າ
ວິບາກໃນອະປະຣະປະຣິຢາຢະ (ຄືໃນເວລາຕໍ່ໆໄປອີກ).
ພິກຂຸທັງຫຼາຍ !
ນີ້ເຮົາກ່າວວ່າ ວິບາກແຫ່ງກັມທັງຫຼາຍ.
ສັກກ. ອັງ. ໒໒/໔໖໕/໓໓໔.
ຜົລຂອງກັມ
ແບ່ງໂດຍຜົລທີ່ໄດ້ຮັບ
ພຸດທະວະຈະນະ - ໝວດທັມ
໒໒
ຜູ້ສະຫລາດໃນເລື່ອງວິບາກແຫ່ງກັມ
ບຸກຄົນເປັນພຣາມ ເພາະຊາຕ (ກໍາເນີດ) ກໍບໍ່ແມ່ນ,
ຈະບໍ່ແມ່ນພຣາມ ເພາະຊາຕກໍບໍ່ແມ່ນ :
ບຸກຄົນເປັນພຣາມເພາະກັມ;
ບໍ່ເປັນພຣາມ ກໍເພາະກັມ.
ບຸຸຄຄົນເປັນຊາວນາ ກໍເພາະກັມ;
ເປັນສິລະປິນກໍເພາະກັມ,
ບຸກຄົນເປັນພໍ່ຄ້າ ກໍເພາະກັມ;
ເປັນຄົນຮັບໃຊ້ ກໍເພາະກັມ,
ບຸກຄົນແມ່ນແຕ່ເປັນໂຈຣ ກໍເພາະກັມ;
ເປັນນັກຮົບ ກໍເພາະກັມ,
ບຸກຄົນເປັນປຸໂຣຫິດ ກໍເພາະກັມ;
ແມ່ນວ່າເປັນພະຣາຊາ ກໍເພາະກັມ,
ສະບັບ : ແກ້ກັມ
ບັນດິຕທັງຫຼາຍ
ຍ່ອມເຫັນຊຶ່ງກັມນັ້ນ ຕາມທີ່ເປັນຈິງເຊັ່ນນີ້.
ຊື່ວ່າເປັນຜູ້ເຫັນຊຶ່ງປະຕິຈຈະສະມຸບມາດ
ເປັນຜູ້ສະຫລາດໃນເລື່ອງວິບາກແຫ່ງກັມ.
ໂລກ ຍ່ອມເປັນໄປຕາມກັມ
ໝູ່ສັຕ ຍ່ອມເປັນໄປຕາມກັມ
ສັຕທັງຫຼາຍ ມີກັມເປັນເຄື່ອງຈ່ອງຮັດ
ເໝືອນຫຼິ້ມສະລັກຂັດຢຶດລົດທີ່ກໍາລັງແລ່ນໄປຢູ່...
ສຸ. ຂຸ. ໒໕/໔໕໗/໓໘໒.
ພຸດທະວະຈະນະ - ໝວດທັມ
໒໓
ເຫຕໃຫ້ໄດ້ຄວາມເປັນຜູ້ມີຮູບງາມ
ມີຊັບຫຼາຍແລະສູງສັກ
ມັນລິກາ ! ມາຕຸຄາມບາງຄົນໃນໂລກນີ້ ບໍ່ເປັນຜູ້ມັກຮ້າຍ ບໍ່ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກວ່າແມ່ນຫຼາຍກໍບໍ່ຂັດເຄືອງ ບໍ່ສູນຄຽດ ບໍ່ກະຟຶດກະຟັດ ບໍ່ເຄືອງແຄ້ນ ບໍ່ສະແດງຄວາມຮ້າຍ ຄວາມຂັດເຄືອງແລະຄວາມບໍ່ພໍໃຈໃຫ້ປາກົດ ເປັນຜູ້ໃຫ້ທານ ຄື ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ແກ່ສະມະນະຫຼືພຣາມ ແລະຖ້າມາຕຸຄາມນັ້ນ ຈຸຕິຈາກອັຕຕະພາບນັ້ນແລ້ວ ມາສູ່ຄວາມເປັນເຊັ່ນນີ້ ກັບມາເກີດໃນຊາຕໃດ ໆ ຍ່ອມເປັນຜູ້ມີຮູບງາມໜ້າເບິ່ງ ໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນງາມຍິ່ງແທ້ ທັງເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະສົມບັດຫຼາຍແລະສູງສັກ.
ຈະຕຸກກ. ອັງ. ໒໑/໒໗໘/໑໙໗.
ສະບັບ : ແກ້ກັມ
໒໔
ຜົລຂອງໃຫ້ທານແບບຕ່າງ ໆ
ພິກຂຸທັງຫຼາຍ ! ສັບປຸຣິສະທານ ໕ ປະການນີ້ ໕ ປະການເປັນແນວໃດໜໍ ຄື :-
໑. ຍ່ອມໃຫ້ທານດ້ວຍສັທທາ
໒. ຍ່ອມໃຫ້ທານໂດຍເຄົາລົບ
໓. ຍ່ອມໃຫ້ທານໂດຍກາລອັນຄວນ
໔. ເປັນຜູ້ມີຈິຕອະນຸເຄາະໃຫ້ທານ
໕. ຍ່ອມໃຫ້ທານບໍ່ກະທົບຕົນແລະບໍ່ກະທົບຜູ້ອື່ນ
ພິກຂຸທັງຫາຍ ! ສັຕຕະບຸຣຸສ
(໑) ຄັນໃຫ້ທານດ້ວຍສັທທາແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫຼາຍມີໂພຄະຊັບຫຼາຍ
ແລະເປັນຜູ້ມີຮູບງາມ ໜ້າເບິ່ງ ໜ້າເຫຼື້ອມໃສປະກອບດ້ວຍຜິວພັນງາມຍິ່ງແທ້ ໃນບ່ອນທີ່ທານນັ້ນໃຫ້ຜົລ.
(໒) ຄັນໃຫ້ທານໂດຍເຄົາລົບແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຊັບຫຼາຍ
ພຸດທະວະຈະນະ - ໝວດທັມ
ແລະເປັນຜູ້ມີບຸຕພັນລະຍາ ທາສ ຄົນໃຊ້ຫຼືຄົນງານ ເປັນຜູ້ເຊື່ອຟັງ ຫງ່ຽງໂສຕະລົງສະດັບຄໍາສັ່ງ ຕັ້ງໃຈໃຝ່ຮູ້ ໃນບ່ອນທີ່ທານນັ້ນໃຫ້ຜົລ.








