ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເພາະສະນັ້ນ ໃນເລື່ອງນີ້ ພວກເຈົ້າທັງຫຼາຍ ຈົ່ງສໍານຶກໄວ້ໃນໃຈວ່າ “ຄວາມພໍໃຈຂອງເຮົາຈະຕ້ອງເຂັ້ມງວດພໍ ໃນການສະມາທານປະຕິບັຕໃນສີລອັນຍິ່ງ, ໃນການສະມາທານປະຕິບັຕໃນຈິຕອັນຍິ່ງ ແລະ ໃນການສະມາທານປະຕິບັຕໃນປັນຍາອັນຍິ່ງ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າທັງຫຼາຍ ຈົ່ງສໍານຶກໃນໃຈໄວ້ເຊັ່ນນີ້ແລ.
- ຕິກ. ອັງ. ໒໐/໓໐໙/໕໓໒.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໗໑
ພາວະບໍຣິສຸດແຫ່ງການປະພຶຕພຣົມມະຈັນຣຍ໌
ໂດຍ ໑໖ ປະການ
(ກ. ພາວະບໍ່ບໍຣິສຸດ ສໍາລັບປຽບທຽບ)
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ເມື່ອການກີດກັນກິເລສດ້ວຍຕະບະ ບໍລິບູນເຊັ່ນນີ້ແລ້ວ ພຣະຜູ່ມີ ພຣະພາຄຍັງຈະກ່າວເຖິງອຸປະກິເລສ ມີຢ່າງຕ່າງໆ ແຫ່ງການບໍາເພັນຕະບະນັ້ນ ຈັ່ງໃດອີກໜໍ ?”
໑. ນິໂຄຼດະ ! ໃນກໍລະນີນີ້ ຄື ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເປັນຜູ່ພໍໃຈດ້ວຍຕະບະນັ້ນ ວ່າບໍຣິບູນແລ້ວຕາມປະສົງ (ເປັນຜູ່ປະພຶຕພຣົມມະຈັນຣຍ໌ເພື່ອໂຕກູ, ບໍ່ແມ່ນເພື່ອທັມມະ). ນິໂຄຼດະ ! ຂໍ້ທີ່ເຂົາ ພໍໃຈດ້ວຍຕະບະວ່າ ບໍຣິບູນແລ້ວຕາມປະສົງ ນັ້ນ ແມ່ນວ່າຂໍ້ນີ້ ກໍຍັງເປັນອຸປະກິເລສ (ເຄື່ອງເສົ້າໝອງ) ຂອງຜູ່ບໍາເພັນຕະບະ.
໒. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂາຍົກຕົນຂົ່ມຜູ່ອື່ນດ້ວຍຕະບະ. ນິໂຄຼດະ ! ຂໍ້ທີ່ເຂົາ ຍົກຕົນຂົ່ມຜູ່ອືື່ນດ້ວຍຕະບະ ນັ້ນ ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.
໓. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເມົາຕະບະ ຫຼົງຕະບະ ເຖິງຄວາມມົວເມົາດ້ວຍຕະບະນັ້ນ. ນິໂຄຼດະ ! ຂໍ້ທີ່ເຂົາ ເມົາຕະບະ ຫຼົງຕະບະ ເຖິງຄວາມມົວເມົາດ້ວຍຕະບະ ນັ້ນ ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.
໔. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເຮັດລາບສັກກາຣະ ແລະສຽງສັນລະເສີນໃຫ້ເກີດຂຶ້ນດ້ວຍຕະບະນັ້ນ ເຂົາພໍໃຈດ້ວຍລາບສັກກາຣະ ແລະສຽງສັນລະເສີນນັ້ນວ່າ ບໍລິບູນແລ້ວຕາມປະສົງ. ນິໂຄຼດະ ! ຂໍ້ທີ່ເຂົາ ພໍໃຈດ້ວຍລາບສັກກາຣະ ແລະສຽງສັນລະເສີນວ່າ ບໍລິບູນແລ້ວຕາມປະສົງ ນັ້ນ ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.
໑໔໗໒ ອະຣິຍະສັຈຈ໌ຈາກພະໂອຖະ
໕. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເຮັດລາບສັກກາຣະ ແລະສຽງສັນລະເສີນໃຫ້ເກີດຂຶ້ນດ້ວຍຕະບະນັ້ນ ເຂົາຍົກຕົນຂົ່ມຂູ່ຜູ່ອື່ນດ້ວຍລາບສັກກາຣະ ແລະສຽງສັນລະເສີນນັ້ນ. ນິໂຄຼດະ ! ຂໍ້ທີ່ເຂົາ ຍົກຕົນຂົ່ມຂູ່ຜູ່ອື່ນດ້ວຍລາບສັກກາຣະ ແລະສຽງສັນລະເສີນ ນັ້ນ ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.
໖. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເຮັດລາບສັກກາຣະ ແລະສຽງສັນລະເສີນໃຫ້ເກີດຂຶ້ນດ້ວຍຕະບະນັ້ນ ເຂົາເມົາລາບ ຫຼົງລາບ ເຖິງຄວາມມົວເມົາດ້ວຍລາບສັກກາຣະ ແລະສຽງສັນລະເສີນນັ້ນ ນິໂຄຼດະ ! ຂໍ້ທີ່ເຂົາ ເມົາລາບ ຫຼົງລາບ ເຖິງຄວາມມົວເມົາດ້ວຍລາບສັກກາຣະ ແລະສຽງສັນລະເສີນ ນັ້ນ ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.
໗. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເຖິງການແບ່ງແຍກໃນໂພຊະນະ ທັງຫຼາຍວ່າ “ນີ້ຄວນແກ່ເຮົາ ນີ້ບໍ່ຄວນແກ່ເຮົາ” ດັ່ງນີ້. ເຂົາ
ບໍ່ມັກສິ່ງໃດ ເຂົາປິ່ນໜ້າໜີບໍ່ສົນໃຈ ປະມັນໄປເສຍ ; ເຂົາ ມັກສິ່ງໃດ ເຂົາກໍຈົດຈໍ່ມົວເມົາ ໝາຍໝັ້ນສິ່ງນັ້ນ ບໍ່ມອງເຫັນໂທດ ບໍ່ມີປັນຍາເປັນເຄື່ອງອອກ (ຈາກອັສສາທະແຫ່ງສິ່ງນັ້ນ) ກິນເອົາງຸບໆ. ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.
໘. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ດ້ວຍຄິດວ່າ ພຣະຣາຊາ ມະຫາອາມາດ ກະສັດ ພຣາມ ຄະຫະບໍດີ ເດຍຣະຖີທັງຫຼາຍ ຈັັກ
ສັກກາຣະເຮົາ ເພາະເຫຕແຫ່ງຄວາມໄຄ່ຈະໄດ້ລາບສັກກາຣະ ແລະສຽງສັນລະເສີນ. ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.








