ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ເຮັດການສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງປີຕິ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງປີຕິ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງສຸຂ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງສຸຂ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາເປັນຜູ່ ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ.

ເຮັດການສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງຈິຕ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາເປັນຜູ່ ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາເປັນຜູ່ ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາເປັນຜູ່ ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໕໕

ເຮັດການສຶກສາວ່າ ເຮົາຕາມ ເຫັນຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈເຂົ້າ ວ່າ ເຮົາຕາມເຫັນຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາຕາມ ເຫັນຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈເຂົ້າ ວ່າ ເຮົາຕາມເຫັນຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາຕາມ ເຫັນຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າ ເຮົາຕາມເຫັນຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາຕາມ ເຫັນຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈເຂົ້າ ວ່າ ເຮົາຕາມເຫັນຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈອອກ.

ນີ້ເອີ້ນວ່າ ອານາປານະສະຕິ.

ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນ ແລ້ວກ່າວສັນຍາສິບປະການເຫຼົ່ານີ້ ແກ່ເຂົານັ້ນແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄືພິກຂຸຄິຣິມານົນ ຟັງສັນຍາສິບປະການແລ້ວ ອາພາດອັນເປັນທຸກຂ໌ແຮງຂອງເຂົານັ້ນ ກໍຈະລະງັບໄປໂດຍຄວນແກ່ຖານະ.

ລໍາດັບນັ້ນແລ ທ່ານອານົນທ໌ໄດ້ຈື່ເອົາສັນຍາສິບປະການເຫຼົ່ານີ້ ໃນສໍານັກຂອງພຣະຜູ່ມີ

ພຣະພາກເຈົ້າແລ້ວ ເຂົ້າໄປຫາທ່ານຄິຣິມານົນ ແລ້ວກ່າວສັນຍາສິບປະການແກ່ທ່ານ ເມື່ອທ່ານຄິຣິມານົນ ຟັງສັນຍາສິບປະການແລ້ວ ອາພາດກໍລະງັບໄປໂດຍຖານະອັນຄວນ. ທ່ານຄິຣິມານົນຊ່ວງແລ້ວຈາກອາພາດ ແລະອາພາດກໍເປັນຄືດັ່ງຫາຍໄປແລ້ວດວ້ຍ ແລ.

- ທສກ. ອັງ. ໒໔/໑໑໕-໑໒໐/໖໐.

(ບາລີພຣະສູຕນີ້ ໄດ້ເຮັດໃຫ້ເກີດປະເພນີສູຕຄິຣິມານັນທະສູຕ ໃຫ້ຄົນເຈັບປ່ວຍຟັງ ເພື່ອຈະໄດ້ຫາຍເຈັບປ່ວຍ ເຊັ່ນດຽວກັບໂພຊຊັງຄະສູຕ. ບາງຄົນອາດຈະສົງໄສວ່າ ບໍ່ເປັນການຜິດຫຼັກທັມ ຫຼືເຫຕປັຈຈັຍໄປບໍ່ ທີ່ຄວາມທຸກຂ໌ດັບໄປ ໂດຍບໍ່ມີການດັບເຫຕແຫ່ງທຸກຂ໌ ຕາມຫຼັກແຫ່ງຈະຕຸຣາຣິຍະສັຈຈ໌ຈ໌. ຂໍ້ນີ້ຂໍໃຫ້ທ່ານເຂົ້າໃຈວ່າ ການຟັງທັມຂອງພຣະຄິຣິມານົນ ເຮັດໃຫ້ມີທັມປີຕິຢ່າງແຮງກ້າ ອໍານາດຂອງທັມມະປີຕິນັ້ນ ສາມາດລະງັບເສຍໄດ້ຊຶ່ງທຸກຂະເວທະນາ ທຸກຂະ ເວທະນາຈຶ່ງລະງັບໄປດຸດດັ່ງວ່າ ຊ່ວງຫາຍຈາກອາພາດ ; ກ່າວໄດ້ວ່າມີປັຈຈັຍເພື່ອການດັບ ແຫ່ງທຸກຂະອະຣິຍະສັຈຈ໌ ; ບໍ່ຜິດໄປຈາກກົດເກນແຫ່ງກັມ ຫຼືກົດເກນແຫ່ງເຫຕປັຈຈັຍເລີຍ ; ເປັນການດັບທຸກຂ໌ໄດ້ວິທີໜຶ່ງ ຈຶ່ງນໍາເອົາຂໍ້ຄວາມນີ້ມາໃສ່ໄວ້ໃນໝວດນີ້).

໑໓໕໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ໝວດ ສ. ວ່າດ້ວຍ ໂທດຂອງການຂາດສັມມາສະມາທິ

ນິວອຣ - ຂ້າເສິກແຫ່ງສະມາທິ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ