ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸນັ້ນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມນໍາຈິຕໄປເພື່ອຍານທັສສະນະ. ເຂົາຍ່ອມຮູ້ແຈ້ງເຊັ່ນນີ້ວ່າ ກາຍຂອງເຮົານີ້ ມີຮູບ ປະກອບຢູ່ດ້ວຍມະຫາພູຕະທັງສີ່ ມີມານດາບິດາເປັນແດນເກີດ ຈະເຣີນຂຶ້ນດ້ວຍເຂົ້າສຸກ ແລະເຂົ້າໜົມສົດ ຕ້ອງຫໍ່ຫຸ້ມນວດຄັ້ນຢູ່ເນື່ອງນິດ ແຕ່ກໍຍັງມີການແຕກມ້າງ ເນົ່າເປື່ອຍເປັນທັມມະດາ, ແຕ່ວິນຍານຂອງເຮົານີ້ ອາໄສຢູ່ໃນກາຍນັ້ນ ເນື່ອງຢູ່ໃນກາຍໃນນັ້ນ ; (ເຂົາຮູ້ເຫັນຢ່າງແຈ່ມແຈ້ງ) ປຽບດັ່ງມະນີໄພທູນ ອັນສວຍງາມ ສົມຊາຕແກ້ວ ແປດລ່ຽມ ເຈຍລະໄນດີແລ້ວ ສົດໃສ ຜ່ອງໃສ ເຖິງພ້ອມດ້ວຍຄຸນຄ່າທັງປວງ, ໃນແກ້ວນັ້ນມີດ້າຍຮ້ອຍຢູ່ ສີຂຽວແດ່ ສີເຫຼືອງແດ່ ສີແດງແດ່ ສີຂາວແດ່ ສີສົ້ມແດ່,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໘໑

ບຸຣຸສຜູ່ມີຕາດີ ວາງແກ້ວນັ້ນລົງໃນມືແລ້ວ ກໍຈະເຫັນໂດຍແຈ່ມແຈ້ງວ່າ ມະນີໄພທູນນີ້ເປັນຂອງສວຍງາມ ສົມຊາຕແກ້ວ ແປດລ່ຽມ ເຈຍລະໄນດີແລ້ວ ສົດໃສ ຜ່ອງໃສ ເຖິງພ້ອມດ້ວຍຄຸນຄ່າທັງປວງ. ໃນແກ້ວນັ້ນມີດ້າຍຮ້ອຍຢູ່ ສີຂຽວແດ່ ສີເຫຼືອງແດ່ ສີແດງແດ່ ສີຂາວແດ່ ສີສົ້ມແດ່, ເຊັ່ນນັ້ນ ເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ ... ໆລໆ ... (ຂໍ້ຄວາມຕອນຕໍ່ຈາກນີ້ໄປ ເບິ່ງໄດ້ທີ່ພາກຜະນວກໃນໜັງສືເຫຼັ້ມນີ້ຢູ່ໜ້າ ໑໕໕໙ ຕັ້ງແຕ່ຄໍາວ່າ ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກ ອຸປະກິເລສ ເປັນທັມມະຊາຕທີ່ອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອການເນລະມິຕກາຍ ອັນສໍາເລັດດ້ວຍໃຈ. ເຂົາຖອດກາຍອື່ນອອກຈາກກາຍນີ້ ... ໄປຈົນເຖິງຄໍາວ່າ ...(ຈົບອະຣິຍະປັນຍາຂັນທ໌)., ຢູ່ໜ້າ ໑໕໖໔).

- ສີ. ທີ. ໙/໒໕໒-໒໗໒/໓໑໘-໓໓໗.

ສິກຂາສາມເປັນສິ່ງທີ່ສົ່ງເສີມກັນຕາມລໍາດັບ

(ເມື່ອພຣະຜູ່ມີພຣະພາຄ ປະທັບທີ່ອຸທະຍານອັມພະລັຕຖິກາ ໃນຣາຊະອາຄານ ຊົງສະແດງທັມມິກະຖາຢ່າງຫຼວງຫຼາຍ ແກ່ພິກຂຸທັງຫຼາຍ ດັ່ງນີ້ວ່າ : -).

ສີລ ເປັນເຊັ່ນນີ້, ສະມາທິ ເປັນເຊັ່ນນີ້, ປັນຍາ ເປັນເຊັ່ນນີ້. ສະມາທິ ທີ່ສີລອົບຮົມແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ; ປັນຍາທີ່ ສະມາທິອົບຮົມແລ້ວຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ; ຈິຕ ທີ່ປັນຍາອົບຮົມແລ້ວ ຍ່ອມຫຼຸດພົ້ນຈາກອາສະວະທັງຫຼາຍ ໂດຍຖືກຕ້ອງແລ, ຄືພົ້ນຈາກ ກາມາສະວະ ພະວາສະວະ ອະວິຊຊາສະວະ.

- ມຫາ. ທີ. ໑໐/໙໖/໗໖.

໑໓໘໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ອະທິສິກຂາສາມ

ພິກຂຸ ທ. ! ສິກຂາ ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງແນວໃດໜໍ ? ສາມຢ່າງຄື ອະທິ

ສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ.

ພິກຂຸ ທ. ! ອະທິສີລະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ເປັນຜູ່ມີສີລ ສັງລວມດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາລະຍາດ ແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິສີລະສິກຂາ.

ພິກຂຸ ທ. ! ອະທິຈິຕຕະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະຫງັດຈາກກາມທັງຫຼາຍ ສະຫງັດຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ... ທຸຕິຢະຊານ ... ຕະຕິຢະຊານ ... ຈະຕຸຕຖະຊານ ແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິຈິຕຕະສິກຂາ.

ພິກຂຸ ທ. ! ອະທິປັນຍາສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌ ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິປັນຍາສິກຂາ.

ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາ ໓ ຢ່າງ.

- ຕິກ. ອັງ. ໒໐/໓໐໓/໕໒໙.

ອະທິສິກຂາສາມ (ອີກໄນຍະໜຶ່ງ)

ພິກຂຸ ທ. ! ສິກຂາ ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື : ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ