ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ໃນສູຕອື່ນ ຊົງສະແດງອະນຸພາບແຫ່ງສະມາທິ ດ້ວຍການຮູ້ແຈ້ງການເກີດຂຶ້ນແຫ່ງຂັນທ໌ຫ້າກໍມີ. - ໑໗/໑໘/໒໗. (ເບິ່ງລາຍລະອຽດຂອງຄວາມເກີດຂຶ້ນ ແລະ ຄວາມດັບໄປແຫ່ງຂັນທ໌ຫ້າ ໃນໜັງສື ປະຕິຈຈ. ໂອ. ໜ້າ ໑໒໗-໑໓໑ ແລະ ທີ່ໜ້າ ໓໓໘-໓໔໑).
໑໓໔໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ໃນສູຕອື່ນສະແດງໄວ້ດ້ວຍການຮູ້ແຈ້ງ ອະຢະຕະນິກະທັມ ໖ ໝວດໆລະ ໕ ຢ່າງ ຄື : ຈັກຂຸ ຮູບ ຈັກຂຸວິນຍານ ຈັກຂຸສັມຜັສ ເວທະນາ ທີ່ເກີດຂຶ້ນຈາກຈັກຂຸສັມຜັສ ໆລໆ ... ລວມເປັນຮູ້ແຈ້ງອາຢະຕະນິກະທັມ ໓໐ ຢ່າງ ວ່າເປັນອະນິຈຈັງ ກໍມີ. - ໑໘/໙໙/໑໔໗. ອີກສູຕໜຶ່ງ ສະແດງໄວ້ດ້ວຍການປາກົດຂອງອາຢະຕະນິກະທັມທັງ ໖ ໝວດນັ້ນ ໂດຍຄວາມເປັນອະນິຈຈັງ ກໍມີ. - ໑໘/໑໘໐/໒໔໙).
ອານິສົງສ໌ຂອງການໂດດດ່ຽວ
ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງເປັນຜູ່ມີຄວາມໂດດດ່ຽວ (ປະຕິສັລລານະ) ເປັນທີ່ມາຍິນດີ ຍິນດີແລ້ວໃນການໂດດດ່ຽວ ຈົນເປັນຜູ່ຕາມປະກອບ ເຈໂຕສະມະຖະໃນພາຍໃນ ມີຊານອັນຕົນບໍ່ປະຖິ້ມ ປະກອບດ້ວຍວິປັສສະນາ ເພີ່ມພູນຄວາມຍິນດີໃນສຸນຍາຄານຢູ່ເຖີ້ນ. ພິກຂຸ ທ. ! ເມື່ອປະພຶຕເຮັດເຊັ່ນນັ້ນຢູ່, ຜົລເຍື່ອງໃດເຍື່ອງໜຶ່ງ ໃນບັນດາຜົລທັງສອງ ເປັນອັນເຈົ້າຫວັງໄດ້ຄື : ອະຣະຫັນຕະຜົລໃນທິຕຖະທັມ ນີ້ ຫຼືວ່າເມື່ອເຊື້ອ (ອຸປະທິ) ເຫຼືອຢູ່ ກໍມີ ຄວາມເປັນອະນາຄາມີ.
- ອິຕິວຸ. ຂຸ. ໒໕/໒໕໙/໒໒໓.
(ໃນສູຕອື່ນ ສະແດງອານິສົງສ໌ແຫ່ງການໂດດດ່ຽວໄວ້ດ້ວຍການ ຮູ້ແຈ້ງຄວາມເກີດຂຶ້ນ ແລະ ຄວາມດັບໄປແຫ່ງຂັນທ໌ຫ້າ ກໍມີ ; - ໑໗/໒໐/໓໐. (ເບິ່ງລາຍລະອຽດຂອງຄວາມເກີດ ແລະ ຄວາມດັບແຫ່ງຂັນທ໌ຫ້າໃນໜັງສື ປະຕິຈຈ. ໂອ. ໜ້າ ໒໕໙-໒໖໒ ແລະ ໜ້າ ໓໓໘-໓໔໑.
ໃນສູຕອື່ນສະແດງໄວ້ດ້ວຍການຮູ້ແຈ້ງ ອະຣິຍະສັຈຈ໌ສີ່ ກໍມີ ດັ່ງທີ່ໄດ້ຍົກເອົາມາໄວ້ໃນພາກນໍາ ໃນໜັງສືເຫຼັ້ມນີ້ ຢູ່ໜ້າ ໗໕.
ໃນສູຕອື່ນສະແດງໄວ້ດ້ວຍການຮູ້ແຈ້ງ ອະຢະຕະນິກະທັມ ໖ ໝວດໆລະ ໕ ຢ່າງຄື : ຈັກຂຸ ຮູບ ຈັກຂຸວິນຍານ ຈັກຂຸສັມຜັສ ເວທະນາ ທີ່ເກີດຂຶ້ນຈາກຈັກຂຸສັມຜັສ ໆລໆ ລວມເປັນຮູ້ແຈ້ງອະຢະຕະນິກະທັມ ໓໐ ຢ່າງ ວ່າເປັນອະນິຈຈັງ ກໍມີ. - ໑໘/໑໐໐/໑໔໘.
ໃນສູຕອື່ນສະແດງໄວ້ດ້ວຍ ການປາກົດຂອງອະຢະຕະນິກະທັມທັງ ໖ ໝວດນັ້ນ ໂດຍຄວາມເປັນອະນິຈຈັງ ກໍມີ. - ໑໘/໑໘໑/໒໕໐).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໔໑
ພຽງປະຖົມມະຊານ ກໍຊື່ວ່າເປັນບ່ອນຫຼົບໄພຈາກມາຣ
(ພຣະຜູ່ມີພຣະພາຄເຈົ້າ ໄດ້ຕຣັດຂໍ້ຄວາມປາຣົບການສົງຄາມ ລະຫວ່າງເທະດາ ແລະ ອະສູຣ : ຖ້າຝ່າຍໃດບໍ່ແພ້ ຖືກໄລ່ຕິດຕາມໄປຈົນເຖິງພົບເປັນບ່ອນຢູ່ແຫ່ງຕົນ ກໍພົ້ນຈາກການຖືກໄລ່ຕິດຕາມ ບໍ່ວ່າຈະເປັນຝ່າຍໃດ. ສະຫຼຸບຄວາມວ່າ ພົບແຫ່ງຕົນເປັນບ່ອນເພິ່ງບ່ອນຕ້ານທານຂອງຕົນ ສໍາລັບສາມັນຊົນທົ່ວໄປ ; ສ່ວນສໍາລັບພິກຂຸນັ້ນຕຣັດວ່າ :).
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ໃນສະໄໝໃດ ພິກຂຸສະຫງັດຈາກກາມ ສະຫງັດຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກມີວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່ ; ພິກຂຸ ທ. ! ໃນສະໄໝນັ້ນ ພິກຂຸຍ່ອມຄິດດັ່ງນີ້ວ່າ “ໃນກາລນີ້ເຮົາ ມີຕົນອັນເຖິງແລ້ວ ຊຶ່ງບ່ອນຕ້ານທານສໍາລັບສັຕຜູ່ຢ້ານຢູ່ ມາຣຈະບໍ່ສາມາດເຮັດຫຍັງໄດ້”. ພິກຂຸ ທ. ! ແມ່ນວ່າມາຣຜູ່ມີບາບ ກໍຄິດດັ່ງນີ້ວ່າ “ໃນກາລນີ້ ພິກຂຸມີຕົນອັນເຖິງແລ້ວ ຊຶ່ງບ່ອນຕ້ານທານສໍາລັບສັຕຜູ່ຢ້ານຢູ່ ເຮົາຈັກເຮັດຫຍັງບໍ່ໄດ້”.
(ໃນກໍລະນີນແຫ່ງ ທຸຕິຢະຊານ ຕະຕິຢະຊານ ແລະ ຈະຕຸຕຖະຊານ ກໍໄດ້ຕຣັດຂໍ້ຄວາມແບບດຽວກັນ ຜິດກັນແຕ່ຊື່ແຫ່ງຊານ ບໍ່ຈໍາເປັນຕ້ອງນໍາມາໃສ່ໄວ້ໃນບ່ອນນີ້ໃຫ້ຍືດຍາວ ຈະຂ້າມໄປຍັງຂໍ້ຄວາມທີ່ກ່າວເຖິງອາກາສານັນຈາຢະຕະນະ).
ພິກຂຸ ທ. ! ໃນສະໄໝໃດ ພິກຂຸເພາະກ້າວຂ້າມ ຊຶ່ງຮູບສັນຍາເສຍໄດ້ໂດຍປະການທັງປວງ ເພາະການດັບໄປແຫ່ງປະຕິຄະສັນຍາ ເພາະການບໍ່ເຮັດໄວ້ໃນໃຈຊຶ່ງນານັຕຕະສັນຍາ ຈຶ່ງເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາສບໍ່ມີທີ່ສິ້ນສຸດ” ດັ່ງນີ້ ແລ້ວແລຢູ່. ພິກຂຸ ທ. ! ພິກຂຸນີ້ເຮົາກ່າວວ່າໄດ້ເຮັດມາຣໃຫ້ເຖິງທີ່ສຸດ ໃຫ້ບໍ່ມີທາງໄປ ໄດ້ເຖິງບ່ອນຊຶ່ງຈັກຂຸຂອງມາຣຜູ່ມີບາບມອງບໍ່ເຫັນ.








