ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ທັມມາທິປະໄຕ (ຄວາມມີທັມເປັນໃຫຍ່) ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸໄປສູ່ປ່າກໍຕາມ ເຫງົ້າໄມ້ກໍຕາມ ຫຼືເຮືອນຫວ່າງກໍຕາມ ພິຈາຣະນາເຫັນຢູ່ວ່າ “ເຮົາອອກຈາກເຮືອນບວດເປັນຜູ່ບໍ່ມີເຮືອນ ເພາະເຫຕຈະໄດ້ຈີວອຣກໍບໍ່ແມ່ນ ເພາະເຫຕຈະໄດ້ບິນດະບາຕກໍບໍ່ແມ່ນ ເພາະເຫຕຈະໄດ້ເສນາສະນະກໍບໍ່ແມ່ນ ເພາະເຫຕຈະໄດ້ເປັນແນວນັ້ນ ຈະໄດ້ເປັນແນວນີ້ກໍບໍ່ແມ່ນ ; ແຕ່ວ່າເຮົາບວດແລ້ວ ໂດຍພິຈາຣະນາເຫັນວ່າ “ເຮົາຖືກ ຊາຕ ຊະຣາ ມໍຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສສະ ອຸປາຍາສະ ຢັ່ງເອົາແລ້ວ ເປັນຜູ່ມີທຸກຂ໌ຢັ່ງລົງແລ້ວ ມີທຸກຂ໌ເປັນເບື້ອງໜ້າແລ້ວ, ເຮັດແນວໃດການເຮັດທີ່ສຸດແຫ່ງທຸກຂ໌ທັງໝົດນີ້ ຈະຍ່ອມປາກົດແກ່ເຮົາ” ດັ່ງນີ້. ອີກຢ່າງໜຶ່ງ ພຣະທັມເປັນທັມ ທີ່ພຣະຜູ່ມີພຣະພາຄ ຕຣັດໄວ້ດີແລ້ວ ເປັນສິ່ງທີ່ຜູ່ສຶກສາ ແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັຕໄດ້ ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ ເປັນສິ່ງທີ່ຄວນກ່າວກັບຜູ່ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົນ ເປັນສິ່ງທີ່ຜູ່ຮູ້ກໍຮູ້ໄດ້ສະເພາະຕົນ : ສະພຣົມມະຈາຣີ ຜູ່ຢູ່ເຫັນຢູ່ຊຶ່ງທັມນັ້ນ ວ່າເປັນດັ່ງນີ້ກໍມີຢູ່. ກໍ ເຮົາບວດແລ້ວໃນທັມວິນັຍ ອັນພຣະຜູ່ມີພຣະພາຄຕຣັສໄວ້ດີແລ້ວເຊັ່ນນີ້ ຈັກເປັນຜູ່ຂີ້ຄ້ານ ປະມາດຢູ່ ; ຂໍ້ນັ້ນບໍ່ສົມຄວນແກ່ເຮົາ” ດັ່ງນີ້. ພິກຂຸນັ້ນພິຈາຣະນາຢູ່ວ່າ “ຄວາມພຽນທີ່ເຮົາປາຣົບແລ້ວ ຈັກເປັນຄວາມພຽນບໍ່ເສື່ອມຖອຍ, ສະຕິທີ່ເຂົ້າໄປຕັ້ງໄວ້ແລ້ວຈະບໍ່ຫຼົງລືມ, ກາຍອັນລະງັບແລ້ວບໍ່ກໍາເລີບ, ຈິຕຕັ້ງໝັ້ນແລ້ວມີອາຣົມອັນດຽວ,” ດັ່ງນີ້.
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໐໑
ພິກຂຸນັ້ນ ຕັ້ງພຣະທັມໃຫ້ເປັນໃຫຍ່ ລະອະກຸສົລ ຈະເຣີນກຸສົລ ລະກັມທີ່ມີໂທດ ຈະເຣີນກັມທີ່ບໍ່ມີໂທດ ບໍລິຫານຕົນໃຫ້ບໍຣິສຸດຢູ່.
ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ທັມມາທິປະໄຕ.
- ຕິກ. ອັງ. ໒໐/໑໘໘/໔໗໙.
(ອະທິປະໄຕແນວອື່ນກໍມີຢູ່ ຄືປາຣົບປະໂຍຊນ໌ຕົນແລ້ວ ປະພຶຕບໍ່ທໍ້ຖອຍ ເອີ້ນວ່າອັຕຕາ ທິປະໄຕ ; ແລະປາຣົບການຕິຕຽນຂອງຜູ່ອື່ນ ແລ້ວປະພຶຕບໍ່ທໍ້ຖອຍ ເອີ້ນວ່າໂລກາທິປະໄຕ. ທັງສອງຢ່າງນີ້ບໍ່ປະກອບດ້ວຍທັມ ບໍ່ຄວນຖືເອົາເປັນເຄື່ອງເກື້ອໜູນການປະຕິບັຕ ; ແຕ່ໃຫ້ຖືເອົາທັມມາທິປະໄຕ ດັ່ງທີ່ກ່າວແລ້ວຂ້າງເທິງ ເປັນເຄື່ອງເກື້ອໜູນການປະຕິບັຕ ; ຈຶ່ງຈະຖືກຕ້ອງຕາມຫຼັກຂອງການ ເຮັດທີ່ສຸດທຸກຂ໌ໃນພຣະພຸດທະສາສນາ ຫຼືກົງຕາມພຣະພຸດທະປະສົງ).
ການແທງຕະຫຼອດອະຣິຍະສັຈຈ໌ ເປັນວຽກລະອຽດອ່ອນ
ຍິ່ງກວ່າການແທງທະລຸຂົນກວາງດ້ວຍຂົນກວາງ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຕອນເຊົ້ານີ້ ຂ້ານ້ອຍຄອງຈີວອຣ ຖືບາຕເຂົ້າໄປບິນດະບາຕ ໃນເມືອງເວສາລີ ໄດ້ເຫັນພວກລິສະວີກຸມາຣເປັນຈໍານວນຫຼາຍ ເຮັດການຝຶກຍິງລູກສອຣຢູ່ທີ່ສັນຖາຄານ ຍິງລູກສອຣລອດຊ່ອງດານທີ່ ເຈາະໄວ້ແຕ່ພໍດີຈາກບ່ອນໄກ ລູກໃດລູກນັ້ນ ບໍ່ມີຜິດເລີຍ ; ເມື່ອເຫັນແລ້ວຂ້ານ້ອຍຄິດວ່າ ລິຈສະວີກຸມາຣເຫຼົ່ານີ້ ຝຶກແລ້ວ ຝຶກດີແລ້ວໜໍ ຄືຂໍ້ທີ່ສາມາດຍິງລູກສອຣລອດຊ່ອງດານ ທີ່ເຈາະໄວ້ແຕ່ພໍດີຈາກບ່ອນໄກ ລູກໃດລູກນັ້ນ ບໍ່ມີຜິດເລີຍ”
ອານົນທ໌ ! ເຈົ້າຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ແນວໃດເຮັດໄດ້ຍາກ ຫຼື ມີໄດ້ຍາກກວ່າກັນ ຄືຂໍ້ທີ່ຄົນຍິງລູກສອຣລອດຊ່ອງດານ ທີ່ເຈາະໄວ້ແຕ່ພໍດີຈາກບ່ອນໄກ ລູກໃດລູກນັ້ນບໍ່ມີຜິດເລີຍ ກັບຄົນທີ່ແທງທະລຸປາຍຂົນກວາງດ້ວຍປາຍຂົນກວາງ ທີ່ຜ່າແລ້ວເຈັດປ່ຽງ ?
໑໕໐໒ ອະຣິຍະສັຈຈ໌ຈາກພະໂອຖະ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍ້ນີ້ເຮັດໄດ້ຍາກກວ່າ ມີໄດ້ຍາກກວ່າ ຄືຂໍ້ທີ່ຄົນແທງທະລຸປາຍຂົນກວາງດ້ວຍປາຍຂົນກວາງ ທີ່ຜ່າແລ້ວເຈັດແລ້ງ”








