ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອານົນທ໌ ! ຍັງມີຄົນຜູ່ແທງຕະຫຼອດ ຊຶ່ງການແທງຕະຫຼອດອັນຍາກໄປກວ່າ, ຄືບັນດາ ຄົນທີ່ແທງຕະຫຼອດ ຊຶ່ງອະຣິຍະສັຈຈ໌ຕາມທີ່ເປັນຈິງ ວ່າ “ນີ້ທຸກຂ໌ ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ທາງດໍາເນີນໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ອານົນທ໌ ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຈົ່ງປະກອບໂຢຄະກັມອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ ເປັນແນວນີ້, ທຸກຂະສະມຸທັຍ ເປັນແນວນີ້, ທຸກຂະນິໂຣດ ເປັນແນວນີ້, ທຸກຂະນິໂຣທະຄາມິນີປະຕິປະທາ ເປັນແນວນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໖໕/໑໗໓໘.
ການປະຕິບັຕອະຣິຍະສັຈຈ໌ ບໍ່ມີທາງທີ່ຈະຂັດຕໍ່ຫຼັກກາລາມະສູຕ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມີສະມະນະພຣາມພວກໜຶ່ງມາສູ່ເກສະປຸຕະນິຄົມນີ້ ສະແດງວາທະອັນເປັນລັດທະແຫ່ງຕົນ ກ່າວບໍລິພາກຂົ່ມຂີ່ຫຍໍ້າຍີວາທະອັນເປັນລັດທິອັນເປັນຂອງສະມະນະພຣາມເຫຼົ່າອື່ນ ແມ້ນສະມະນະພຣາມພວກອື່ນມາອີກກໍຍົກຍ້ອງລັດທິຂອງຕົນ ຂົ່ມຂີ່ລັດທິຂອງສະມະນະພຣາມເຫຼົ່າອື່ນເຊັ່ນດຽວກັນອີກ. ພວກຂ້ານ້ອຍມີຄວາມຂ້ອງໃຈ ມີຄວາມສົງໃສວ່າສະມະນະພຣາມເຫຼົ່ານັ້ນ ພວກໃດເວົ້້າແທ້ ພວກໃດເວົ້າເທັດ ພຣະເຈົ້າຂະ !”
ກາລະມະເອີຍ ! ຄວນແລ້ວທີ່ທ່ານຈະຂ້ອງໃຈ ຄວນແລ້ວທີ່ທ່ານຈະສົງໃສ, ຄວາມສົງໃສຂອງທ່ານເກີດແລ້ວ ໃນຖານະທີ່ຄວນຂ້ອງໃຈ.
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໐໓
(ກ. ຝ່າຍອະກຸສົລ)
ກາລາມະທັງຫຼາຍເອີຍ ! ມາ (ເວົ້າກັນ) ເຖີ້ນ ທ່ານທັງຫຼາຍ : -
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງຕາມໆກັນມາ (ອະນຸສສະວະ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຮັດຕາມໆກັນມາ (ປະຣັມປະຣະ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຫຼົ່າລືກັນຢູ່ (ອິຕິກິຣະ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ມີບ່ອນອ້າງໃນປິດົກ (ປິຕະກະສັມປະທານະ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງຕັກກະຄາດຄະເນ
(ຕັກກະເຫຕຸ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງໄນຍະສັນນິຖານ
(ນະຢະເຫຕຸ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການຕຶກຕາມອາການ (ອາກາຣະປະຣິ
ວິຕັກກະ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ທົນຕໍ່ການເພັ່ງແຫ່ງທິຕຖິ (ທິຕຖິນິຊຊາ
ນັກຂັນຕິ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງເບິ່ງເປັນຕາເຊື່ອ (ພັບພະຣູປະຕາ) ;
ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ສະມະນະຜູ່ເວົ້າເປັນຄູຂອງຕົນ (ສະມະໂນ
ໂນ ຄຣຸ) ;
ກາລາມະ ທ. ! ເມື່ອໃດທ່ານທັງຫຼາຍຮູ້ດ້ວຍຕົນວ່າ “ທັມເຫຼົ່ານີ້ເປັນອະກຸສົລ, ທັມເຫຼົ່ານີ້ມີໂທດ, ທັມເຫຼົ່ານີ້ວິນຍູຊົນຕິຕຽນ, ທັມເຫຼົ່ານີ້ເຮັດເຖິງມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມທຸກຂ໌ ບໍ່ເປັນປະໂຍຊນ໌ເກື້ອກູນ,” ດັ່ງນີ້ແລ້ວ ; ເມື່ອນັ້ນທ່ານ ຈົ່ງລະທັມເຫຼົ່ານັ້ນເສຍ.
໑໕໐໔ ອະຣິຍະສັຈຈ໌ຈາກພະໂອຖະ
ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ຄວາມໂລບ ເກີດຂຶ້ນໃນບຸຄຄົນນັ້ນແລ້ວ ເກີດເພື່ອປະໂຍຊນ໌ເກື້ອກູນ ຫຼືບໍ່ໄດ້ເພື່ອປະໂຍຊນ໌ເກື້ອກູນ ? “ເພື່ອບໍ່ແມ່ນປະໂຍຊນ໌ເກື້ອກູນ ຂ້ານ້ອຍ !” ບຸຄຄົນນັ້ນໂລບແລ້ວ ຄວາມໂລບຄອບງໍາແລ້ວ ຄວາມໂລບປຸ້ມລຸມຈິຕແລ້ວ ຍ່ອມຂ້າສັຕແດ່ ຍ່ອມລັກຊັບແດ່ ຍ່ອມລ່ວງເກີນພັນລະຍາຜູ່ອື່ນແດ່ ເວົ້າຂີ້ຕົວະແດ່ ຊັກຊວນຜູ່ອື່ນໃນການເຮັດເຊັ່ນນັ້ນແດ່ ຊຶ່ງເປັນການເຮັດເພື່ອຄວາມທຸກຂ໌ ບໍ່ເກື້ອກູນຕະຫຼອດກາລະນານ ບໍ່ແມ່ນບໍ່ ? “ແນວນັ້ນ ຂ້ານ້ອຍ !”
ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ໂທສະ ເກີດຂຶ້ນໃນບຸຄຄົນແລ້ວ ເກີດເພື່ອປະໂຍຊນ໌ເກື້ອກູນ ຫຼືບໍ່ໄດ້ເພື່ອປະໂຍຊນ໌ເກື້ອກູນ ? “ເພື່ອ ບໍ່ແມ່ນປະໂຍຊນ໌ເກື້ອກູນ ຂ້ານ້ອຍ !” ບຸຄຄົນນັ້ນມີໂທສະແລ້ວ ໂທສະຄອບງໍາແລ້ວ ໂທສະປຸ້ມລຸມຈິຕແລ້ວ ຍ່ອມຂ້າສັຕແດ່ ຍ່ອມລັກຊັບແດ່ ຍ່ອມລ່ວງເກີນພັນລະຍາຜູ່ອື່ນແດ່ ເວົ້າຂີ້ຕົວະແດ່ ຊັກຊວນຜູ່ອື່ນໃນການເຮັດເຊັ່ນນັ້ນແດ່ ຊຶ່ງເປັນການເຮັດເພື່ອຄວາມທຸກຂ໌ ບໍ່ເກື້ອກູນຕະຫຼອດກາລະນານ ບໍ່ແມ່ນບໍ່ ? “ແນວນັ້ນ ຂ້ານ້ອຍ !”








