ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ບຸຄຄົນປຽບດ້ວຍ ເມກຝົນ ໔ ຈໍາພວກ ເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ຢ່າງ ແນວໃດໜໍ ? ສີ່ຄື : ບຸຄຄົນປຽບດັ່ງເມກຝົນ ທີ່ຄໍາລາມແລ້ວບໍ່ຕົກ ໑, ທີ່ຕົກແຕ່ບໍ່ຄໍາລາມ ໑, ທັງບໍ່ຄໍາລາມແລະ ບໍ່ຕົກ ໑, ທັງຄໍາລາມທັງຕົກ ໑.

ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຮໍ່າຮຽນທັມ ຄື : ສຸຕຕະ ເຄີຍຢະ ເວີຍຢາກຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມມະ ເວທັລລະ ແຕ່ເຂົາບໍ່ຮູ້ຕາມທີ່ເປັນຈິງວ່າ “ທຸກຂ໌ເປັນແນວນີ້ໆ, ທຸກຂະສະມຸທັຍເປັນແນວນີ້ໆ, ທຸກຂະນິໂຣດເປັນແນວນີ້ໆ, ທຸກຂະນິໂຣທະຄາມິນີປະຕິປະທາເປັນແນວນີ້ໆ” ດັ່ງນີ້ : ພິກຂຸ ທ. ! ເຮົາເອີ້ນ ບຸຄຄົນນີ້ ວ່າ ປຽບດ້ວຍເມກຝົນທີ່ຄໍາລາມແລ້ວບໍ່ຕົກ.

ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ບໍ່ໄດ້ຮໍ່າຮຽນທັມ ຄື : ສຸຕຕະ ເຄີຍຢະ ເວີຍຢາກຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມມະ ເວທັລລະ ແຕ່ເຂົາຮູ້ແຈ້ງຕາມເປັນຈິງວ່າ “ທຸກຂ໌ເປັນແນວນີ້ໆ, ທຸກຂະສະມຸທັຍເປັນແນວນີ້ໆ, ທຸກຂະນິໂຣດເປັນແນວນີ້ໆ, ທຸກຂະນິໂຣທະຄາມິນີປະຕິປະທາເປັນແນວນີ້ໆ” ດັ່ງນີ້ : ພິກຂຸ ທ. ! ເຮົາເອີ້ນ ບຸຄຄົນນີ້ ວ່າ ປຽບດ້ວຍເມກຝົນທີ່ຕົກແຕ່ບໍ່ຄໍາລາມ.

ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ບໍ່ໄດ້ຮໍ່າຮຽນທັມ ຄື : ສຸຕຕະ ເຄີຍຢະ ເວີຍຢາກຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມມະ ເວທັລລະ ແລະ ບໍ່ຮູ້ແຈ້ງຕາມເປັນຈິງວ່າ “ທຸກຂ໌ເປັນແນວນີ້ໆ, ທຸກຂະສະມຸທັຍເປັນແນວນີ້ໆ, ທຸກຂະນິໂຣດເປັນແນວນີ້ໆ, ທຸກຂະນິໂຣທະຄາມິນີປະຕິປະທາເປັນແນວນີ້ໆ” ດັ່ງນີ້ : ພິກຂຸ ທ. ! ເຮົາເອີ້ນ ບຸຄຄົນນີ້ ວ່າ ປຽບດ້ວຍເມກຝົນ ທີ່ທັງບໍ່ຄໍາລາມແລະ ບໍ່ຕົກ.

໑໔໙໘ ອະຣິຍະສັຈຈ໌ຈາກພະໂອຖະ

ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຮໍ່າຮຽນທັມ ຄື : ສຸຕຕະ ເຄີຍຢະ ເວີຍຢາກຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມມະ ເວທັລລະ ແລະເຂົາຮູ້ແຈ້ງຕາມເປັນຈິງວ່າ “ທຸກຂ໌ເປັນແນວນີ້ໆ, ທຸກຂະສະມຸທັຍເປັນແນວນີ້ໆ, ທຸກຂະນິໂຣດເປັນແນວນີ້ໆ, ທຸກຂະນິໂຣທະຄາມິນີປະຕິປະທາເປັນແນວນີ້ໆ” ດັ່ງນີ້ດ້ວຍ : ພິກຂຸ ທ. ! ເຮົາເອີ້ນ ບຸຄຄົນນີ້ ວ່າ ປຽບດ້ວຍເມກຝົນ ທີ່ທັງຄໍາລາມແລະທັງຕົກ.

- ຈຕຸກກ. ອັງ. ໒໑/໑໓໖/໑໐໒.

(ໃນສູຕອື່ນ (໒໑/໑໓໘/໑໐໓) ຕຣັດປຽບລັກສະນະອາການສີ່ຢ່າງ ແຫ່ງຂໍ້ຄວາມຂ້າງເທິງນີ້ ດ້ວຍ ໝໍ້ສີ່ຊະນິດ ຄື ໝໍ້ເປົ່າ-ປິດຮຽບຮ້ອຍດ້ວຍ ພິກຂຸບໍ່ຮູ້ອະຣິຍະສັຈຈ໌ ແຕ່ມີສະມະນະສາຮູບ ; ໝໍ້ເຕັມ-ເປີດ ຄືຮູ້ອະຣິຍະສັຈຈ໌ ແຕ່ບໍ່ມີສະມະນະສາຮູບ ; ໝໍ້ເປົ່າ-ເປີດ ຄືບໍ່ຮູ້ອະຣິຍະສັຈຈ໌ ແລະ ບໍ່ມີສະມະນະສາຮູບ ; ໝໍ້ເຕັມ-ປິດ ຄື ຮູ້ອະຣິຍະສັຈຈ໌ ແລະມີສະມະນະສາຮູບ.

ໃນສູຕອື່ນ (໒໑/໑໔໐/໑໐໔.) ຕຣັດປຽບດ້ວຍ ວັງນໍ້າສີ່ຊະນິດ ຄື ວັງນໍ້າຕື້ນ ເງົາເລິກ = ບໍ່ຮູ້ອະຣິຍະສັຈຈ໌ ແຕ່ມີສະມະນະສາຮູບ ; ວັງນໍ້າເລິກ ເງົາຕື້ນ = ຮູ້ອະຣິຍະສັຈຈ໌ ແຕ່ບໍ່ມີສະມະນະສາຮູບ ; ວັງນໍ້າຕື້ນ ເງົາຕື້ນ = ບໍ່ຮູ້ອະຣິຍະສັຈຈ໌ ແລະ ບໍ່ມີສະມະນະສາຮູບ ; ວັງນໍ້າເລິກ ເງົາເລິກ = ຮູ້ອະຣິຍະສັຈຈ໌ ແລະມີສະມະນະສາຮູບ ;

ໃນສູຕອື່ນ (໒໑/໑໔໒/໑໐໕.) ຕຣັດປຽບດ້ວຍ ໝາກມ່ວງສີ່ຊະນິດ ຄື ໝາກມ່ວງດິບສີຄືສຸກ ໄດ້ແກ່ ບໍ່ໄດ້ຮູ້ອະຣິຍະສັຈຈ໌ ແຕ່ມີສະມະນະສາຮູບ ; ໝາກມ່ວງສຸກສີຄືດິບ ໄດ້ແກ່ ຮູ້ອະຣິຍະສັຈຈ໌ ແຕ່ບໍ່ມີສະມະນະສາຮູບ ; ໝາກມ່ວງດິບສີຄືດິບ ໄດ້ແກ່ ບໍ່ໄດ້ຮູ້ອະຣິຍະສັຈຈ໌ ແລະ ບໍ່ມີສະມະນະສາຮູບ ; ໝາກມ່ວງສຸກສີຄືສຸກ ໄດ້ແກ່ ຮູ້ອະຣິຍະສັຈຈ໌ ແລະ ມີສະມະນະສາຮູບ.

ຜູ່ສົນໃຈໃນສ່ວນລາຍລະອຽດ ເບິ່ງໄດ້ຈາກທີ່ມານັ້ນໆ).

ເຫັນພຣະຣັຕນະໄຕຣແທ້ຈິງ

ກໍຕໍ່ເມື່ອເຫັນອະຣິຍະສັຈຈ໌ ແລະຫຼຸດພົ້ນຈາກອາສະວະແລ້ວ

(ຂໍ້ປະຕິບັຕຂອງກຸລະບຸຕຜູ່ບວດແລ້ວ ດໍາເນີນມາຕັ້ງແຕ່ ເຖິງພ້ອມດ້ວຍສີລ ສັນໂດດ ອິນຊີສັງວອຣ ສະຕິສັມປະຊັນຍະ ເສບເສນາສະນະອັນມິດງຽບ ລະນິວອຣຫ້າ ບັນລຸປະຖົມມະຊານ ທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ ນ້ອມຈິຕໄປເພື່ອ ປຸບເພນິວາສານຸສສະຕິຍານ ເພື່ອຈຸຕູປະປາຕະຍານ : -).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ