ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໑໓໔໒ ອະຣິຍະສັຈຈ໌ຈາກພຣະໂອຖະ
(ໃນກໍລະນີແຫ່ງສະມາບັຕທີ່ຕິດໄປຄື ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ແລະ ເນວະສັນຍານາສັນຍາຢະຕະນະ ກໍໄດ້ຕຣັດຂໍ້ຄວາມແບບດຽວກັນ ຜິດກັນແຕ່ຊື່ແຫ່ງຊານ ບໍ່ຈໍາເປັນຕ້ອງນໍາມາໃສ່ໄວ້ໃນບ່ອນນີ້ໃຫ້ຍືດຍາວ. ສ່ວນໃນກໍລະນີແຫ່ງ ສັນຍາເວທະຢິຕະນິໂຣດນັ້ນ ໄດ້ຕຣັດວ່າ :)
ພິກຂຸ ທ. ! ໃນສະໄໝໃດ ພິກຂຸເພາະກ້າວຂ້າມຊຶ່ງ ເນວະສັນຍານາສັນຍາຢະຕະນະ ເສຍໄດ້ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່, ອາສະວະຂອງເຂົາ ກໍສິ້ນສຸດໄປເພາະເຫັນແລ້ວດ້ວຍປັນຍາ. ພິກຂຸ ທ. ! ພິກຂຸນີ້ເຮົາກ່າວວ່າ ໄດ້ເຮັດມາຣໃຫ້ເຖິງບ່ອນສຸດ ໃຫ້ບໍ່ມີທາງໄປ ໄດ້ເຖິງບ່ອນ ຊຶ່ງຈັກຂຸຂອງມາຣຜູ່ມີບາບມອງບໍ່ເຫັນ. ຂ້າມໄດ້ແລ້ວຊຶ່ງເຄື່ອງຂ້ອງ (ຄືຕັນຫາ) ໃນໂລກ ດັ່ງນີ້.
- ນວກ. ອັງ. ໒໓/໔໕໐-໔໕໓/໒໔໓.
(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ເມື່ອຈິຕຢູ່ໃນປະຖົມມະຊານ, ພຽງທໍ່ນັ້ນຈິຕກໍຈະພົ້ນຈາກການລົບກວນທໍາຮ້າຍຂອງມາຣ ຄືນິວອຣ ກິເລສ ແລະຄວາມຮູ້ສຶກອັນເປັນທຸກຂ໌ອື່ນໆ ເພາະ
ອໍານາດຂອງປະຖົມມະຊານ ມີຫຼາຍພໍທີ່ຈະລະງັບຄວາມຮູ້ສຶກອັນເປັນທຸກຂ໌ນັ້ນເສຍໄດ້ ເຖິງຈະບໍ່ຕະຫຼອດໄປ ກໍຕ້ອງໄດ້ໃນໄລຍະໜຶ່ງໆ ເພື່ອເປັນໂອກາດໃຫ້ໄດ້ປະຕິບັຕສູງຂຶ້ນໄປ ຈົນເຖິງທີ່ສຸດ. ດັ່ງນັ້ນ ເຮົາຄວນຝຶກຝົນຢ່າງໜ້ອຍທີ່ສຸດ ໃນປະຖົມມະຊານ ສໍາລັບເປັນບ່ອນລີ້ພັຍຈາກມາຣເມື່ອໃດກໍໄດ້ ດັ່ງກ່າວແລ້ວ).
ພຽງປະຖົມມະຊານ ກໍບໍາບັດກິເລສອັນເປັນເຄື່ອງກວນໃຈໄດ້
(ໃນຕອນຕົ້ນແຫ່ງພຣະບາລີສູຕນີ້ ຕຣັດເລົ່າເຖິງຊ້າງຈ່າຝູງ ລໍາຄານຢູ່ດ້ວຍການລົບກວນຂອງຊ້າງພາຍ ຊ້າງພັງ ຊ້າງລຸ້ນ ແລະລູກຊ້າງ ທີ່ຕິດຕາມຫຸ້ມລ້ອມ ໂດຍກິນຫຍ້າອ່ອນເສຍກ່ອນແດ່ ກິນຍອດໄມ້ ທີ່ຫັກລົງມາໄດ້ເສຍກ່ອນແດ່ ລົງໄປເຮັດໃຫ້ນໍ້າຂຸ່ນເສຍກ່ອນແດ່ ຖືກຍ່າງບຽດແຫຍ້ ເມື່ອຂຶ້ນມາຈາກນໍ້າແດ່ ຈຶ່ງຕັດສິນໃຈຜ່າຍໄປຢູ່ຜູ່ດຽວ ບໍ່ຕ້ອງທົນຄວາມລໍາຄານອີກຕໍ່ໄປ ຫັກກິ່ງໄມ້ຟາດໂຕ ລະງັບຄວາມຄັນໂຕຢູ່ຢ່າງສະບາຍ ເປັນອຸປະມາດັ່ງນີ້ແລ້ວ ໄດ້ຕຣັດເຖິງພິກຂຸໃນກໍລະນີນີ້ ດັ່ງຕໍໄປນີ້ :-)
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໔໓
ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ໃນສະໄໝໃດພິກຂຸ໑ ເປັນຜູ່ອັ່ງອໍຢູ່ດ້ວຍພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ຣາຊາ ມະຫາອາມາດຂອງຣາຊາ ເດຍລະຖີ ແລະສາວົກຂອງເດຍລະຖີທັງຫຼາຍ : ພິກຂຸ ທ. ! ໃນສະໄໝນັ້ນ ພິກຂຸນັ້ນໄດ້ມີຄວາມຄິດວ່າ “ດຽວນີ້ເຮົາອັ່ງອໍຢູ່ດ້ວຍພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ຣາຊາ ມະຫາອາມາດຂອງຣາຊາ ເດຍລະຖີ ແລະສາວົກຂອງເດຍຣະຖີທັງຫຼາຍ. ຖ້າຈັ່ງຊັ້ນ, ເຮົາຄວນຜ່າຍອອກຈາກໝູ່ຄະນະ ໄປຢູ່ຜູ່ດຽວເຖີ້ນ” ດັ່ງນີ້.
ພິກຂຸນັ້ນ ເສບເສນາສະນະອັນມິດງຽບ ຄືປ່າລະເຫຼົ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ບ່ອນແຈ້ງ ກອງເຟືອງ. ເຂົານັ້ນໄປແລ້ວສູ່ປ່າ ກໍຕາມ ສູ່ເຫງົ້າໄມ້ກໍຕາມ ສູ່ເຮືອນຫວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບແລ້ວ ຕັ້ງກາຍກົງ ດໍາຣົງສະຕິໝັ້ນ, ເຂົາ ລະອະພິຊຊາ ໃນໂລກ ມີຈິຕປາສະຈາກອະພິຊຊາ ຊໍາລະຈິຕຈາກອະພິຊຊາຢູ່ ; ລະພະຍາບາດ ອັນເປັນເຄື່ອງປະທຸສະຮ້າຍ ມີຈິຕປາສະຈາກພະຍາບາດ ເປັນຜູ່ກະຣຸນາ ມີຈິຕຫວັງຄວາມເກື້ອກູນໃນສັຕທັງປວງ ຊໍາລະຈິຕຈາກພະຍາບາດ ອັນເປັນເຄື່ອງປະທຸສະຮ້າຍຢູ່ ; ລະຖີນະມິດທະ , ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີຈິຕປາສະຈາກຖີນະມິດທະ ມີສັມປະຊັນຍະຮູ້ສຶກໂຕ ຊໍາລະຈິຕຈາກຖີນະມິດທະ ຢູ່ ; ລະອຸດທັດທັຈຈະກຸກກຸຈຈະ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນ ຊໍາລະຈິຕຈາກອຸດທັດທັຈຈະກຸກກຸຈຈະຢູ່ ; ລະວິຈິກິຈສາ ກ້າມຂ້າມວິຈິກິຈສາເສຍໄດ້ ບໍ່ຕ້ອງກ່າວວ່າ “ນີ້ອັນໃດ ນີ້ຈັ່ງໃດ” ໃນກຸສົລທັມທັງຫຼາຍ ຊໍາລະຈິຕຈາກ
ວິຈິກິຈສາຢູ່.








