ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຂາກການລ້າງຜານພືດຊະຄາມ ແລະ ພູຕະຄາມ. ເປັນຜູ່ສັນອາຫາຣມື້ໜຶ່ງພຽງຄາບດຽວ ເວັ້ນຈາກການສັນໃນຣາຕຣີ ແລະວິກາລ. ເປັນຜູ່ເວັ້ນຂາດຈາກການຟ້ອນລໍາ ການຂັບຮ້ອງ ການເສບງັນ ແລະ ການເບິ່ງການຫຼິ້ນ ຊະນິດເປັນຂ້າເສິກແກ່ກຸສົລ. ເປັນຜູ່ເວັ້ນຂາດຈາກການປະດັບປະດາ ຄືທັດຊົງ ຕົກແຕ່ງດ້ວຍມາລາ ແລະຂອງຫອມ ແລະເຄື່ອງລູບທາ. ເປັນຜູ່ເວັ້ນຂາດຈາກການນອນເທິງບ່ອນນອນສູງໃຫຍ່. ເປັນຜູ່ເວັ້ນຂາດຈາກການຮັບເງິນ ແລະຄໍາ. ເປັນຜູ່ເວັ້ນຂາດຈາກການຮັບເຂົ້າເປືອກ. ເປັນຜູ່ເວັ້ນຂາດຈາກການຮັບຊີ້ນດິບ. ເປັນຜູ່ເວັ້ນຂາດຈາກການຮັບຍິງ ແລະເດັກຍິງ. ເປັນຜູ່ເວັ້ນຂາດຈາກການຮັບທາສຍິງ ແລະທາສຊາຍ. ເປັນຜູ່ເວັ້ນຂາດຈາກການຮັບແບ້ ແກະ ໄກ່ ໝູ ຊ້າງ ງົວ ມ້າ ລາ ທັງຜູ່ ແລະແມ່. ເປັນຜູ່ເວັ້ນຂາດຈາກການຮັບດິນນາ ດິນສວນ. ເປັນຜູ່ເວັ້ນຂາດຈາກການຮັບໃຊ້ເປັນທູດ ໄປໃນບ່ອນຕ່າງໆ (ໃຫ້ຄະລືຫັດ). ເປັນຜູ່ເວັ້ນຂາດຈາກການຊື້ ແລະການຂາຍ. ເປັນຜູ່ເວັ້ນຂາດຈາກການໂກງດ້ວຍຊິງຊັ່ງ ການລວງດ້ວຍຂອງປອມ ແລ ການສໍ້ດ້ວຍເຄື່ອງນັບ (ເຄື່ອງຕວງ ແລະເຄື່ອງວັດ). ເປັນຜູ່ເວັ້ນຂາດຈາກການໂກງດ້ວຍການຮັບສິນບົນ ແລະລໍ້ລວງ. ເປັນຜູ່ເວັ້ນຂາດຈາກການຕັດ ການຂ້າ ການຄຸມຂັງ ການຜົກຈອບທໍາຮ້າຍ ການປຸ້ນ ແລະການດຶງແລ່ນ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງໆ. (ຈົບຈຸລະສີລ)

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໔໓

ຂ. ອາການທີ່ເຖິງພ້ອມດ້ວຍສີລ (ຂັ້ນມັດຊິມະສີລ)

(ໝວດພືດຊະຄາມ ພູຕະຄາມ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເຮັດໃຫ້ພືດຊະຄາມ ແລະພູຕະຄາມ ໃຫ້ກໍາເລີບ ກ່າວຄື ພືດທີ່ເກີດຈາກຮາກ ພືດທີ່ເກີດຈາກລໍາຕົ້ນ ພືດທີ່ເກີດຈາກໝາກ ພືດທີ່ເກີດຈາກຍອດ ແລະພືດທີ່ເກີດຈາກແກ່ນເປັນທີຫ້າ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການເຮັດໃຫ້ພືດຊະຄາມ ແລະພູຕະຄາມ ເຫັນປານນັ້ນ ໃຫ້ກໍາເລີບແລ້ວ. ແມ່ນວ່ານີ້ ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດການບໍຣິໂພຄສະສົມ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ບໍຣິໂພຄສະສົມຢູ່ ກ່າວຄື ສະສົມເຂົ້າ ສະສົມນໍ້າ ສະສົມຜ້າ ສະສົມຍານພາຫະນະ ສະສົມເຄື່ອງນອນ ສະສົມເຄື່ອງຫອມ ສະສົມອາມິສ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການບໍຣິໂພຄສະສົມເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດເບິ່ງການຫຼິ້ນ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ປະກອບດ້ວຍ ການເບິ່ງສິ່ງສະແດງ ອັນເປັນຂ້າເສິກຕໍ່ກຸສົລຢູ່ ກ່າວຄື ການຟ້ອນ ການຂັບລໍາ ການເສບງັນ ໄມ້ລອຍ ການເລົ່ານິຍາຍ ການຕົບມື ຕີຄ້ອງ ຕີກອງ ປະດັບບ້ານເມືອງ ກາຢະກັມຈັນທານ ຫຼິ້ນໜ້າຂອນ ຊົນຊ້າງ ແຂ່ງມ້າ ຊົນຄວາຍ ຊົນງົວ ຊົນແບ້ ຊົນແກະ ຕີໄກ່ ຕີນົກກະທາ ລໍາກະບອງ (ຟ້ອນງ້າວ) ຊົກມວຍ ການຣົບ ການກວດພົນ ການຍົກພົນກອງທັບ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການເບິ່ງສິ່ງສະແດງ ອັນເປັນຂ້າເສິກຕໍ່ກຸສົລ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

໑໕໔໔ ອະຣິຍະສັຈຈ໌ຈາກພະໂອຖະ

(ໝວດການພະນັນ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ປະກອບດ້ວຍການຫຼິ້ນໃນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາດກັນຢູ່ ກ່າວຄື ໝາກລຸກ ໘ ຕາ ໝາກລຸກ ໑໐ ຕາ ໝາກເກັບ ໝາກເສືອໄລ່ໝູ ໝາກຍາດຊິງໄຮ່ນາ ໂຍນບ້ວງ ໝາກຕີດັ້ງ ຟາດໃຫ້ເປັນຮູບຕ່າງໆ ໝາກກະລ໋ອກ ເປົ່າໃບໄມ້ ຫຼິ້ນໄຖນ້ອຍໆ ຕີລັງກາ ໝາກປິ່ນ ຕວງຊາຍ ລົດນ້ອຍ ທະນູນ້ອຍ ຂຽນທວາຍກັນ ທວາຍໃຈ ລໍ້ລຽນຄົນພິການ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການຫຼິ້ນໃນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາດເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດບ່ອນນັ່ງນອນສູງໃຫຍ່)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ