ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໑. ເປັນຜູ່ມີສີລ ສັງລວມດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍ
ມາຣະຍາດ ແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງຈະມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍຢູ່.
໒. ເຂົາຖວາຍໂພຊະນະໃດໆ ແກ່ເຂົາ ເສົ້າໝອງ ຫຼືປະນີຕ ກໍຕາມ ເຂົາສັນໂພຊະນະນັ້ນໆ ໂດຍເຄົາຣົບເອື້ອເຟື້ອ ບໍ່ເດືອນຮ້ອນກະວົນກະວາຍ.
໓. ເປັນຜູ່ລັງກຽດຕໍ່ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ລັງກຽດຕໍ່ການເຖິງພ້ອມດ້ວຍອະກຸສົລທັມ ອັນເປັນບາບທັງຫຼາຍ.
໔. ເປັນຜູ່ຍິນດີໃນຄວາມສະງົບ ມີການຢູ່ຮ່ວມກັນເປັນສຸຂ ບໍ່ເຮັດໃຫ້ພິກຂຸເຫຼົ່າອື່ນໃຫ້ຫວັ່ນກົວ.
໕. ເປັນຜູ່ເປີດເຜີຍຄວາມໂອ້ອວດ ຄວາມຂີ້ໂກງ ຄວາມພະຍົສ ຄວາມຄົດຂອງເຂົາ ໃນພຣະສາສດາ ຫຼືໃນເພື່ອນສະພຣົມມະຈາຣີ ຜູ່ເປັນວິນຍູຊົນ ຕາມເປັນຈິງ ພຣະສາສດາຫຼືເພື່ອນສະພຣົມມະຈາຣີ ຜູ່ວິນຍູຊົນເຫຼົ່ານັ້ນ ຍ່ອມພະຍາຍາມເພື່ອ
ກໍາຈັດໂທດເຫຼົ່ານັ້ນຂອງເຂົາເສຍ.
໖. ເປັນຜູ່ມີິສິກຂາ ຕັ້ງຈິຕວ່າ “ພິກຂຸເຫຼົ່າອື່ນຈະສຶກສາ ຫຼືບໍ່ສຶກສາກໍຕາມໃຈ ເຮົາຈະສຶກສາໃນບົດ ແຫ່ງການສຶກສານັ້ນໆ” ດັ່ງນີ້.
໗. ເມື່ອເຂົາໄປກໍໄປກົງ ; ນີ້ຄື ທາງກົງໃນກໍລະນີນັ້ນ ຄືສັມມາທິຕຖິ ສັມມາ
ສັງກັປປະ ; ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ; ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
໘. ເປັນຜູ່ມີຄວາມພຽນອັນປາຣົບແລ້ວຢູ່ ວ່າ “ໜັງ ເອັນ ກະດູກ ຈົ່ງເຫຼືອຢູ່ ຊີ້ນແລະເລືອດ ໃນສະຣີຣະຈົ່ງເຫືອດແຫ່ງໄປ ກໍຕາມທ້ອນ ປະໂຍຊນ໌ອັນບຸຄຄົນຈະຍ່ອມລຸເຖິງໄດ້ດ້ວຍກໍາລັງ ດ້ວຍຄວາມພຽນ ຄວາມບາກບັ່ນຂອງບຸຣຸສ ຖ້າຍັງບໍ່ບັນລຸປະໂຍຊນ໌ນັ້ນແລ້ວ ຈະຢຸດຄວາມພຽນເສຍເປັນບໍ່ມີ” ດັ່ງນີ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໘໓
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໘ ປະການ ເຫຼົ່ານີ້ແລ ຍ່ອມເປັນອາຫຸເນີຍຍະບຸຄຄົນ ປາຫຸເນີຍຍະບຸຄຄົນ ທັກຂິເນີຍຍະບຸຄຄົນ ອັນຊະລີກະຣະນີຍະບຸຄຄົນ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
- ອັຕຖກ. ອັງ. ໒໓/໑໙໓/໑໐໓.
ອົງຄ໌ແຫ່ງມັຄຄ໌ ທີ່ເປັນເສຂະຂອງເສຂະບຸຄຄົນ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມີຄໍາກ່າວກັນຢູ່ວ່າ ‘ເສຂະ (ບຸຄຄົນ) ເສຂະ (ບຸຄຄົນ)’ ດັ່ງນີ້ ;
ບຸຄຄົນເປັນເສຂະ ດ້ວຍເຫຕມີປະມານທໍ່ໃດໜໍ ຂ້ານ້ອຍ ?”
ພິກຂຸ ທ. ! ບຸຄຄົນໃນກໍລະນີນີ້ :-
ເປັນຜູ່ປະກອບດ້ວຍ ສັມມາທິຕຖິ ອັນເປັນເສຂະ
ເປັນຜູ່ປະກອບດ້ວຍ ສັມມາສັງກັປປະ ອັນເປັນເສຂະ
ເປັນຜູ່ປະກອບດ້ວຍ ສັມມາວາຈາ ອັນເປັນເສຂະ
ເປັນຜູ່ປະກອບດ້ວຍ ສັມມາກັມມັນຕະ ອັນເປັນເສຂະ
ເປັນຜູ່ປະກອບດ້ວຍ ສັມມາອາຊີວະ ອັນເປັນເສຂະ
ເປັນຜູ່ປະກອບດ້ວຍ ສັມມາວາຢາມະ ອັນເປັນເສຂະ
ເປັນຜູ່ປະກອບດ້ວຍ ສັມມາສະຕິ ອັນເປັນເສຂະ
ເປັນຜູ່ປະກອບດ້ວຍ ສັມມາສະມາທິ ອັນເປັນເສຂະ
ພິກຂຸ ທ. ! ດ້ວຍເຫຕມີປະມານທໍ່ນີ້ແລ ບຸຄຄົນຊືື່ວ່າເປັນເສຂະ.
- ມຫາວາຣ. ສັງ. ໑໙/໑໘/໕໑.
(ຜູ່ສຶກສາຈົ່ງຄໍານວນເບິ່ງເອງ ໂດຍປະຕິປັກຂະນັຍຍະວ່າ ຈະຕ້ອງມີອົງຄ໌ແຫ່ງມັຄຄ໌ ທີ່ເປັນອະເສຂະ ທີ່ເປັນອົງຄ໌ມັຄຄະຂອງພຣະອໍຣະຫັນ).
໑໔໘໔ ອະຣິຍະສັຈຈ໌ຈາກພະໂອຖະ
ປະໂຍຊນ໌ອັນສູງສຸດຂອງສັມມັຕຕະສິບ
ຖະປະຕິ ! ເຮົາບັນຍັຕບຸຄຄົນ ຜູ່ປະກອບດ້ວຍທັມ ໑໐ ປະການວ່າ ເປັນຜູ່ ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ່ບັນລຸເຖິງ ການບັນລຸອັນອຸດົມ ອັນໃຜໆລົບສູ້ໃຫ້ເສຍໄຊບໍ່ໄດ້. ສິບປະການນັ້ນ ເປັນແນວໃດໜໍ ທີ່ບຸຄຄົນປະກອບພ້ອມແລ້ວ ເຮົາບັນຍັຕວ່າ ເຂົາເປັນຜູ່ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ່ບັນລຸເຖິງການບັນລຸອັນອຸດົມ ອັນໃຜໆລົບສູ້ໃຫ້ເສຍໄຊບໍ່ໄດ້ ? ຖະປະຕິ ! ພິກຂຸໃນກໍລະນີນີ້ :-
ເປັນຜູ່ປະກອບດ້ວຍສັມມາທິຕຖິ ອັນເປັນອະເສຂະ
ເປັນຜູ່ປະກອບດ້ວຍສັມມາສັງກັປປະ ອັນເປັນອະເສຂະ
ເປັນຜູ່ປະກອບດ້ວຍສັມມາວາຈາ ອັນເປັນອະເສຂະ
ເປັນຜູ່ປະກອບດ້ວຍສັມມາກັມມັນຕະ ອັນເປັນອະເສຂະ
ເປັນຜູ່ປະກອບດ້ວຍສັມມາອາຊີວະ ອັນເປັນອະເສຂະ
ເປັນຜູ່ປະກອບດ້ວຍສັມມາວາຢາມະ ອັນເປັນອະເສຂະ
ເປັນຜູ່ປະກອບດ້ວຍສັມມາສະຕິ ອັນເປັນອະເສຂະ








