ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ກ່ອນທີ່ຈະຕຣັດເລື່ອງນີ້ ໄດ້ຕຣັດເຖິງການທີ່ພຣະອົງ ໄດ້ເປັນຣາຊະຣືສີໃນກາລກ່ອນ ກ່າວສອນວັຕປະຕິບັຕ ທີ່ເປັນໄປພຽງເພື່ອພຣົມມະໂລກ ບໍ່ເຖິງນິບພານ ກໍຍັງມີຜູ່ພາກັນປະຕິບັຕຕາມ. ສ່ວນກັລລະຢານະວັຕນີ້ ເປັນໄປເພື່ອນິບພານ ຈຶ່ງຄວນທີ່ຄົນທັງຫຼາຍ ຈະຕ້ອງປະຕິບັຕຕາມ. ອີກຂໍ້ໜຶ່ງທີ່ພວກເຮົາ ຄວນຈະໃຫ້ຄວາມສົນໃຈເປັນຢ່າງຍິ່ງນັ້ນ ຄືຂໍ້ທີ່ພວກເຮົາ ຢ່າເປັນພວກສຸດທ້າຍແຫ່ງການປະພຶຕ ກັລລະຢານະວັຕນີ້ ຕາມພຸດທະປະສົງ).

ທຸກຂະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ຄວນເຮັດໃຫ້ເກີດມີ

ພິກຂຸ ທ. ! ອະຣິຍະສັຈຈ໌ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :- ທຸກຂະອະຣິຢະສັຈຈ໌ ທຸກຂະສະມຸດະຢະອະຣິຢະສັຈຈ໌ ທຸກຂະນິໂຣດະອະຣິຢະສັຈຈ໌ ທຸກຂະນິໂຣດະຄາມິນີປະຕິປະທາອະຣິຢະສັຈຈ໌. ພິກຂຸ ທ. ! ເຫຼົ່ານີ້ແລຄື ອະຣິຍະສັຈຈ໌ສີ່ຢ່າງ.

ພິກຂຸ ທ. ! ໃນບັນດາອະຣິຍະສັຈຈ໌ສີ່ຢ່າງເຫຼົ່ານີ້, ອະຣິຍະສັຈຈ໌ ທີ່ໃຜໆ ຄວນຮອບຮູ້ ມີຢູ່, ອະຣິຍະສັຈຈ໌ ທີ່ໃຜໆຄວນລະມີຢູ່, ອະຣິຍະສັຈຈ໌ທີ່ໃຜໆ ຄວນເຮັດໃຫ້ແຈ້ງ ມີຢູ່, ອະຣິຍະສັຈຈ໌ທີ່ໃຜໆ ຄວນເຮັດໃຫ້ເກີດມີ ມີຢູ່. ພິກຂຸ ທ. ! ອະຣິຍະສັຈຈ໌ທີ່ໃຜໆ ຄວນຮອບຮູ້ນັ້ນ ໄດ້ແກ່ ອະຣິຍະສັຈຈ໌ ຄື ທຸກຂ໌ ;

໑໔໙໐ ອະຣິຍະສັຈຈ໌ຈາກພະໂອຖະ

ອະຣິຍະສັຈຈ໌ທີ່ໃຜໆ ຄວນລະນັ້ນ ໄດ້ແກ່ ອະຣິຍະສັຈຈ໌ ຄື ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ; ອະຣິຍະສັຈຈ໌ທີ່ໃຜໆ ຄວນເຮັດໃຫ້ແຈ້ງນັ້ນ ໄດ້ແກ່ ອະຣິຍະສັຈຈ໌ ຄື ຄວາມດັບບໍ່ເຫຼືອຂອງທຸກຂ໌ ; ອະຣິຍະສັຈຈ໌ທີ່ໃຜໆ ຄວນເຮັດໃຫ້ເກີດມີນັ້ນ ໄດ້ແກ່ ອະຣິຍະສັຈຈ໌ ຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌.

ພິກຂຸ ທ. ! ເພາະສະນັ້ນ ໃນກໍລະນີນີ້. ພວກເຈົ້າທັງຫຼາຍ ຈົ່ງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມທີ່ເປັນຈິງ ວ່າ “ທຸກຂ໌ ເປັນເຊັ່ນນີ້ໆ,” ດັ່ງນີ້ ; ວ່າ “ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້ໆ”, ດັ່ງນີ້ ; ວ່າ “ຄວາມດັບບໍ່ເຫຼືອຂອງທຸກຂ໌ ເປັນເຊັ່ນນີ້ໆ”, ດັ່ງນີ້ ວ່າ “ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌ ເປັນເຊັ່ນນີ້ໆ” ; ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໖/໑໗໐໙.

ນິດເທສ ໒໒

ວ່າດ້ວຍ ຂໍ້ຄວາມສະຫຼຸບເລື່ອງມັຄຄະ

ຈົບ

ພາກ ໔

ວ່າດ້ວຍມັຄຄະອະຣິຍະສັຈຈ໌ ຄວາມຈິງອັນປະເສີດຄືມັຄຄະ

ຈົບ

໑໔໙໑

ຄໍາຊີ້ຊວນວິງວອນ

ພິກຂຸ ທ. ! ໂຢຄະກັມ ອັນເຈົ້າຕ້ອງປະພຶຕ ເພື່ອໃຫ້ຮູ້ວ່າ

“ນີ້ທຸກຂ໌ ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌

ນີ້ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.”

ເທສິຕັງ ໂວ ມະຢາ ນິບພານັງ ເທສິໂຕ ນິບພານະຄາມິມັຄໂຄ

ນິບພານ ເຮົາໄດ້ສະແດງແລ້ວ,

ທາງໃຫ້ເຖິງນິບພານ ເຮົາກໍໄດ້ສະແດງແລ້ວ ແກ່ເຈົ້າທັງຫຼາຍ.

ກິຈຈ໌ໃດ ທີ່ສາສດາຜູ່ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ

ອາໄສຄວາມເອັນດູແລ້ວ ຈະຕ້ອງເຮັດແກ່ສາວົກທັງຫຼາຍ,

ກິຈຈ໌ນັ້ນ ເຮົາໄດ້ເຮັດແລ້ວ ແກ່ພວກເຈົ້າ.

ນັ້ນເຫງົ້າໄມ້ ; ນັ້ນເຮືອນວ່າງ.

ພວກເຈົ້າຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ,

ຢ່າເປັນຜູ່ທີ່ຕ້ອງຮ້ອນໃຈ ໃນພາຍຫລັງເລີຍ.

ອະຢັງ ໂວ ອັມຫາກັງ ອະນຸສາສນີ

ນີ້ແຫຼະ ວາຈາເຄື່ອງກ່າວພໍ່າສອນຂອງເຮົາ ແກ່ເຈົ້າທັງຫຼາຍ.

(ມຫາວາຣ. ສັງ. - ສະລາ. ສັງ.)

໑໔໙໒ ອະຣິຍະສັຈຈ໌ຈາກພະໂອຖະ

໑໔໙໓

ພາກສະຫຼຸບ

ວ່າດ້ວຍ

ຂໍ້ຄວາມສະຫຼຸບທ້າຍ ກ່ຽວກັບຈະຕຸຣາຣີຍະສັຈ

໑໔໙໔ ອະຣິຍະສັຈຈ໌ຈາກພະໂອຖະ

ພາກສະຫຼຸບ

ມີເລື່ອງ ໒໓ ຫົວຂໍ້ :-

໑. ຄວາມຮູ້ທີ່ຮັດໃຫ້ຊິ້ນອາສະວະ

໒. ໂອກາດແຫ່ງໂຍຄະກໍາໃນການເຫັນອະຣິຍະສັຈຈ໌ ບັດນີ້ເຖິງພ້ອມແລ້ວ

໓. ການຮຽນປຣິຍັຕຕິ ບໍ່ແມ່ນການຮູ້ອະຣິຍະສັຈຈ໌

໔. ເຫັນພຣະຣັຕນະໄຕຼແທ້ຈິງ ກໍຕໍ່ເມື່ອເຫັນອະຣິຍະສັຈຈ໌ ແລະ ຫຼຸດພົ້ນຈາກອາສະວະແລ້ວ

໕. ປະຕິບັຕເພື່ອຮູ້ອະຣິຍະສັຈຈ໌ ຕ້ອງເປັນທັມມາທິປະໄຕ

໖. ການແທງຕະຫຼອດອະຣິຍະສັຈ ເປັນວຽກລະອຽດອ່ອນຫຍິ່ງກວ່າການແທງຕະຫຼອດຂົນຊາຍ

໗. ປະຕິບັຕອະຣິຍະສັຈ ບໍ່ມີທາງທີ່ຈະຂັດຕໍ່ຫຼັກກາລາມະສູຕ

໘. ບໍລິສັດທີ່ກ່ຽວກັບອະຣິຍະສັຈຈ໌

໙. ເມື່ອອະຣິຍະສັຈຈ໌ສີ່ ຖືກແຍກອອກເປັນສອງເບື້ອງ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ