ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຈຸນທະ ! ບຸຄຄົນປະກອບດ້ວຍ ອະກຸສົລກັມມະບົດສິບເຫຼົ່ານີ້ ລຸກຈາກບ່ອນນອນຕາມເວລາແຫ່ງຕົນແລ້ວ ແມ່ນວ່າຈະລູບແຜ່ນດິນ ກໍເປັນຄົນສະອາດໄປບໍ່ໄດ້, ແມ່ນວ່າຈະບໍ່ລູບແຜ່ນດິນ ກໍເປັນຄົນສະອາດໄປບໍ່ໄດ້ ; ແມ່ນວ່າຈະຈັບຂີ້ງົວສົດ ກໍເປັນຄົນສະອາດໄປບໍ່ໄດ້ ; ແມ່ນວ່າຈະບໍ່ຈັບຂີ້ງົວສົດ ກໍເປັນຄົນສະອາດໄປບໍ່ໄດ້ ;
ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໖໗
ແມ່ນວ່າຈະຈັບຫຍ້າຂຽວ ກໍເປັນຄົນສະອາດໄປບໍ່ໄດ້, ແມ່ນວ່າຈະບໍ່ຈັບຫຍ້າຂຽວກໍເປັນຄົນສະອາດໄປບໍ່ໄດ້ ; ແມ່ນວ່າຈະບູຊາໄຟ ກໍເປັນຄົນສະອາດໄປບໍ່ໄດ້, ແມ່ນວ່າຈະບໍ່ບູຊາໄຟ ກໍເປັນຄົນສະອາດໄປບໍ່ໄດ້ ; ແມ່ນວ່າຈະໄຫວ້ດວງອາທິຕ ກໍເປັນຄົນສະອາດໄປບໍ່ໄດ້, ແມ່ນວ່າຈະບໍ່ໄຫວ້ດວງອາທິຕ ກໍເປັນຄົນສະອາດໄປບໍ່ໄດ້ ; ແມ່ນວ່າຈະລົງນໍ້າໃນເວລາແລງເປັນຄັ້ງທີສາມ ກໍເປັນຄົນສະອາດໄປບໍ່ໄດ້ ; ແມ່ນວ່າຈະບໍ່ລົງນໍ້າໃນແວລາແລງເປັນຄັ້ງທີສາມ ກໍເປັນຄົນສະອາດໄປບໍ່ໄດ້.
ຂໍ້ນັ້ນ ເພາະເຫຕໃດໜໍ ? ຈຸນທະ ! ເພາະເຫຕວ່າ ອະກຸສົລກັມມະບົດ ສິບປະການເຫຼົ່ານີ້ ເປັນໂຕຄວາມບໍ່ສະອາດ ແລະເປັນເຄື່ອງເຮັດຄວາມບໍ່ສະອາດ. ຈຸນທະ ! ອີກຢ່າງໜຶ່ງ ເພາະມີການປະກອບດ້ວຍ ອະກຸສົລກັມະບົດທັງສິບປະການເຫຼົ່ານີ້ເປັນເຫຕ ນະຣົກຍ່ອມປາກົດ ກໍາເນີດເດຣັດສານຍ່ອມປາກົດ ເປຕະວິສັຍຍ່ອມປາກົດ ຫຼືວ່າ ທຸຄະຕິໃດໆແມ່ນວ່າອື່ນອີກຍ່ອມມີ.
(ການປະຕິບັຕ ມີການຈັບແຜ່ນດິນ ຈັບຂອງຂຽວ ໃນເວລາຕື່ນນອນ ເປັນຕົ້ນ ເພື່ອເປັນຜູ່ມີຄວາມບໍຣິສຸດສະອາດນັ້ນ ເປັນລັດທິຄໍາສອນຂອງພຣາມຊາວບ້ານປັດສາພູມ ຜູ່ຖືກະມັນດະລຸ (ພາຊະນະໃສ່ນໍ້າມີພວຍ) ສວມພວງມາໄລເສວາລ (ສາງດ້ວຍຫຍ້າມອສ ແລະ ພືດໃນນໍ້າ) ບໍາເລີໄຟ ລົງນໍ້າ ເປັນລັດທິທ່ານຈຸນທະກັມມາຣະບຸຕ ເຄີຍພໍໃຈມາກ່ອນ ເມື່ອມາເຝົ້າພຣະພຸດທະເຈົ້າ, ໄດ້ຕຣັດວ່າ ນັ້ນບໍ່ແມ່ນຄວາມສະອາດໃນອະຣິຍະວິນັຍ, ເມື່ອທ່ານຈຸນທະ ທູນຂໍໃຫ້ຕຣັດຄວາມສະອາດໃນອະຣິຍະວິນັຍ ກໍໄດ້ຕຣັດຂໍ້ຄວາມດັ່ງກ່າວເບື້ອງຕົ້ນ ຊຶ່ງເປັນເລື່ອງຄວາມບໍ່ສະອາດ ; ແລ້ວໄດ້ຕຣັດເລື່ອງຂອງຄວາມສະອາດ ອີກດັ່ງຕໍໄປນີ້ :-)
ຂ. ຄວາມສະອາດ
ຈຸນທະ ! ຄວາມສະອາດທາງກາຍມີ ໓ ຢ່າງ ຄວາມສະອາດທາງວາຈາມີ ໔ ຢ່າງ ຄວາມສະອາດທາງໃຈມີ ໓ ຢ່າງ.
໑໕໖໘ ອະຣິຍະສັຈຈ໌ຈາກພະໂອຖະ
ຈຸນທະ ! ຄວາມສະອາດທາງກາຍ ມີ ໓ ຢ່າງ ນັ້ນເປັນແນວໃດໜໍ ? ຈຸນທະ ! ບຸຄຄົນບາງຄົນໃນກໍລະນີນີ້ ຢຸດການເຮັດໃຫ້ສັຕມີປານະໃຫ້ມອດມ້ອຍ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ເກື້ອກູນແກ່ສັຕທັງຫຼາຍຢູ່ ; ຢຸດການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເວັ້ນຂາດຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ບໍ່ຖືເອົາຊັບ ແລະອຸປະກອນແຫ່ງຊັບ ອັນເຈົ້າຂອງບໍ່ໄດ້ໃຫ້ ໃນບ້ານກໍດີ ໃນປ່າກໍດີ ດ້ວຍອາການແຫ່ງຂີ້ລັກ ; ຢຸດການປະພຶຕຜິດໃນກາມ ເວັ້ນຂາດຈາກການປະພຶຕຜິດໃນກາມ, (ຄືເວັ້ນຈາກການປະພຶຕຜິດ) ໃນຍິງຊຶ່ງມານດາຮັກສາ ບິດາຮັກສາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ຫຼືພີ່ນ້ອງຮັກສາ ອັນທັມຮັກສາ ເປັນຍິງມີສາມີ ຍິງນັກໂທດ ໂດຍທີ່ສຸດແມ່ນແຕ່ຍິງທີ່ເຂົາໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ບໍ່ເປັນຜູ່ປະພຶຕຜິດຈາຮີດໃນຮູບແບບເຫຼົ່ານັ້ນ. ຈຸນທະ ! ເຊັ່ນນີ້ແລ ເປັນຄວາມບໍ່ສະອາດທາງກາຍ ໓ ຢ່າງ.








