ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ໂປຖະປາທະ ! ເມື່ອພິກຂຸນັ້ນ ມອງເຫັນນິວອຣທັງຫ້າເຫຼົ່ານີ້ ທີ່ຕົນລະໄດ້ແລ້ວຢູ່ ປາໂມດຍ່ອມເກີດ ; ເມື່ອປາໂມດເກີດແລ້ວ ປີຕິຍ່ອມເກີດ ; ກາຍຂອງຜູ່ມີໃຈປີຕິ ຍ່ອມສະງົບລະງັບ ; ຜູ່ມີກາຍສະງົບລະງັບ ຍ່ອມສະເຫວີຍສຸຂ ; ຈິຕຂອງຜູ່ມີສຸຂ ຍ່ອມຕັ້ງໝັ້ນ. ພິກຂຸນັ້ນ ເພາະສະຫງັດຈາກກາມ ສະຫງັດຈາກອະກຸສົລທັມທັງຫຼາຍ ຈຶ່ງບັນລຸ ຊານທີໜຶ່ງ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກ ແລ້ວແລຢູ່. ສັນຍາໃນກາມ ອັນມີໃນກາລກ່ອນຂອງເຂົານັ້ນ ຍ່ອມດັບໄປ ; ສັຈຈະສັນຍາອັນລະອຽດໃນປີຕິແລະສຸຂ ທີ່ເກີດແຕ່ວິເວກ ຍ່ອມມີຂຶ້ນໃນສະໄໝນັ້ນ, ເຂົາຍ່ອມເປັນຜູ່ມີສັຈຈະສັນຍາອັນລະອຽດໃນປີຕິ ແລະສຸຂທີ່ເກີດແຕ່ວິເວກໃນສະໄໝນັ້ນ. ເພາະການສຶກສາເຊັ່ນນີ້ ສັນຍາຢ່າງໜຶ່ງຍ່ອມເກີດຂຶ້ນ, ສັນຍາຢ່າງໜຶ່ງຍ່ອມດັບໄປ. ແມ່ນວ່ານີ້ ກໍເປັນການສຶກສາ.
(ກໍລະນີຂອງທຸຕິຢະຊານ)
ໂປຖະປາທະ ! ຂໍ້ອື່ນຍັງມີອີກ : ພິກຂຸເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງບັນລຸ ຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ສັຈຈະສັນຍາອັນລະອຽດໃນປີຕິແລະສຸຂ ທີ່ເກີດແຕ່ວິເວກ ທີ່ມີໃນກາລກ່ອນຂອງເຂົານັ້ນ ຍ່ອມດັບໄປ ; ສັຈຈະສັນຍາອັນລະອຽດໃນປີຕິ ແລະສຸຂ ທີ່ເກີດແຕ່ສະມາທິ ຍ່ອມມີຂຶ້ນໃນສະໄໝນັ້ນ, ເຂົາຍ່ອມເປັນຜູ່ມີສັຈຈະສັນຍາ ອັນລະອຽດໃນປີຕິແລະສຸຂ ທີ່ເກີດແຕ່ສະມາທິໃນສະໄໝນັ້ນ. ເພາະການສຶກສາເຊັ່ນນີ້ ສັນຍາຢ່າງໜຶ່ງຍ່ອມເກີດຂຶ້ນ, ສັນຍາຢ່າງໜຶ່ງຍ່ອມດັບໄປ. ແມ່ນວ່ານີ້ ກໍເປັນການສຶກສາ.
໑໓໖໔ ອະຣິຍະສັຈຈ໌ຈາກພຣະໂອຖະ
(ກໍລະນີຂອງຕະຕິຢະຊານ)
ໂປຖະປາທະ ! ຂໍ້ອື່ນຍັງມີອີກ : ພິກຂຸເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຈຶ່ງບັນລຸ ຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ່ໄດ້ບັນລຸຊານນີ້ ເປັນຜູ່ຢູ່ອຸເປກຂາ ມີສະຕິ ຢູ່ເປັນສຸຂ” ດັ່ງນີ້ ແລ້ວແລຢູ່. ສັຈຈະສັນຍາອັນລະອຽດໃນປີຕິ ແລະສຸຂ ອັນເກີດແຕ່ສະມາທິ ທີ່ມີໃນກາລກ່ອນຂອງເຂົານັ້ນ ຍ່ອມດັບໄປ ; ສັຈຈະສັນຍາອັນລະອຽດ ໃນອຸເປກຂາສຸຂ ຍ່ອມມີຂຶ້ນ ໃນສະໄໝນັ້ນ, ເຂົາຍ່ອມເປັນຜູ່ມີສັຈຈະສັນຍາອັນລະອຽດໃນອຸເປກຂາສຸຂ ໃນສະໄໝນັ້ນ. ເພາະການສຶກສາເຊັ່ນນີ້ ສັນຍາຢ່າງໜຶ່ງຍ່ອມເກີດຂຶ້ນ, ສັນຍາຢ່າງໜຶ່ງຍ່ອມດັບໄປ. ແມ່ວ່ານີ້ ກໍເປັນການສຶກສາ.
(ກໍລະນີຂອງຈະຕຸຕຖະຊານ)
ໂປຖະປາທະ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະລະສຸຂ ແລະລະທຸກຂ໌ເສຍໄດ້, ເພາະຄວາມດັບຫາຍໄປແຫ່ງໂສມະນັສສະ ແລະໂທມະນັສສະ ໃນກາລກ່ອນ, ຈຶ່ງບັນລຸ ຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ສັຈຈະສັນຍາອັນລະອຽດໃນອຸເປກຂາສຸຂ ທີ່ມີໃນກາລກ່ອນຂອງເຂົານັ້ນ ຍ່ອມດັບໄປ ; ສັຈຈະສັນຍາອັນລະອຽດ ໃນອະທຸກຂະມະສຸຂ ຍ່ອມມີຂຶ້ນ ໃນສະໄໝນັ້ນ, ເຂົາຍ່ອມເປັນຜູ່ມີສັຈຈະສັນຍາອັນລະອຽດ ໃນອະທຸກຂະມະສຸຂະ ໃນສະໄໝນັ້ນ. ເພາະການສຶກສາເຊັ່ນນີ້ ສັນຍາຢ່າງໜຶ່ງຍ່ອມເກີດຂຶ້ນ, ສັນຍາຢ່າງໜຶ່ງຍ່ອມດັບໄປ. ແມ່ນວ່ານີ້ ກໍເປັນການສຶກສາ.
(ໃນກໍລະນີແຫ່ງ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ແລະ ອາກິນຈັນຍາຢະຕະນະ ກໍມີຂໍ້ຄວາມທີ່ຕຣັດໄວ້ຮູບແບບດຽວກັນ).
- ສີ. ທີ. ໙/໒໒໖-໒໒໗/໒໗໙-໒໘໒.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໖໕
ເຈໂຕວິມຸຕຕິຊະນິດທີ່ຍັງມີອຸປະສັກ
ພິກຂຸ ທ. ! ບຸຄຄົນ ໔ ຈໍາພວກເຫຼົ່ານີ້ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ຈໍາພວກແນວໃດໜໍ ? ສີ່ຈໍາພວກຄື :-








