ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ທັມທັງປວງມີ ປັນຍາ ເປັນ ອັນດັບສູງສຸດ (ແຫ່ງຄວາມຮູ້).

ທັມທັງປວງມີ ວິມຸຕຕິ ເປັນ ແກ່ນ (ແຫ່ງຜົລທີ່ໄດ້ຮັບ).

ທັມທັງປວງມີ ອະມະຕະ (ຄວາມບໍ່ຕາຍ) ເປັນ ບ່ອນຢັ່ງລົງ (ແຫ່ງວັຕຖຸປະສົງ).

ທັມທັງປວງມີ ນິບພານ ເປັນ ທີ່ສຸດຈົບ (ແຫ່ງພຣົມມະຈັນຣຍ໌).

ພິກຂຸ ທ. ! ພວກເຈົ້າຖືກຖາມເຊັ່ນນີ້ແລ້ວ ຈົ່ງພະຍາກອນແກ່ປະຣິບພາຊົກອັນຍະເດຍຣະຖີເຫຼົ່ານັ້ນ ດັ່ງນີ້ແລ.

- ທສກ. ອັງ. ໒໔/໑໑/໕໘.

ການຈົບກິຈຈ໌ແຫ່ງອະຣິຍະສັຈຈ໌

ກໍານົດດ້ວຍຄວາມສົມບູນແຫ່ງ ຍານສາມ

໑. ພິກຂຸ ທ. ! ດວງຕາ ຍານ ປັນຍາ ວິຊຊາ ແລະແສງສະຫວ່າງຂອງເຮົາໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍ ໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ (໑). ນີ້ ເປັນຄວາມຈິງອັນປະເສີດຄື ທຸກຂ໌ (ນີ້ທ່ານເອີ້ນກັນວ່າ ສັຈຈະຍານ), ວ່າ (໒). ຄວາມຈິງອັນປະເສີດຄື ທຸກຂ໌ນີ້ ຄວນກໍານົດຮອບຮູ້ (ນີ້ທ່ານເອີ້ນກັນວ່າ ກິຈຈ໌ຈະຍານ), ວ່າ (໓). ຄວາມຈິງອັນປະເສີດຄື ທຸກຂ໌ນີ້ ເຮົາໄດ້ ກໍານົດຮອບຮູ້ແລ້ວ (ນີ້ ທ່ານເອີ້ນກັນວ່າ ກະຕະຍານ).

໒. ພິກຂຸ ທ. ! ດວງຕາ ໆລໆ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍ ໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ (໑). ນີ້ ເປັນຄວາມຈິງອັນປະເສີດຄື ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ (ນີ້ທ່ານເອີ້ນກັນວ່າ ສັຈຈະຍານ), ວ່າ (໒). ຄວາມຈິງອັນປະເສີດຄື ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ນີ້ ຄວນລະເສຍ (ນີ້ທ່ານເອີ້ນກັນວ່າ ກິຈຈ໌ຈະຍານ), ວ່າ (໓). ຄວາມຈິງອັນປະເສີດຄື ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ນີ້ ເຮົາໄດ້ ລະເສຍແລ້ວ (ນີ້ ທ່ານເອີ້ນກັນວ່າ ກະຕະຍານ).

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໓໓

໓. ພິກຂຸ ທ. ! ດວງຕາ ໆລໆ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍ ໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ (໑). ນີ້ ເປັນຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອຂອງທຸກຂ໌ (ນີ້ທ່ານເອີ້ນກັນວ່າ ສັຈຈະຍານ), ວ່າ (໒). ຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອຂອງທຸກຂ໌ນີ້ ຄວນເຮັດໃຫ້ແຈ້ງ (ນີ້ທ່ານເອີ້ນກັນວ່າ ກິຈຈ໌ຈະຍານ), ວ່າ (໓). ຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອຂອງທຸກຂ໌ນີ້ ເຮົາໄດ້ ເຮັດໃຫ້ແຈ້ງ (ນີ້ ທ່ານເອີ້ນກັນວ່າ ກະຕະຍານ).

໔. ພິກຂຸ ທ. ! ດວງຕາ ໆລະໆ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍ ໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ (໑). ນີ້ ເປັນຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌ (ນີ້ທ່ານເອີ້ນກັນວ່າ ສັຈຈະຍານ), ວ່າ (໒). ຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌ນີ້ ຄວນເຮັດໃຫ້ຈະເຣີນ (ນີ້ທ່ານເອີ້ນກັນວ່າ ກິຈຈ໌ຈະຍານ), ວ່າ (໓). ຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌ນີ້ ເຮົາໄດ້ ເຮັດໃຫ້ຈະເຣີນແລ້ວ (ນີ້ ທ່ານເອີ້ນກັນວ່າ ກະຕະຍານ).

ພິກຂຸ ທ. ! ປັນຍາເຄື່ອງຮູ້ເຫັນຕາມທີ່ເປັນຈິງ ອັນ ມີຮອບ (ປຣິວັຕ) ສາມ ມີອາການສິບສອງ ເຊັ່ນນັ້ນ ໃນອະຣິຍະສັຈຈ໌ທັງສີ່ເຫຼົ່ານີ້ ຍັງບໍ່ເປັນຂອງບໍຣິສຸດ ໝົດຈົດດ້ວຍດີແກ່ເຮົາຢູ່ພຽງໃດ ; ຕະຫຼອດການພຽງນັ້ນ ເຮົາຍັງບໍ່ປະຕິນຍາວ່າ ໄດ້ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸຕຕະຣະສັມໂພທິຍານ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສ.

ພິກຂຸ ທ. ! ເມື່ອໃດ ປັນຍາເຄື່ອງຮູ້ເຫັນຕາມທີ່ເປັນຈິງ ອັນ ມີຮອບສາມ ມີອາການສິບສອງເຊັ່ນນັ້ນ ໃນອະຣິຍະສັຈຈ໌ທັງສີ່ເຫຼົ່ານີ້ ເປັນຂອງບໍຣິສຸດໝົດຈົດດ້ວຍດີແກ່ເຮົາ ;

໑໕໓໔ ອະຣິຍະສັຈຈ໌ຈາກພະໂອຖະ

ເມື່ອນັ້ນ ເຮົາປະຕິນຍາວ່າ ໄດ້ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸຕຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສ.

ກໍແຫຼະ ຍານ ແລະທັສສະນະ ໄດ້ເກີດຂຶ້ນແລ້ວແກ່ເຮົາວ່າ “ຄວາມຫຼຸດພົ້ນຂອງເຮົາບໍ່ກັບກໍາເລີບ, ຄວາມເກີດນີ້ ເປັນຄວາມເກີດຄັ້ງສຸດທ້າຍ, ບັດນີ້ຄວາມເກີດອີກຍ່ອມບໍ່ມີ” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໒໙-໕໓໐/໑໖໖໖-໑໖໗໐.

ພາກສະຫຼຸບ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ