ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນ ແລ້ວກ່າວສັນຍາ ໑໐ ປະການ ແກ່ເຂົາແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄືພິກຂຸຄິຣິມານົນຟັງສັນຍາສິບປະການແລ້ວ ອາພາດອັນເປັນທຸກຂ໌ແຮງຂອງເຂົາກໍຈະລະງັບໄປ ໂດຍຄວນແກ່ຖານະ. ສັນຍາ ໑໐ ປະການ ນັ້ນຄື : ອະນິຈຈະສັນຍາ ອະນັຕຕະສັນຍາ ອະສຸພະສັນຍາ ອາທີນະວະສັນຍາ ປະຫານະສັນຍາ ວິຣາຄະສັນຍາ ນິໂຣດະສັນຍາ ສັບພະໂລເກອະນະພິຣະຕະສັນຍາ ສັບພະສັງຂາເຣສຸອະນິຈຈະສັນຍາ ອານາປານະສະຕິ.

ອານົນທ໌ ! ອະນິຈຈະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືເຮືອນຫວ່າງ ພິຈາຣະນາຢູ່ໂດຍຈະແຈ້ງເຊັ່ນນີ້ວ່າ “ຮູບບໍ່ທ່ຽງ ; ເວທະນາບໍ່ທ່ຽງ ; ສັນຍາບໍ່ທ່ຽງ ; ສັງຂາຣບໍ່ທ່ຽງ ; ວິນຍານບໍ່ທ່ຽງ” ດັ່ງນີ້ ເປັນຜູ່ຕາມເຫັນຊຶ່ງຄວາມບໍ່ທ່ຽງ ໃນອຸປາທານຂັນທ໌ທັງຫ້າເຫຼົ່ານີ້ ຢູ່ດ້ວຍອາການເຊັ່ນນີ້ : ນີເອີ້ນວ່າ ອະນິຈຈະສັນຍາ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໕໑

ອານົນທ໌ ! ອະນັຕຕະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືເຮືອນຫວ່າງ ພິຈາຣະນາຢູ່ໂດຍຈະແຈ້ງເຊັ່ນນີ້ວ່າ “ຕາເປັນອະນັຕຕາ ຮູບເປັນອະນັຕຕາ ; ຫູເປັນອະນັຕຕາ ສຽງເປັນອະນັຕຕາ ; ດັງເປັນອະນັຕຕາ ກິ່ນເປັນອະນັຕຕາ ; ລີ້ນເປັນອະນັຕຕາ ຣົສເປັນອະນັຕຕາ ; ກາຍເປັນອະນັຕຕາ ໂຜຕຖັບພະເປັນອະນັຕຕາ ; ໃຈເປັນອະນັຕຕາ ທັມມາຣົມເປັນອະນັຕຕາ” ດັ່ງນີ້ ເປັນຜູ່ຕາມເຫັນຊຶ່ງຄວາມເປັນອະນັຕຕາ ໃນອາຍະຕະນະທັງພາຍໃນ ແລະ ພາຍນອກເຫຼົ່ານີ້ ຢູ່ດ້ວຍອາການເຊັ່ນນີ້ : ນີເອີ້ນວ່າ ອະນັຕຕະສັນຍາ.

ອານົນທ໌ ! ອະສຸພະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ເຫັນຢູ່ໂດຍແຈ່ມແຈ້ງຊຶ່ງກາຍນີ້ ນີ້ແຫຼະ ແຕ່ພື້ນບາທາຂຶ້ນໄປຂ້າງເທິງ ແຕ່ປາຍຜົມລົງມາເຖິງເບື້ອງລຸ່ມ ວ່າມີໜັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງບໍ່ສະອາດ ມີປະການຕ່າງໆ ຄືກາຍນີ້ມີ ຜົມ ຂົນ ເລັບ ແຂ້ວ ໜັງ ຊີ້ນ ເອັນ ກະດູກ ເຫຍື່ອໃນກະດູກ ໝາກໄຂ່ຫຼັງ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ລໍາໄສ້ ລໍາໄສ້ສຸດ ອາຫາຣໃນກະເພາະ

ອຸຈຈາຣະ ນ້ຳບີ ສະເຫຼດ ໜອງ ເລືອດ ເຫື່ອ ນໍ້າມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນ້ຳໄຂຂໍ້ ນ້ຳມູຕ ເປັນຜູ່ເຫັນຄວາມບໍ່ງາມໃນກາຍ ນີ້ຢູ່ ດ້ວຍອາການດັ່ງນີ້ ນີ້ເອີ້ນວ່າ ອະສຸພະສັນຍາ.

ອານົນທ໌ ! ອາທີນະວະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາຣະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາຍນີ້ມີທຸກຂ໌ຫຼາຍ ມີໂທດຫຼາຍ ຄື ໃນກາຍນີ້ມີອາພາດຕ່າງໆ ເກີດຂຶ້ນ ກ່າວຄື ໂຣຄຕາ ໂຣຄຫູ ໂຣຄດັງ ໂຣຄລີ້ນ ໂຣຄກາຍ ໂຣຄທີ່ຫົວ ໂຣຄທີ່ຫູ ໂຣຄທີ່ປາກ ໂຣຄທີ່ແຂ້ວ ໂຣຄໄອ ໂຣຄຫືດ ໄຂ້ຫວັດ ໄຂ້ມີພິດຮ້ອນ ໄຂ້ຊຶມເຍືອ ໂຣຄກະເພາະ ໂຣຄລົມສະຫຼົບ ລົງແດງ ຈຸກສຽບ ເຈັບສຽບ ໂຣຄຊໍາເຮື້ອ ໂຣຄຝີ ຂີ້ກາກ ໂຣຄຂີ້ຂະຍື ບ້າໝູ ໂຣຄຫິດເປື່ອຍ ໂຣຄຫິດດ້ານ ຝີດານ ໂຣຄໄຂ້ຝຸ່ນ

໑໓໕໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ໂຣຄເລືອດ ໂຣຄບີຮົ່ວ ເບົາຫວານ ຕຸ່ມສຸກໃສ ໂຣຄຜື່ນຄັນ ຣິດສີດວງທະວາຣ ອາພາດມີບີເປັນສະມຸຕຖານ ອາພາດມີຂີ້ເທີ່ເປັນສະມຸຕຖານ ອາພາດມີລົມເປັນສະມຸຕຖານ ໄຂ້ລົມພິດ ໄຂ້ເພາະລະດູປ່ຽນແປງ ໄຂ້ເພາະບໍຣິຫານກາຍບໍ່ສະໝ່ຳສະເໝີ ໄຂ້ເພາະອອກກໍາລັງເກີນ ໄຂ້ເພາະວິບາກກັມ ຄວາມບໍ່ສະບາຍເພາະຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມຫິວນໍ້າ ການຖ່າຍປັສສະວະ” ດັ່ງນີ້ ເປັນຜູ່ເຫັນໂທດໃນກາຍນີ້ຢູ່ ດ້ວຍອາການດັ່ງນີ້ ນີ້ເອີ້ນວ່າ ອາທີນະວະສັນຍາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ