ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເມື່ອບຸຄຄົນມີມິຈສາທິຕຖິ ມິຈສາສັງກັປປະ ມິຈສາວາຈາ ... ໆລະໆ ... ມິຈສາຍານະ ມິຈສາວິມຸຕຕິ ເສຍແລ້ວ, ກາຢະກັມ ວະຈີກັມ ມະໂນກັມ ທີ່ເຂົາເຮັດເຕັມທີ່ ຕາມທິຕຖິນັ້ນ ໃດໆ ກໍດີ ເຈຕະນາ ກໍດີ ຄວາມປາຖນາ ກໍດີ ປະນິທານ ກໍດີ ສັງຂາຣ (ການປຸງແຕ່ງ) ໃດໆ ກໍດີ ທັມເຫຼົ່ານັ້ນທັງໝົດຂອງບຸຄຄົນນັ້ນ ຍ່ອມເປັນໄປເພື່ອຄວາມທຸກຂ໌ ອັນບໍ່ໜ້າປາຖນາ ບໍ່ໜ້າຮັກໄຄ່ ບໍ່ໜ້າພໍໃຈ ບໍ່ເປັນປະໂຍຊນ໌ເກື້ອກູນ. ຂໍ້ນັ້ນ ເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ທິຕຖິນັ້ນ ເປັນທິຕຖິຊົ່ວ (ປາປິກະ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໖໙

ພິກຂຸ ທ. ! ປຽບດັ່ງ ພັນໄມ້ກະເດົາ ພັນໝາກບວບຂົມ ພັນໝາກນໍ້າຂົມ ທີ່ເຂົາປູກລົງໄປໃນດິນປຽກ ; ພືດນັ້ນເຂົ້າໄປຈັບເອົາຣົສແຫ່ງດິນ ແລະຣົສແຫ່ງນໍ້າໃດໆ ຣົສແຫ່ງດິນແລະຣົສແຫ່ງນໍ້າທັງໝົດນັ້ນ ຍ່ອມເປັນໄປເພື່ອຄວາມເປັນຂອງຂົມ ຂອງເຜັດຮ້ອນ ຂອງບໍ່ແຊບ. ຂໍ້ນັ້ນ ເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ພືດນັ້ນເປັນພືດຊົ່ວ,

ເຊັ່ນໃດກໍເຊັ່ນນັ້ນ.

ພິກຂຸ ທ. ! ເມື່ອບຸຄຄົນມີສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ... ໆລໆ ... ສັມມາຍານະ ສັມມາວິມຸຕຕິ ແລ້ວ, ກາຢະກັມ ວະຈີກັມ ມະໂນກັມ ທີ່ເຂົາເຮັດເຕັມທີ່ຕາມທິຕຖິນັ້ນ ໃດໆ ກໍດີ ເຈຕະນາ ກໍດີ ຄວາມປາຖນາ ກໍດີ ປະນິທານ ກໍດີ ສັງຂາຣ ໃດໆ ກໍດີ ທັມເຫຼົ່ານັ້ນທັງໝົດຂອງບຸຄຄົນນັ້ນ ຍ່ອມເປັນໄປເພື່ອຄວາມສຸຂ ອັນໜ້າປາຖນາ ໜ້າໄຄ່ ໜ້າພໍໃຈ ເປັນປະໂຍຊນ໌ເກື້ອກູນ. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ທິຕຖິນັ້ນເປັນທິຕຖິດີ (ພັດທິກະ). ພິກຂຸ ທ. ! ປຽບດັ່ງ ພືດພັນອ້ອຍ ພືດພັນເຂົ້າສາລີ ພືດພັນອະງຸ່ນ (ມຸດທິກະ) ທີ່ເຂົາປູກລົງໄປໃນດິນປຽກ ; ພືດນັ້ນເຂົ້າໄປຈັບເອົາຣົສແຫ່ງດິນ ແລະ ຣົສແຫ່ງນໍ້າໃດໆ ຣົສແຫ່ງດິນ ແລະ ລົສແຫ່ງນໍ້າທັງໝົດນັ້ນ ຍ່ອມເປັນໄປເພື່ອຄວາມເປັນຣົສໜ້າຍິນດີ ຣົສຫວານ ຣົສຊຸ່ມຊື່ນ. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ພືດນັ້ນເປັນພືດດີ, ເຊັ່ນໃດກໍເຊັ່ນນັ້ນ.

- ທສກ. ອັງ. ໒໔/໒໒໖-໒໒໘/໑໐໔.

ຮີບປະຕິບັຕໃຫ້ເຖິງທີ່ສຸດ ແຕ່ບໍ່ຕ້ອງຮ້ອນໃຈວ່າຈົ່ງສໍາເລັດ

(ນັ້ນແຫຼະຄືມັຊຊິມາປະຕິປະທາ)

ພິກຂຸ ທ. ! ກິຈຈ໌ຂອງຄະຫະບໍດີຊາວນາ ທີ່ເຂົາຈະຕ້ອງຟ້າວເຮັດ ມີສາມຢ່າງເຫຼົ່ານີ້. ສາມຢ່າງ ແນວໃດແດ່ໜໍ ? ສາມຢ່າງຄື : ຄະຫະບໍດີຊາວນາ ຮີບຟ້າວໄຖ ຄາດ ພື້ນທີ່ນາ ໃຫ້ດີເສຍກ່ອນ, ຈາກນັ້ນກໍຮີບຟ້າວປັກດໍາ, ຈາກນັ້ນກໍຮີບຟ້າວໄຂນໍ້າເຂົ້າແດ່, ໄຂນໍ້າອອກແດ່.

໑໔໗໐ ອະຣິຍະສັຈຈ໌ຈາກພະໂອຖະ

ພິກຂຸ ທ. ! ວຽກຂອງຄະຫະບໍດີຊາວນາ ທີ່ເຂົາຈະຕ້ອງຟ້າວເຮັດ ມີສາມຢ່າງເຫຼົ່ານີ້ແລ ; ແຕ່ວ່າ ຄະຫະບໍດີຊາວນານັ້ນ ບໍ່ມີລິດ ຫຼືອານຸພາບ ທີ່ຈະບັນດານວ່າ “ເຂົ້າຂອງເຮົາຈົ່ງງອກເງີຍໃນມື້ນີ້, ມານຕັ້ງຮວງມື້ອື່ນ, ສຸກມື້ຮືນີ້” ດັ່ງນີ້ໄດ້ເລີຍ, ທີ່ຖືກຕ້ອງ ຍ່ອມມີເວລາ ທີ່ເຂົ້ານັ້ນປ່ຽນແປສະພາບ ໄປຕາມລະດູກາລ ຍ່ອມຈະງອກເງີຍແດ່ ມານຕັ້ງຮວງແດ່ ສຸກແດ່ ;

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ວຽກຂອງພິກຂຸ ທີ່ເຂົາຈະຕ້ອງຟ້າວເຮັດ ມີສາມຢ່າງເຫຼົ່ານີ້. ສາມຢ່າງອັນໃດແດ່ໜໍ ? ສາມຢ່າງຄື : ການສະມາທານການປະຕິບັຕໃນສີລອັນຍິ່ງ, ການສະມາທານການປະຕິບັຕໃນຈິຕອັນຍິ່ງ ແລະການສະມາທານການປະຕິບັຕໃນປັນຍາອັນຍິ່ງ. ພິກຂຸ ທ. ! ວຽກຂອງພິກຂຸ ທີ່ເຂົາຈະຕ້ອງຟ້າວເຮັດ ມີສາມຢ່າງເຫຼົານີ້ແລ ; ແຕ່ວ່າພິກຂຸນັ້ນ ກໍບໍ່ມີລິດ ຫຼືອານຸພາບ ທີ່ຈະບັນດານວ່າ “ຈິຕຂອງເຮົາຈົ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ມີອຸປາທານໃນມື້ນີ້ ຫຼືມື້ອື່ນ ຫຼືມື້ຮືນີ້” ດັ່ງນີ້ເລີຍ, ທີ່ຖືກ ຍ່ອມມີເວລາທີ່ເໝາະສົມ ຊຶ່ງເມື່ອພິກຂຸນັ້ນ ປະຕິບັຕໄປເລື້ອຍໆແມ່ນວ່າໃນ ສີລອັນຍິ່ງ ປະຕິບັຕໄປເລື້ອຍໆແມ່ນວ່າໃນ ຈິຕອັນຍິ່ງ ແລະ ປະຕິບັຕໄປເລື້ອຍໆແມ່ນວ່າໃນ ປັນຍາອັນຍິ່ງ ຈິຕກໍຈະຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ມີອຸປາທານໄດ້ເອງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ