ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ພິກຂຸໃນກໍລະນິນີ້ ເຂົ້າໄປອາໄສ ວະນະປັຕຖ໌ (ປ່າຕຶບ) ແຫ່ງໃດແຫ່ງໜຶ່ງຢູ່, ສະຕິທີ່ຍັງຕັ້ງຂຶ້ນບໍ່ໄດ້ ກໍບໍ່ຕັ້ງຂຶ້ນໄດ້, ຈິຕທີ່ຍັງບໍ່ຕັ້ງໝັ້ນ ກໍບໍ່ຕັ້ງໝັ້ນ, ອາສະວະທີ່ຍັງບໍ່ດັບສິ້ນ ກໍໍບໍ່ເຖິງຄວາມດັບສິ້ນ, ແລະ ອະນຸຕຕະຣະໂຢຄັກເຂມະທັມທີ່ຍັງບໍ່ບັນລຸ ກໍບໍ່ບັນລຸ, ທັງຈີວອຣ ບິນດະບາຕ ເສນາສະນະ ຄິລານະປັຈຈັຍ ເພສັຊບໍຣິກຂາຣ ອັນບັນພະຊິຕຄວນສະແຫວງຫາມາ ເພື່ອເປັນບໍຣິຂາຣຂອງຊີວິຕ ກໍຫາມາໄດ້ໂດຍຍາກ. ພິກຂຸ ທ. ! ພິກຂຸນັ້ນພິຈາຣະນາເຫັນ ໂດຍຈະແຈ້ງດັ່ງນີ້ແລ້ວ ບໍ່ວ່າ ຈັກເປັນເວລາກາງເວັນ ຫຼືກາງຄືນ ຈົ່ງຜ່າຍໜີໄປເສຍຈາກປ່າຕຶບນັ້ນ, ຢ່າຢູ່ເລີຍ.
ພິກຂຸ ທ. ! ອີກຢ່າງໜຶ່ງ ພິກຂຸໃນກໍລະນີນີ້ ເຂົ້າໄປອາໄສ ປ່າຕຶບ ແຫ່ງໃດແຫ່ງໜຶ່ງຢູ່, ສະຕິທີ່ຍັງຕັ້ງຂຶ້ນບໍ່ໄດ້ ກໍບໍ່ຕັ້ງຂຶ້ນໄດ້, ຈິຕທີ່ຍັງບໍ່ຕັ້ງໝັ້ນ ກໍບໍ່ຕັ້ງໝັ້ນ, ອາສະວະທີ່ຍັງບໍ່ດັບສິ້ນ ກໍໍບໍ່ເຖິງຄວາມດັບສິ້ນ, ແລະ ອະນຸຕຕະຣະໂຢຄັກເຂມະທັມທີ່ຍັງບໍ່ບັນລຸ ກໍບໍ່ບັນລຸ, ແຕ່ວ່າ ຈີວອຣ ບິນດະບາຕ ເສນາສະນະ ຄິລານະປັຈຈັຍ ເພສັຊບໍຣິກຂາຣ ອັນບັນພະຊິຕຄວນສະແຫວງຫາມາ ເພື່ອເປັນບໍຣິຂາຣຂອງຊີວິຕ ກໍຫາມາໄດ້ໂດຍ
ບໍ່ຍາກ. ພິກຂຸ ທ. ! ພິກຂຸນັ້ນພິຈາຣະນາເຫັນ ໂດຍຈະແຈ້ງດັ່ງນີ້ແລ້ວ ຄິດວ່າ “ເຮົາເປັນຜູ່ອອກຈາກເຮືອນ ບວດເພາະເຫຕແຫ່ງຈີວອຣ ກໍບໍ່ແມ່ນ ເພາະເຫຕແຫ່ງ
ບິນດະບາຕ ກໍບໍ່ແມ່ນ ເພາະເຫຕແຫ່ງເສນາສະນະ ກໍບໍ່ແມ່ນ ເພາະເຫຕແຫ່ງຄິລານະປັຈຈັຍ ເພສັຊບໍຣິກຂາຣ ກໍບໍ່ແມ່ນ” ; ເມື່ອພິຈາຣະນາເຫັນດັ່ງນີ້ແລ້ວ ພິກຂຸນັ້ນ ຈົ່ງຜ່າຍໜີໄປເສຍຈາກປ່າຕຶບນັ້ນ, ຢ່າຢູ່ເລີຍ.
ພິກຂຸ ທ. ! ພິກຂຸໃນກໍລະນິນີ້ ເຂົ້າໄປອາໄສ ປ່າຕຶບ ແຫ່ງໃດແຫ່ງໜຶ່ງຢູ່, ສະຕິທີ່ຍັງຕັ້ງຂຶ້ນບໍ່ໄດ້ ກໍຕັ້ງຂຶ້ນໄດ້, ຈິຕທີ່ຍັງບໍ່ຕັ້ງໝັ້ນ ກໍຕັ້ງໝັ້ນ, ອາສະວະທີ່ຍັງບໍ່ດັບສິ້ນກໍໍເຖິງຄວາມດັບສິ້ນ, ແລະ ອະນຸຕຕຣະໂຢຄັກເຂມະທັມທີ່ຍັງບໍ່ບັນລຸກໍບັນລຸ,
໑໔໖໐ ອະຣິຍະສັຈຈ໌ຈາກພະໂອຖະ
ແຕ່ວ່າ ຈີວອຣ ບິນດະບາຕ ເສນາສະນະ ຄິລານະປັຈຈັຍ ເພສັຊບໍຣິກຂາຣ ອັນບັນພະຊິຕຄວນສະແຫວງຫາມາ ເພື່ອເປັນບໍຣິຂາຣຂອງຊີວິຕ ກໍຫາມາໄດ້ໂດຍຍາກ. ພິກຂຸ ທ. ! ພິກຂຸນັ້ນພິຈາຣະນາເຫັນໂດຍຈະແຈ້ງດັ່ງນີ້ແລ້ວ ຄິດວ່າ “ເຮົາບໍ່ໄດ້ອອກຈາກເຮືອນ ບວດເພາະເຫຕແຫ່ງຈີວອຣ ເພາະເຫຕແຫ່ງບິນດະບາຕ ເພາະເຫຕແຫ່ງເສນາສະນະ ເພາະເຫຕແຫ່ງຄິລານະປັຈຈັຍ ເພສັຊບໍຣິກຂາຣ” ; ເມື່ອພິຈາຣະນາເຫັນດັ່ງນີ້ແລ້ວ ພິກຂຸນັ້ນ ຈົ່ງຢູ່ໃນປ່າຕຶບນັ້ນ ຢ່າຜ່າຍໜີໄປເສຍເລີຍ.
ພິກຂຸ ທ. ! ອີກຢ່າງໜຶ່ງ ພິກຂຸໃນກໍລະນິນີ້ ເຂົ້າໄປອາໄສ ປ່າຕຶບ ແຫ່ງໃດແຫ່ງໜຶ່ງຢູ່, ສະຕິທີ່ຍັງຕັ້ງຂຶ້ນບໍ່ໄດ້ ກໍຕັ້ງຂຶ້ນໄດ້, ຈິຕທີ່ຍັງບໍ່ຕັ້ງໝັ້ນ ກໍຕັ້ງໝັ້ນ, ອາສະວະທີ່ຍັງບໍ່ດັບສິ້ນ ກໍໍເຖິງຄວາມດັບສິ້ນ, ແລະ ອະນຸຕຕະຣະໂຢຄັກເຂມະທັມທີ່ຍັງບໍ່ບັນລຸ ກໍບັນລຸ, ທັງຈີວອຣ ບິນດະບາຕ ເສນາສະນະ ຄິລານະປັຈຈັຍ ເພສັຊບໍຣິກຂາຣ ອັນບັນພະຊິຕຄວນສະແຫວງຫາມາ ເພື່ອເປັນບໍຣິຂາຣຂອງຊີວິຕນັ້ນ ກໍຫາມາໄດ້ໂດຍບໍ່ຍາກ. ພິກຂຸ ທ. ! ພິກຂຸນັ້ນພິຈາຣະນາເຫັນ ໂດຍຈະແຈ້ງດັ່ງນີ້ແລ້ວ ຈົ່ງຢູ່ໃນປ່າຕຶບນັ້ນຈົນຕະຫຼອດຊີວິຕ, ຢ່າຜ່າຍໜີໄປເສຍເລີຍ.
(ໃນກໍລະນີ ແຫ່ງການເລືອກ ໝູ່ບ້ານ ເມືອງ ຊົນນະບົດ ແລະ ບຸຄຄົນ ທີ່ຄວນເສບ ຫຼືບໍ່ຄວນເສບ ກໍໄດ້ຕຣັດໄວ້ ໃນຫຼັກເກນແບບດຽວກັນ).
- ມູ. ມ. ໑໒/໒໑໒-໒໑໘/໒໓໕-໒໔໒.








