ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໔໙໙
ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ແລ້ວ ນ້ອມຈິຕໄປເພື່ອ ຍານເປັນເຄື່ອງດັບສິ້ນໄປແຫ່ງອາສະວະທັງຫຼາຍ. ເຂົາຍ່ອມ ຮູ້ແຈ້ງຕາມທີ່ເປັນຈິງວ່າ “ນີ້ ທຸກຂ໌, ນີ້ ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ; ເຫຼົ່ານີ້ ອາສະວະ, ນີ້ ເຫຕໃຫ້ເກີດອາສະວະ, ນີ້ ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ ຫົນທາງເຂົ້າເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ” ດັ່ງນີ້ : ພຣາມ ! ແມ່ນວ່າ (ອາສະວັກຂະຢະຍານ) ນີ້ ເຮົາກໍເອີ້ນວ່າ “ຮອຍບາທາແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍສີໂຕແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍຊິດງາແຫ່ງຕະຖາຄົຕ”໑ ແດ່ ; ແຕ່ອະຣິຍະສາວົກນັ້ນ ກໍຍັງບໍ່ເຖິງຊຶ່ງຄວາມແນ່ໃຈກ່ອນ ຢູ່ນັ້ນເອງ ແຕ່ ກໍາລັງຈັກເຖິງຊຶ່ງຄວາມແນ່ໃຈວ່າ “ພຣະຜູ່ມີພຣະພາຄເປັນພຣະສັມມາສັມພຸດທະ, ພຣະທັມ ເປັນສວາກຂະຕະ, ສາວົກສົງຂອງພຣະຜູ່ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້.
ເມື່ອອະຣິຍະສາວົກນັ້ນ ຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍຫຼຸດພົ້ນແມ່ນຈາກກາມາອາສະວະ ແມ່ນຈາກພະວາສະວະ ແມ່ນຈາກອະວິຊຊາສະວະ ; ເມື່ອຫຼຸດພົ້ນແລ້ວ ກໍມີຍານຮູ້ວ່າ “ຫຼຸດພົ້ນແລ້ວ” ດັ່ງນີ້. ຍ່ອມຮູ້ແຈ້ງວ່າ “ຊາຕດັບສິ້ນແລ້ວ, ພຣົມມະຈັນຣຍ໌ຢູ່ຈົບແລ້ວ, ກິຈຈ໌ທີ່ຄວນເຮັດກໍເຮັດສໍາເລັດແລ້ວ, ກິຈຈ໌ອື່ນທີ່ຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ມີອີກ” ດັ່ງນີ້. ພຣາມ ! ເຖິງວ່າ (ຄວາມຫຼຸດພົ້ນ) ນີ້ ເຮົາກໍເອີ້ນວ່າ “ຮອຍບາທາແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍສີໂຕແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍຊິດງາແຫ່ງຕະຖາຄົຕ” ແດ່.
໑. ສູຕນີ້ຕຣັດປຽບພຣະອົງເອງ ດ້ວຍຊ້າງມະຫານາຄະໃນປ່າ ຊຶ່ງມີຜູ່ຕິດຕາມຫາຕາມລະດັບ ດ້ວຍການ
ປະຕິບັຕທັມມະມາຕາມລະດັບ ບັນລຸທັມຕາມລະດັບ ຈົນບັນລຸອາສະວັກາຢະຍານ ຊຶ່ງປຽບດ້ວຍການເຫັນ
ຮອຍຕີນຢູ່ພື້ນດິນ ເຫັນຮອບສີໂຕຢູ່ຕົ້ນໄມ້ ເຫັນຮອຍຊິດງາຢູ່ກິ່ງໄມ້ ; ແລະຈະໄດ້ພົບໂຕຊ້າງຄື
ພຣະອົງ ໃນອັນດັບທີ່ມີການ ຫຼຸດພົ້ນຈາກອາສະວະແລ້ວທໍ່ນັ້ນ.
໑໕໐໐ ອະຣິຍະສັຈຈ໌ຈາກພະໂອຖະ
ພຣາມ ! ດ້ວຍເຫຕພຽງທໍ່ນີ້ແລ ອະຣິຍະສາວົກນັ້ນ. ຍ່ອມເປັນຜູ່ ເຖິງແລ້ວຊຶ່ງຄວາມແນ່ໃຈວ່າ “ພຣະຜູ່ມີພຣະພາຄເປັນສັມມາສັມພຸດທະ, ພຣະທັມ ເປັນສວາກຂາຕະ, ສາວົກສົງຂອງພຣະຜູ່ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້.
- ມູ. ມ. ໑໒/໓໔໗/໓໓໘.
ປະຕິບັຕເພື່ອຮູ້ອະຣິຍະສັຈຈ໌ ຕ້ອງເປັນທັມມາທິປະໄຕ








