ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໑. ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຂົ້າເຖິງເຈໂຕວິມຸຕຕິອັນສະງົບ ຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມ (ອາໄສເຈໂຕວິມຸຕຕິນັ້ນ) ເຮັດໃນໃຈຊຶ່ງ ສັກກາຢະນິໂຣດ (ຄວາມດັບແຫ່ງສັກກາຢະ), ເມື່ອເຂົາເຮັດໃນໃຈຊຶ່ງສັກກາຢະນິໂຣດ, ຈິຕຂອງເຂົາ (ກໍຍັງ) ບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ດໍາຣົງຢູ່ ບໍ່ນ້ອມໄປ ໃນສັກກາຢະນິໂຣດ. ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງສັກກາຢະນິໂຣດບໍ່ໄດ້. ປຽບດັ່ງບຸຣຸສມືເປື້ອນຕັງໜຽວຈັບກິ່ງໄມ້, ມືຂອງເຂົາກໍຄາຢູ່ ຈັບຢູ່ ຕິດຢູ່ (ບໍ່ເປັນອິດສະຫຼະ), ນີ້ເຊັ່ນໃດ ; ພິກຂຸ ທ. ! ພິກຂຸທີ່ເຂົ້າເຖິງເຈໂຕວິມຸຕຕິ ອັນສະງົບຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມເຮັດໃນໃຈຊຶ່ງສັກກາຢະນິໂຣດ, ເມື່ອເຂົາເຮັດໃນໃຈຊຶ່ງສັກກາຢະນິໂຣດຢູ່, ຈິຕຂອງເຂົາ (ກໍຍັງ) ບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ດໍາຣົງຢູ່ ບໍ່ນ້ອມໄປ ໃນສັກກາຢະນິໂຣດ. ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງສັກກາຢະນິໂຣດບໍ່ໄດ້, ເຊັ່ນນັ້ນ

ເໝືອນກັນ.

໒. ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຂົ້າເຖິງເຈໂຕວິມຸຕຕິອັນສະງົບ ຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມ (ອາໄສເຈໂຕວິມຸຕຕິນັ້ນ) ເຮັດໃນໃຈຊຶ່ງສັກກາຢະນິໂຣດ, ເມື່ອເຂົາເຮັດໃນໃຈຊຶ່ງສັກກາຢະນິໂຣດຢູ່, ຈິຕຂອງເຂົາກໍແລ່ນໄປ ເຫຼື້ອມໃສ ດໍາຣົງຢູ່ ນ້ອມໄປ ໃນສັກກາຢະນິໂຣດ, ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງ

ສັກກາຢະນິໂຣດໄດ້. ປຽບດັ່ງບຸຣຸສມືສະອາດຈັບກິ່ງໄມ້, ມືຂອງເຂົາກໍບໍ່ຄາຢູ່ ບໍ່ຈັບຢູ່ ບໍ່ຕິດຢູ່ (ຍັງເປັນອິດສະຫຼະ), ນີ້ເຊັ່ນໃດ ;

໑໓໖໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ພິກຂຸທີ່ເຂົ້າເຈໂຕວິມຸຕຕິ ອັນສະງົບຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມເຮັດໃນໃຈຊຶ່ງສັກກາຢະນິໂຣດ, ເມື່ອເຂົາເຮັດໃນໃຈຊຶ່ງສັກກາຢະນິໂຣດຢູ່, ຈິຕຂອງເຂົາກໍແລ່ນໄປ ເຫຼື້ອມໃສ ດໍາຣົງຢູ່ ນ້ອມໄປ ໃນສັກກາຢະນິໂຣດ, ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງສັກກາຢະນິໂຣດໄດ້, ເຊັ່ນນັ້ນເໝືອນກັນ.

໓. ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຂົ້າເຖິງເຈໂຕວິມຸຕຕິອັນສະງົບ ຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມ (ອາໄສເຈໂຕວິມຸຕຕິນັ້ນ) ເຮັດໃນໃຈຊຶ່ງ ອະວິຊຊາປະເບດະ (ການທໍາລາຍແຫ່ງອະວິຊຊາ), ເມື່ອເຂົາເຮັດໃນໃຈຊຶ່ງອະວິຊຊາປະເບດະຢູ່, ຈິຕຂອງເຂົາ (ກໍຍັງ) ບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ດໍາຣົງຢູ່ ບໍ່ນ້ອມໄປ ໃນອະວິຊຊາປະເບດະ, ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງອະວິຊຊາປະເບດະບໍ່ໄດ້. ປຽບດັ່ງຊັມພາລີ໑ ອັນເຮັດມາແລ້ວຫຼາຍປີ ຄົນເຂົາປິດທາງໄຫຼເຂົ້າຂອງມັນເສຍ ແລະເປີດທາງນໍ້າໄຫຼອອກໄວ້ທັງໝົດ ທັງຝົນກໍບໍ່ຕົກຕາມລະດູກາລ ເມື່ອເປັນເຊັ່ນນີ້ ການທີ່ຈະມີນໍ້າໄຫຼອອກຈາກຄັນຄູ ແຫ່ງຂຸມສ້າງໃຫຍ່ນັ້ນ ກໍເປັນອັນບໍ່ມີຫວັງ, ນີ້ເຊັ່ນໃດ ; ພິກຂຸ ທ. ! ພິກຂຸທີ່ເຂົ້າເຖິງເຈໂຕວິມຸຕຕິ ອັນສະງົບຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມເຮັດໃນໃຈຊຶ່ງອະວິຊຊາປະເບດະ, ເມື່ອເຂົາເຮັດໃນໃຈຊຶ່ງອະວິຊຊາປະເບດະຢູ່, ຈິຕຂອງເຂົາ (ກໍຍັງ) ບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ດໍາຣົງຢູ່ ບໍ່ນ້ອມໄປ ໃນອະວິຊຊາ

ປະເບດະ, ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງອະວິຊຊາປະເບດະ

ບໍ່ໄດ້, ເຊັ່ນນັ້ນເໝືອນກັນ.

໑. ຂຸມສ້າງຂະໜາດໃຫຍ່ ບ່ອນຖິ້ມຂອງເປິະເປື້ອນປະຈໍາເມືອງ ມີຄັນຄູ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໖໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ