ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໑໐. ຫຼັກວິທີການສຶກສາອະຣິຍະສັຈຈ໌ສີ່ ໃຊ້ໄດ້ກັບຫຼັກທົ່ວໄປ
໑໑. ອະຣິຍະສັຈຈ໌ສີ່ ເປັນທີ່ຕັ້ງແຫ່ງການສະແດງໂຕຂອງປັນຍິນຊີ
໑໒. ອະຣິຍະສັຈຈ໌ສີ່ ເປັນວັຕຖຸແຫ່ງກິຈຈ໌ຂອງປັນຍິນຊີ
໑໓. ເບັນຈະພິທະພອນທີ່ຊົງລະບຸໄວ້ສໍາລັບພິກຂຸ
໑໔. ການເຮັດໃຫ້ບຸຄຄົນຮູ້ອະຣິຍະສັຈຈ໌ ຈັດເປັນອະນຸສາສະນີປາຕິຫາຣຍ໌
໑໕. ອະຣິຍະສັຈຈ໌ ຊົງບັນຍັຕໄວ້ໃນກາຍ ທີ່ຍັງມີສັນຍາ ແລະ ໃຈ
໑໖. ອະຣິຍະສັຈຈ໌ ຊົງບັນຍັຕສໍາລັບສັດທີ່ອາດມີເວທະນາ
໑໗. ເວທະນາໂດຍປັຈຈັຍສີ່ສິບເອັດຊະນິດ
໑໘. ຜູ່ຮູ້ອະຣິຍະສັຈຈ໌ ບໍ່ຈໍາເປັນຕ້ອງແຕກສານອະພິທັມ ແລະ ລວຍລາບ
໑໙. ຈົ່ງເຮັດເຫັດຕັ້ງພາຍໃນ ແລະ ພາຍນອກ
໒໐. ອັຕຖັງຄິກະມັຄຄະ ໃນຖານະເພັດພອຍເມັດໜຶ່ງ ແຫ່ງພຣະສາສນາ
໒໑. ພຣະຄຸນຂອງຜູ່ທີ່ເຮັດໃຫ້ຮູ້ແຈ້ງອະຣິຍະສັຈຈ໌ສີ່
໒໒. ປະມວນປັນຍາຫາອັນຈະຄວນຕອບ ກ່ຽວກັບ ທັມທັງປວງ
໒໓. ການຈົບກິຈຈ໌ແຫ່ງອະຣິຍະສັຈຈ໌ ກໍານົດດ້ວຍຄວາມສົມບູນແຫ່ງຊານສາມ
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໔໙໕
ພາກສະຫຼຸບ
ວ່າດ້ວຍ
ຂໍ້ຄວາມສະຫຼຸບທ້າຍ ກ່ຽວກັບຈະຕຸຣາຣິຢະສັຈ
(ມີ ໒໓ ຫົວຂໍ້)
ຄວາມຮູ້ທີ່ເຮັດໃຫ້ດັບສິ້ນອາສະວະ
ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນອາສະວະ ວ່າມີໄດ້ ສໍາລັບ ບຸຄຄົນຜູ່ຮູ້ຢູ່ເຫັນຢູ່ (ຊານະໂຕ ປັສສະໂຕ), ບໍ່ແມ່ນ ສໍາລັບຜູ່ບໍ່ຮູ້ຢູ່ບໍ່ເຫັນຢູ່.
ພິກຂຸ ທ. ! ຮູ້ຢູ່ເຫັນຢູ່ ຊຶ່ງອັນໃດໜໍ ? ພິກຂຸ ທ. ! ຄວາມດັບສິ້ນອາສະວະ ຍ່ອມມີແກ່ຜູ່ຮູ້ຢູ່ເຫັນຢູ່ ວ່າ “ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້. ພິກຂຸ ທ. ! ຄວາມດັບສິ້ນອາສະວະ ຍ່ອມມີແກ່ຜູ່ຮູ້ຢູ່ເຫັນຢູ່ ດັ່ງນີ້ແລ.
- ອິຕິວຸ. ຂຸ. ໒໕/໓໐໙/໒໘໒.
໑໔໙໖ ອະຣິຍະສັຈຈ໌ຈາກພະໂອຖະ
ໂອກາດແຫ່ງໂຢຄະກັມໃນການເຫັນອະຣິຍະສັຈຈ໌ ບັດນີ້ເຖິງພ້ອມແລ້ວ
ພິກຂຸ ທ. ! ຖ້າສົມມຸດວ່າ ມະຫາປະຕະພີອັນໃຫຍ່ຫຼວງນີ້ ມີນໍ້າຖ້ວມເຖິງເປັນອັນດຽວກັນທັງໝົດ ; ບຸຣຸສຄົນໜຶ່ງຖິ້ມບອກ (ບັ້ງໄມ້ໄຜ່ ?) ຊຶ່ງມີຮູເຕາະພຽງຮູດຽວລົງໄປໃນນໍ້ານັ້ນ ; ລົມຕາເວັນອອກພັດໃຫ້ລອຍໄປໃນທິສຕາເວັນຕົກ, ລົມຕາເວັນຄົກພັດໃຫ້ລອຍໄປໃນທິສຕາເວັນອອກ, ລົມທິສເໜືອພັດໃຫ້ລອຍໄປໃນທິສໃຕ້, ລົມທິສໃຕ້ພັດໃຫ້ລອຍໄປໃນທິສເໜືອ, ຢູ່ດັ່ງນີ້. ໃນນໍ້ານັ້ນມີເຕົ່າໂຕໜຶ່ງ ຕາບອດ ຜ່ານກາຍໄປຮ້ອຍໆປີ ມັນຈະຜຸດໂຜ່ຂຶ້ນມາຄັ້ງໜຶ່ງໆ. ພິກຂຸ ທ. ! ເຈົ້າ ທ. ຈະສໍາຄັນຄວາມຂໍ້ນີ້ວ່າຈັ່ງໃດ : ຈັກເປັນໄປໄດ້ບໍ່ ທີ່ເຕົ່າຕາບອດ ຮ້ອຍປີຈຶ່ງຈະຜຸດໂຜ່ຂຶ້ນຈັກເທື່ອໜຶ່ງ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີພຽງຮູດຽວໃນບອກນັ້ນ ?
“ຂໍ້ນີ້ຍາກທີ່ຈັກເປັນໄປໄດ້ ຂ້ານ້ອຍ ! ທີ່ເຕົ່າຕາບອດນັ້ນ ຮ້ອຍປີຜຸດຂຶ້ນພຽງຄັ້ງດຽວ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວໃນບອກນັ້ນ”.
ພິກຂຸ ທ. ! ຍາກທີ່ຈັກເປັນໄປໄດ້ເຊັ່ນດຽວກັນ ທີ່ໃຜໆຈະຍ່ອມໄດ້ຄວາມເປັນມະນຸສ ; ຍາກທີ່ຈັກເປັນໄປໄດ້ເຊັ່ນດຽວກັນ ທີ່ຕະຖາຄົຕຜູ່ອະຣະຫັນຕະສັມມາສັມພຸດທະ ຈະເກີດຂຶ້ນໃນໂລກ ; ຍາກທີ່ຈັກເປັນໄປໄດ້ເຊັ່ນດຽວກັນ ທີ່ທັມວິນັຍອັນຕະຖາຄົຕປະກາດແລ້ວ ຈະຮຸ່ງເຮືອງໄປທົ່ວໂລກ. ພິກຂຸ ທ. ! ແຕ່ວ່າ ບັດນີ້ ຄວາມເປັນມະນຸສ ກໍໄດ້ແລ້ວ ; ຕະຖາຄົຕຜູ່ອະຣະຫັນຕະສັມມາສັມພຸດທະ ກໍບັງເກີດຂຶ້ນໃນໂລກແລ້ວ ; ແລະ ທັມວິນັຍ ອັນຕະຖາຄົຕປະກາດແລ້ວ ກໍຮຸ່ງເຮືອງໄປທົ່ວໂລກແລ້ວ.
ພິກຂຸ ທ. ! ເພາະເຫຕນັ້ນໃນກໍລະນີນີ້ ພວກເຈົ້າຄວນເຮັດໂຢຄະກັມ ເພື່ອໃຫ້ຮູ້ວ່າ “ນີ້ທຸກຂ໌ ; ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ; ນີ້ຄວາມດັບແຫ່ງທຸກຂ໌ ; ນີ້ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໖໘/໑໗໔໔.
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໔໙໗
ການຮຽນປະຣິຍັຕຕິ ບໍ່ແມ່ນການຮູ້ອະຣິຍະສັຈຈ໌








