ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ໃນສູຕອື່ນຖືເອົາ ການເກີດແຫ່ງກຸສົລ ແລະການບໍ່ເກີດແຫ່ງອະກຸສົລ ເປັນຫຼັກເກນສໍາລັບການເລືອກ ວ່າຄວນເສບ ຫຼືບໍ່ຄວນເສບ ; ຖ້າໄດ້ຜົລເປັນກຸສົລຖືວ່າຄວນເສບ, ຖ້າໄດ້ຜົລເປັນ

ອະກຸສົລ ຖືວ່າບໍ່ຄວນເສບ. ແລະຖືເອົາຫຼັກເກນນີ້ສໍາລັບການເລືອກສິ່ງເຫຼົ່ານີ້ຄື : ກາຢະສະມາຈາຣ ວະຈີສະມາຈາຣ ມະໂນສະມາຈາຣ ຈິຕຕຸປະບາດ ສັນຍາປະຕິລາພະ ທິຕຖິປະຕິລາພະ ອັຕຕະພາວະປະຕິລາພະ ອາຣົມແຕ່ລະອາຣົມທາງອາຍະຕະນະທັງຫົກ ຈີວອຣ ບິນດະບາຕ ເສນາສະນະ ຄາມະ ນິຄົມ ນະຄອຣ ຊົນນະບົດ ແລະບຸຄຄົນ. ຜູ່ປາຖນາລາຍລະອຽດ ຈົ່ງເບິ່ງຈາກທີ່ມານັ້ນໆ : ອຸປຣິ. ມ. ໑໔/໑໔໔-໑໖໔/໑໙໙-໒໓໒ ; ຫຼື ເບິ່ງທີ່ຫົວຂໍ້ວ່າ “ການເສບທີ່ເປັນອຸປະກອນ ແລະ ບໍ່ເປັນອຸປະກອນ ແກ່ຄວາມພຽນລະອະກຸສົລ ແລະຈະເຣີນກຸສົລ” ຢູ່ໜ້າ ໑໑໔໓ ໃນໜັງສືເຫຼັ້ມນີ້).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໖໑

ອາການທີ່ເອີ້ນວ່າ ອັຕຖັງຄິກະມັຄຄະບໍລິບູນໄດ້ໂດຍວິທີລັດ

ພິກຂຸ ທ. ! ເມື່ອຮູ້ ເມື່ອເຫັນຢູ່ ຊຶ່ງຈັກກຂຸ ຕາມທີ່ເປັນຈິງ ;

ເມື່ອຮູ້ ເມື່ອເຫັນຢູ່ ຊຶ່ງ ຮູບ ທ. ຕາມທີ່ເປັນຈິງ ;

ເມື່ອຮູ້ ເມື່ອເຫັນຢູ່ ຊຶ່ງ ຈັກຂຸວິນຍານ ຕາມທີ່ເປັນຈິງ ;

ເມື່ອຮູ້ ເມື່ອເຫັນຢູ່ ຊຶ່ງ ຈັກຂຸສັມຜັາມທີ່ເປັນຈິງ ;

ເມື່ອຮູ້ ເມື່ອເຫັນຢູ່ ຊຶ່ງ ເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ສຸຂກໍຕາມ ທຸກຂ໌ກໍຕາມ ອະທຸກຂະມະສຸຂະກໍຕາມ, ຕາມທີ່ເປັນຈິງ ;

ບຸຄຄົນ ຍ່ອມບໍ່ກໍາໜັດຍິນດີໃນຈັກຂຸ ຍ່ອມບໍ່ກໍາໜັດຍິນດີໃນ ຮູບ ທ. ຍ່ອມບໍ່ກໍາໜັດຍິນດີໃນ ຈັກຂຸວິນຍານ ຍ່ອມບໍ່ກໍາໜັດຍິນດີໃນ ຈັກຂຸສັມຜັສ ຍ່ອມບໍ່ກໍາໜັດຍິນດີໃນ ເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ສຸຂກໍຕາມ ທຸກຂ໌ກໍຕາມ ອະທຸກຂະມະສຸຂະກໍຕາມ.

ເມື່ອບຸຄຄົນນັ້ນ ບໍ່ກໍາໜັດຍິນດີແລ້ວ ບໍ່ປະກອບພ້ອມແລ້ວ ບໍ່ຫຼົງໄຫຼແລ້ວ ມີປົກກະຕິເຫັນໂທດຢູ່ ; ປັນຈຸປາທານຂັນທ໌ ຍ່ອມເຖິງຊຶ່ງຄວາມບໍ່ກໍ່ຂຶ້ນອີກຕໍ່ໄປ ແລະ ຕັນຫາ ອັນເຄື່ອງນໍາມາຊຶ່ງພົບໃໝ່ ປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດແຫ່ງຄວາມເພີນ ເຮັດໃຫ້ເພີນຢ່າງຍິ່ງໃນອາຣົມນັ້ນໆ ຂອງບຸຄຄົນນັ້ນຍ່ອມລະໄປ. ຄວາມກະວົນກະວາຍ ທາງກາຍແລະທາງຈິຕກໍລະໄປ ; ຄວາມແຜດເຜົາ ທາງກາຍ ແລະ ຈິຕກໍລະໄປ ; ຄວາມອັ່ງຮ້ອນ ທາງກາຍແລະທາງຈິຕກໍລະໄປ ; ບຸຄຄົນນັ້ນຍ່ອມສະເວີຍຄວາມສຸຂ ທັງທາງກາຍແລະທາງຈິຕ.

ທິຕຖິຂອງຜູ່ຮູ້ ຜູ່ເຫັນຢູ່ເຊັ່ນນັ້ນ ເປັນ ສັມມາທິຕຖິ, ຄວາມດໍາຣິຂອງຜູ່ຮູ້ ຜູ່ເຫັນຢູ່ເຊັ່ນນັ້ນ ເປັນ ສັມມາສັງກັປປະ, ຄວາມພຽນຂອງຜູ່ຮູ້ ຜູ່ເຫັນຢູ່ເຊັ່ນນັ້ນ ເປັນ ສັມມາວາຢາມະ, ສະຕິຂອງຜູ່ຮູ້ ຜູ່ເຫັນຢູ່ເຊັ່ນນັ້ນ ເປັນ ສັມມາສະຕິ, ສະມາທິຂອງຜູ່ຮູ້ ຜູ່ເຫັນຢູ່ເຊັ່ນນັ້ນ ເປັນ ສັມມາສະມາທິ.

໑໔໖໒ ອະຣິຍະສັຈຈ໌ຈາກພະໂອຖະ

ສ່ວນ ກາຢະກັມ ວະຈີກັມ ແລະອາຊີວະຂອງເຂົາ ບໍຣິສຸດມາແລ້ວແຕ່ເດີມ ; (ດັ່ງນັ້ນເປັນອັນວ່າ ສັມມາກັມມັນຕະ ສັມມາວາຈາ ສັມມາອາຊີວະ ມີຢູ່ແລ້ວຢ່າງເຕັມທີ່ ໃນຜູ່ຮູ້ ຜູ່ເຫັນຢູ່ເຊັ່ນນັ້ນ). ດ້ວຍອາການເຊັ່ນນີ້ ເປັນອັນວ່າ ອະຣິຍະອັຕຖັງຄິກະມັຄຄະ ແຫ່ງບຸຄຄົນຜູ່ຮູ້ຜູ່ເຫັນຢູ່ເຊັ່ນນັ້ນ ຍ່ອມເຖິງຊຶ່ງຄວາມບໍລິບູນແຫ່ງພາວະນາ ດ້ວຍອາການດັ່ງນີ້.

- ອຸປຣິ. ມ. ໑໔/໕໒໓-໕໒໕/໘໒໘-໘໓໐.

(ຜູ່ຢຶດການປະຕິບັຕອະຣິຍະມັຄຄະເປັນຫຼັກ ຈົ່ງສິ້ງຊອມໃຫ້ເຫັນຄວາມສໍາຄັນທີ່ສຸດ ແຫ່ງ ພຣະບາລີນີ້ ທີ່ສະແດງໃຫ້ເຫັນວ່າ ຖ້າປະຕິບັຕໃນຊັ້ນເລິກ ຄືການຮູ້ເຫັນຢ່າງຖືກຕ້ອງ ກ່ຽວກັບອາຍະຕະນະ ອັນເປັນທີ່ຕັ້ງແຫ່ງຕັນຫາອຸປາທານແລ້ວ ຍ່ອມເປັນເຄັດລັບໃນກາານປະຕິບັຕ ອະຣິຍະມັຄຄະ ຢ່າງຄົບຖ້ວນ ຂຶ້ນມາໂດຍອັຕຕະໂນມັດ ບໍ່ເສຍເວລາຫຼາຍ ຄືດັ່ງຜູ່ປະຕິບັຕຊະນິດແຈກແຍກເປັນອົງໆ ແລະ ອົງລະຫຼາຍໆຢ່າງ ຊຶ່ງສ່ວນຫຼາຍປະຕິບັຕຈົນຕາຍ ຫຼືເກືອບຕາຍກໍບໍ່ເຄີຍປະສົບຜົລສໍາເລັດ ຈຶ່ງຂໍເນັ້ນຄວາມສໍາຄັນຢ່າງຍິ່ງແຫ່ງພຣະບາລີນີ້ ແກ່ຜູ່ປະຕິບັຕທຸກຄົນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ