ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໐໙
ກາລາມະ ທ. ! ເມື່ອໃດທ່ານທັງຫຼາຍຮູ້ດ້ວຍຕົນວ່າ “ທັມເຫຼົ່ານີ້ເປັນກຸສົລ, ທັມເຫຼົ່ານີ້ບໍ່ມີໂທດ, ທັມເຫຼົ່ານີ້ວິນຍູຊົນສັນລະເສີນ, ທັມເຫຼົ່ານີ້ເຮັດເຖິງມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມສຸຂ ເປັຍເປັນປະໂຍຊນ໌ເກື້ອກູນ,” ດັ່ງນີ້ແລ້ວ ; ເມື່ອນັ້ນທ່ານ ຈົ່ງເຂົ້າເຖິງທັມເຫຼົ່ານັ້ນ ແລ້ວແລຢູ່ເຖີ້ນ” ດັ່ງນີ້ ຊຶ່ງເຮົາກ່າວແລ້ວ ເພາະອາໄສເຫຕຜົລຂ້າງເທິງນັ້ນ.
ກາລາມະ ທ. ! ອະຣິຍະສາວົກນັ້ນ ປາສະຈາກອະພິຊຊາເຊັ່ນນີ້ ປາສະຈາກພະຍາບາດເຊັ່ນນີ້ ບໍ່ມີໂມຫະ ມີສັມປະຊັນຍະ ມີສະຕິທັນຄວັນ ມີຈິຕສະຫະຣະຄະຕະດ້ວຍເມຕຕາ ແຜ່ໄປສູ່ທິສ (ທີ) ໜຶ່ງ ແລະທິສທີສອງ ທີສາມ ທີສີ່ ກໍຄືເຊັ່ນນັ້ນ, ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ທັງຂ້າງເທິງ ເບື້ອງຕໍ່າ ແລະເບື້ອງຂວາງ ດ້ວຍຈິຕອັນເປັນໄປກັບດ້ວຍເມຕຕາ ເປັນຈິຕບໍ່ມີເວຣ ບໍ່ມີພະຍາບາດ ກ້ວາງຂວາງ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີຂີດຈໍາກັດ ແລ້ວແລຢູ່ ; ມີຈິຕສະຫະຣະຄະຕະດ້ວຍກະຣຸນາ ແຜ່ໄປສູ່ທິສ (ທີ) ໜຶ່ງ ແລະ ທິສທີສອງ ທີສາມ ທີສີ່ ກໍຄືເຊັ່ນນັ້ນ, ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ທັງຂ້າງເທິງ ເບື້ອງຕໍ່າ ແລະເບື້ອງຂວາງ ດ້ວຍຈິຕອັນເປັນໄປກັບດ້ວຍກະຣຸນາ ເປັນຈິຕບໍ່ມີເວຣ ບໍ່ມີພະຍາບາດ ກ້ວາງຂວາງ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີຂີດຈໍາກັດ ແລ້ວແລຢູ່ ; ມີຕສະຫະຣະຄະຕະດ້ວຍມຸທິຕາ ແຜ່ໄປສູ່ທິສ (ທີ) ໜຶ່ງ ແລະທິສທີສອງ ທີສາມ ທີສີ່ ກໍຄືເຊັ່ນນັ້ນ, ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ທັງຂ້າງເທິງ ເບື້ອງຕໍ່າ ແລະເບື້ອງຂວາງ ດ້ວຍຈິຕອັນເປັນໄປກັບດ້ວຍມຸທິຕາ ເປັນຈິຕບໍ່ມີເວຣ ບໍ່ມີພະຍາບາດ ກ້ວາງຂວາງ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີຂີດຈໍາກັດ ແລ້ວແລຢູ່ ; ມີຈິຕສະຫະຣະຄະຕະດ້ວຍອຸເປກຂາ ແຜ່ໄປສູ່ທິສ (ທີ) ໜຶ່ງ ແລະທິສທີສອງ ທີສາມ ທີສີ່ ກໍຄືເຊັ່ນນັ້ນ, ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ທັງຂ້າງເທິງ ເບື້ອງຕໍ່າ ແລະເບື້ອງຂວາງ ດ້ວຍຈິຕອັນເປັນໄປກັບດ້ວຍອຸເປກຂາ ເປັນຈິຕບໍ່ມີເວຣ ບໍ່ມີພະຍາບາດ ກ້ວາງຂວາງ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີຂີດຈໍາກັດ ແລ້ວແລຢູ່.
໑໕໑໐ ອະຣິຍະສັຈຈ໌ຈາກພະໂອຖະ
ກາລາມະ ທ. ! ອະຣິຍະວາວົກນັ້ນ ມີຈິຕບໍ່ມີເວຣເຊັ່ນນີ້ ມີຈິຕບໍ່ພະຍາບາດເຊັ່ນນີ້ ມີຈິຕບໍ່ເສົ້າໝອງເຊັ່ນນີ້ ມີຈິຕປອດກ້ຽງວິເສດເຊັ່ນນີ້ ແລ້ວ ຄວາມເບົາໃຈ ໔ ປະການ ຍ່ອມເກີດມີແກ່ອະຣິຍະສາວົກນັ້ນ ໃນທິຕຖະທັມແລ ວ່າ “໑. ຖ້າປະຣະໂລກມີ ວິບາກແຫ່ງກັມດີກັມຊົ່ວມີ. ຖານະທີ່ຈະມີໄດ້ຄື ເຮົາຈະເຂົ້າເຖິງສຸຄະຕິໂລກສະຫວັນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ເພາະເຫຕນັ້ນດັ່ງນີ້ : ນີ້ເປັນຄວາມເບົາໃຈປະການທີໜຶ່ງ ທີ່ເກີດມີແກ່ອະຣິຍະສາວົກນັ້ນ. ໒. ຖ້າປະຣະໂລກບໍ່ມີ ຜົລວິບາກແຫ່ງກັມດີກັມຊົ່ວບໍ່ມີ, ເຮົາ ບ່ອນນີ້ ໃນທິຕຖະທັມນີ້ແຫຼະ ກໍບໍລິຫານຕົນຢູ່ເປັນສຸຕ ບໍ່ມີເວຣ ບໍ່ມີພະຍາບາດ ບໍ່ມີທຸກຂ໌ ດັ່ງນີ້ : ນີ້ເປັນຄວາມເບົາໃຈປະການທີສອງ ທີ່ເກີດມີແກ່ອະຣິຍະສາວົກນັ້ນ. ໓. ຖ້າບາບເປັນອັນເຮັດສໍາລັບຜູ່ເຮັດ, ສ່ວນເຮົາບໍ່ໄດ້ຄິດທີ່ເຮັດບາບໃດໆ ທຸກຂ໌ຈະຊູນຕ້ອງເຮົາຜູ່ບໍ່ໄດ້ເຮັດບາບຢູ່ ຈາກບ່ອນໃດ ດັ່ງນີ້ : ນີ້ເປັນຄວາມເບົາໃຈປະການທີສາມ ທີ່ເກີດມີແກ່ອະຣິຍະສາວົກນັ້ນ. ໔. ຖ້າບາບບໍ່ເປັນອັນເຮັດສໍາລັບຜູ່ເຮັດ ຢູ່ແລ້ວນັ້ນ, ບ່ອນນີ້ ເຮົາກໍມອງເຫັນຕົນວ່າ ບໍຣິສຸດໝົດຈົດຢູ່ໂດຍໂລກທັງສອງ ດັ່ງນີ້ : ນີ້ເປັນຄວາມເບົາໃຈປະການທີສີ່ ທີ່ເກີດມີແກ່ອະຣິຍະສາວົກນັ້ນ. ກາລາມະ ທ. ! ອະຣິຍະສາວົກນັ້ນ ມີຈິຕບໍ່ມີເວຣເຊັ່ນນີ້ ມີຈິຕບໍ່ພະຍາບາດເຊັ່ນນີ້ ມີຈິຕບໍ່ເສົ້າໝອງເຊັ່ນນີ້ ມີຈິຕປອດກ້ຽງວິເສດເຊັ່ນນີ້ແລ້ວ ຄວາມເບົາໃຈ ໔ ປະການເຫຼົ່ານີ້ ຍ່ອມເກີດມີແກ່ອະຣິຍະສາວົກນັ້ນ ໃນທິຕຖະທັມນັ້ນແລ.








