ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ທ່ານອານົນທ໌ຜູ່ຈະເຣີນ ! ອະຣິຍະສະມາທິຂັນທ໌ ນັ້ນເປັນແນວໃດໜໍ ທີ່ພຣະສະມະນະໂຄດົມຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ”.

(ບູຣະພະພາຄແຫ່ງການຈະເຣີນສະມາທິ)

ມານົບ ! ພິກຂຸເປັນຜູ່ມີທະວາຣ ອັນຄຸ້ມຄອງແລ້ວໃນອິນຊີທັງຫຼາຍ ເປັນແນວໃດໜໍ ?

ມານົບ ! ພິກຂຸໃນກໍລະນີນີ້ ເຫັນຮູບດ້ວຍຕາແລ້ວ ບໍ່ເປັນຜູ່ຖືເອົາໃນລັກສະນະທີ່ເປັນການຮວບຖືເອົາທັງໝົດ (ລວມເປັນພາບດຽວ) ບໍ່ເປັນຜູ່ຖືເອົາໃນລັກສະນະ ທີ່ເປັນການຖືເອົາໂດຍແຍກເປັນສ່ວນໆ ; ອະກຸສົລທັມອັນເປັນບາບຄືອະພິຊຊາ ແລະໂທມະນັສສະ ຈະໄຫຼໄປຕາມບຸຄຄົນຜູ່ບໍ່ສັງລວມຢູ່ ຊຶ່ງອິນຊີອັນເປັນຕົ້ນເຫຕ ຄືຕາໃດ, ເຂົາຍ່ອມປະຕິບັຕເພື່ອສັງລວມຊຶ່ງອິນຊີນັ້ນ ຍ່ອມຮັກສາອິນຊີຄືຕາ ຍ່ອມເຖິງການສັງລວມໃນອິນຊີຄືຕາ.

(ໃນກໍລະນີແຫ່ງອິນຊີຄືຫູ ອິນຊີຄືດັງ ອິນຊີຄືລີ້ນ ອິນຊີຄືກາຍ ແລະອິນຊີຄືໃຈ ກໍມີຂໍ້ຄວາມທີ່ໄດ້ຕຣັດໄວ້ແບບດຽວກັນ).

... ມານົບ ! ພິກຂຸເປັນຜູ່ມີທະວາຣ ອັນຄຸ້ມຄອງແລ້ວ ໃນອິນຊີທັງຫຼາຍ ດ້ວຍອາການເຊັ່ນນີ້ແລ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໗໙

ມານົບ ! ພິກຂຸ ເປັນຜູ່ປະກອບດ້ວຍສະຕິສັມປະຊັນຍະ ເປັນແນວໃດໜໍ ? ມານົບ ! ພິກຂຸໃນກໍລະນີນິ້ ເປັນຜູ່ເຮັດຄວາມຮູ້ໂຕຮອບຄອບ ໃນການກ້າວໄປຂ້າງໜ້າ ການຖອຍກັບໄປຂ້າງຫຼັງ, ການແລເບິ່ງ ການຫຼຽວເບິ່ງ, ການຄູ້ ການຢຽດ, ການຊົງສັງຄາຕິ ບາຕ ຈີວອຣ, ການສັນ ການດື່ມ ການຫຍໍ້າ ການຊີມ, ການຖ່າຍອຸຈຈາຣະ ປັສສະວະ, ເປັນຜູ່ເຮັດຄວາມຮູ້ໂຕຮອບຄອບ ໃນການໄປ ການຢຸດ, ການນັ່ງ ການນອນ, ການຫຼັບ ການຕື່ນ, ການເວົ້າ ການນິ້ງ.

... ມານົບ ! ພິກຂຸ ເປັນຜູ່ປະກອບດ້ວຍສະຕິສັມປະຊັນຍະ ດ້ວຍອາການເຊັ່ນນີ້ແລ.

ມານົບ ! ພິກຂຸ ເປັນຜູ່ສັນໂດດ ເປັນແນວໃດໜໍ ? ມານົບ ! ພິກຂຸໃນກໍລະນີນີ້ ຍ່ອມເປັນຜູ່ສັນໂດດ (ຍິນດີຕາມທີ່ມີຢູ່) ດ້ວຍຈີວອຣເປັນເຄື່ອງບໍລິຫານກາຍ ສັນໂດດດ້ວຍບິນດະບາຕ ເປັນເຄື່ອງບໍລິຫານທ້ອງ ພິກຂຸນັ້ນຈະຫຼີກຜ່າຍໄປໂດຍທິສໃດໆ ຍ່ອມຖືເອົາບາຕ ແລະຈີວອຣນັ້ນຫຼີກຜ່າຍໄປໄດ້ໂດຍທິສນັ້ນໆ.

ມານົບ ! ປຽບດັ່ງນົກມີປີກ ຈະບິນໄປທິສໃດໆ ມີປີກຢ່າງດຽວເປັນພາລະບິນໄປເຊັ່ນໃດ ; ພິກຂຸກໍເຊັ່ນນັ້ນ ; ເປັນຜູ່ສັນໂດດດ້ວຍຈີວອຣ ເປັນເຄື່ອງບໍລິຫານກາຍດ້ວຍບິນດະບາຕ ເປັນເຄື່ອງບໍລິຫານທ້ອງ ຖືເອົາແລ້ວຫຼີກຜ່າຍໄປໂດຍທິສໃດໆໄດ້.

... ມານົບ ! ພິກຂຸເປັນຜູ່ສັນໂດດ ດ້ວຍອາການເຊັ່ນນີ້ແລ.

໑໓໘໐ ອະຣິຍະສັຈຈ໌ຈາກພຣະໂອຖະ

(ການຈະເຣີນສະມາທິ)

ພິກຂຸນັ້ນປະກອບດ້ວຍອະຣິຍະສີລະຂັນທ໌ (ດັ່ງທີ່ກ່າວແລ້ວເບື້ອງຕົ້ນ) ນີ້ດ້ວຍ ປະກອບດ້ວຍອະຣິຍະອິນຊີນີ້ດ້ວຍ ປະກອບດ້ວຍອະຣິຍະສະຕິສັມປະຊັນຍະນີ້ດ້ວຍ ປະກອບດ້ວຍອະຣິຍະສັນຕຸຖິນີ້ດ້ວຍ ແລ້ວ, ເຂົາເສບເສນາສະນະອັນມິດງຽບ ຄືປ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ບ່ອນແຈ້ງ ກອງເຟືອງ (ເຍື່ອງໃດເຍື່ອງໜຶ່ງ), ໃນເວລາພາຍຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ເຂົານັ່ງຄູ້ບັນລັງຕັ້ງກາຍກົງ ດໍາຣົງສະຕິໝັ້ນ ... ໆລໆ ... (ຂໍ້ຄວາມຕໍ່ຈາກນີ້ ເບິ່ງໄດ້ທີ່ພາກຜະນວກໜ້າ ໑໕໕໓ ໃນໜັງສືເຫຼັ້ມນີ້ ຕັ້ງແຕ່ຄໍາວ່າ ລະອະພິຊຊາໂລພະແລ້ວ ມີຈິຕປາສະຈາກ

ອະພິຊຊາຢູ່ ... ໄປເຖິງຄໍາວ່າ ... (ຈົບອະຣິຍະສະມາທິຂັນທ໌) ... (ຢູ່ໜ້າ ໑໕໕໘).

໓. ປັນຍາຂັນທ໌ໂດຍລະອຽດ

“ທ່ານອານົນທ໌ຜູ່ຈະເຣີນ ! ອະຣິຍະປັນຍາຂັນທ໌ ນັ້ນເປັນແນວໃດໜໍ ທີ່ພຣະສະມະນະໂຄດົມຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ