ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ການເຮັດຈິຕໃຫ້ເກີດຂຶ້ນ ໂດຍໄນຍະ ໔໔ ຄູ່ ເປັນຕົ້ນວ່າ “ເມື່ອຜູ່ອື່ນເປັນຜູ່ ບຽດບຽນ ເຮົາຈັກເປັນຜູ່ ບໍ່ບຽດບຽນ” ເລື້ອຍໄປຈົນເຖິງຄູ່ສຸດທ້າຍ ວ່າ “ເມື່ອຜູ່ອື່ນເປັນຜູ່ ລູບຄໍາດ້ວຍ ທິຕຖິຂອງຕົນ (ສັນທິຕຖິປະຣາມາສີ) ເປັນຜູ່ຢຶດຖືຢ່າງໜຽວແໜ້ນ (ອາດານະຄາຫີ) ແລະ ເປັນຜູ່ຍາກທີ່ຈະສະລັດຄືນຊຶ່ງອຸປາທານ (ທຸປປະຕິນິສສັຄຄີ) ເຮົາຈັກເປັນຜູ່
ບໍ່ລູບຄໍາດ້ວຍທິຕຖິຂອງຕົນ (ອະສັນທິຕຖິປະຣາມາສີ) ເປັນຜູ່ບໍ່ຢຶດຖືຢ່າງໜຽວແໜ້ນ (ອະນາດານະຄາຫີ) ແລະ ເປັນຜູ່ງ່າຍທີ່ຈະສະລັດຄືນຊຶ່ງອຸປາທານ (ສຸປປະຕິນິສສັຄຄີ)” ດັ່ງນີ້ນັ້ນ ຍັງໄດ້ຕຣັດອີກວ່າ ພຽງແຕ່ຕັ້ງຈິຕຕຸບປະບາດໄວ້ດັ່ງນີ້ ກໍເປັນການເຮັດທີ່ມີ
ອຸປະກາຣະຫຼາຍ ເສຍແລ້ວ ບໍ່ຕ້ອງກ່າວເຖິງການທີ່ໄດ້ເຮັດສໍາເລັດລົງໄປຕາມນັ້ນ ດ້ວຍກາຍ ແລະດ້ວຍວາຈາ. ການເອົາທັມ ໔໔ ຄູ່ນັ້ນມາເຮັດໄວ້ໃນຄວາມຄິດ ເອີ້ນວ່າ ຈິຕຕຸບປາດະທັມມະປະຣິຢາຢະ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໕໑
ຂ. ປະຣິກກະມະນະປະຣິຢາຢະ
ການເຮັດຈິຕໃຫ້ຫຼີກອອກມາເສຍ ຈາກທັມຝ່າຍອະກຸສົລ ມາຢູ່ໃນທັມຝ່າຍກຸສົລ ເຊັ່ນຄົນຜ່າຍຈາກທາງຜິດ ມາຍ່າງຢູ່ໃນທາງຖືກ ດັ່ງນີ້ເອີ້ນວ່າ ປະຣິກກະມະນາ. ທັມ ໔໔ ຄູ່ ດັ່ງກ່າວມາແລ້ວເບື້ອງຕົ້ນນັ້ນເອງ ຝ່າຍທໍາອິດເປັນຝ່າຍຜິດ ຝ່າຍຫຼັງເປັນຝ່າຍຖືກ ຈຶ່ງມີພຣະບາລີວາງໄວ້ເປັນຄູ່ທໍາອິດວ່າ “ຄວາມບໍ່ບຽດບຽນ ເປັນການຜ່າຍອອກຈາກທາງຜິດ ຂອງບຸຄຄົນ ຜູ່ມີການບຽດບຽນ” ເລື້ອຍໄປ ຈົນເຖິງຄູ່ສຸດທ້າຍທີ່ວ່າ “ຄວາມເປັນຜູ່ບໍ່ລູບຄໍາດ້ວຍທິຕຖິຂອງຕົນ ບໍ່ຢຶດຖືຢ່າງໜຽວແໜ້ນ ແລະງ່າຍທີ່ຈະສະລັດຄືນຊຶ່ງອຸປາທານ ເປັນການຫຼີກອອກຈາກທາງຜິດຂອງບຸຄຄົນ ຜູ່ລູບຄໍາດ້ວຍທິຕຖິຂອງຕົນ ຢຶດຖືຢ່າງໜຽວ
ແໜ້ນ ແລະຍາກທີ່ຈະສະລັດຄືນຊຶ່ງອຸປາທານ” ການເຮັດແນວນີ້ທັງ ໔໔ ຄູ່ ເອີ້ນວ່າ ປະຣິກກະມະນະທັມມະປະຣິຢາຢະ.
ຄ. ອຸປະຣິພາວັງຄະມະນະປະຣິຢາຢະ
ໃນທັມ ໔໔ ຄູ່ ດັ່ງກ່າວມາແລ້ວເບື້ອງຕົ້ນ ຝ່າຍທໍາອິດ ຫຼືຝ່າຍຜິດ ເປັນ ອະໂດພາວັງຄະມະນີຢະທັມ (ນໍາໄປສູ່ຝ່າຍຕໍ່າ) ຝ່າຍຫຼັງ ຫຼືຝ່າຍຖືກ ເປັນ ອຸປະຣິພາວັງຄະມະນີຢະທັມ (ນໍາໄປສູ່ຝ່າຍສູງ) ຈຶ່ງມີພຣະບາລີວາງໄວ້ເປັນຄູ່ທໍາອິດວ່າ “ຄວາມບໍ່ບຽດບຽນ ເປັນທັມໄປສູ່ພະວະຝ່າຍສູງ ຂອງບຸຄຄົນຜູ່ມີການບຽດບຽນ” ດັ່ງນີ້ເລື້ອຍໄປ ຈົນເຖິງຄູ່ສຸດທ້າຍວ່າ “ຄວາມເປັນຜູ່ບໍ່ລູບຄໍາດ້ວຍທິຕຖິຂອງຕົນ ບໍ່ຢຶດຖືຢ່າງໜຽວແໜ້ນ ແລະງ່າຍທີ່ຈະສະລັດຄືນຊຶ່ງອຸປາທານ ເປັນທັມນໍາໄປສູ່ພາວະຝ່າຍສູງຂອງບຸຄຄົນ ຜູ່ລູບຄໍາດ້ວຍທິຕຖິຂອງຕົນ ຢຶດຖືຢ່າງໜຽວແໜ້ນ ແລະຍາກທີ່ຈະສະລັດຄືນຊຶ່ງອຸປາທານ” ການເຮັດແນວນີ້ທັງ ໔໔ ຄູ່ ເອີ້ນວ່າ ອຸປະຣິພາວັງຄະມະນະທັມມະປະຣິຢາຢະ.
໑໔໕໒ ອະຣິຍະສັຈຈ໌ຈາກພະໂອຖະ
ງ. ປະຣິນິບພານະປະຣິຢາຢະ
ໃນທັມ ໔໔ ຄູ່ ດັ່ງກ່າວມາແລ້ວເບື້ອງຕົ້ນນັ້ນ ຝ່າຍທໍາອິດ ຫຼືຝ່າຍຜິດ ເປັນຝ່າຍບໍ່ດັບເຢັນ ຝ່າຍຫຼັງ ຫຼືຝ່າຍຖືກ ເປັນຝ່າຍດັບເຢັນ (ປະຣິນິບພານະ) ດັ່ງນັ້ນ ຈຶ່ງມີພຣະບາລີວາງໄວ້ເປັນຄູ່ທໍາອິດ ວ່າ “ຄວາມບໍ່ບຽດບຽນ ເປັນໄປເພື່ອຄວາມດັບເຢັນຂອງບຸຄຄົນ ຜູ່ມີການບຽດບຽນ” ດັ່ງນີ້ເລື້ອຍໄປ ຈົນເຖິງຄູ່ສຸດທ້າຍ ວ່າ “ຄວາມເປັນຜູ່ບໍ່ລູບຄໍາດ້ວຍທິຕຖິຂອງຕົນ ບໍ່ຢຶດຖືຢ່າງໜຽວແໜ້ນ ແລະງ່າຍທີ່ຈະສະລັດຄືນຊຶ່ງອຸປາທານ ເປັນໄປເພື່ອຄວາມດັບເຢັນຂອງບຸຄຄົນ ຜູ່ລູບຄໍາດ້ວຍທິຕຖິຂອງຕົນ ຢຶດຖືຢ່າງໜຽວແໜ້ນ ແລະຍາກທີ່ຈະ
ສະລັດຄືນຊຶ່ງອຸປາທານ” ການເຮັດເຊັ່ນນີ້ທັງ ໔໔ ຄູ່ ເອີ້ນວ່າ ປະຣິນິບພານະປະຣິຢາຢະ. ຂໍ້ຄວາມຕອນນີ້ມີຕຣັດໄວ້ພິເສດວ່າ ຜູ່ບໍ່ດັບເຢັນ ຈະຊ່ວຍໃຫ້ຜູ່ອື່ນດັບເຢັນນັ້ນ ເປັນໄປບໍ່ໄດ້ ເຊັ່ນດຽວກັບຜູ່ຕິດຕົມຫຼົ່ມ ຈະຍົກຜູ່ອື່ນຂຶ້ນຈາກຕົມຫຼົ່ມບໍ່ໄດ້ ເຊັ່ນໃດກໍເຊັ່ນນັ້ນ.
- ມູ. ມ. ໑໒/໗໕-໘໓/໑໐໔-໑໐໘.








