ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເຈົ້າທັງຫຼາຍ ຈົ່ງຈະເຣີນສະມາທິເຖີ້ນ. ພິກຂຸ ທ. ! ພິກຂຸຜູ່ມີຈິຕເປັນສະມາທິແລ້ວ ຍ່ອມຮູ້ແຈ້ງຕາມທີ່ເປັນຈິງ. ພິກຂຸນັ້ນຍ່ອມຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງອັນໃດໜໍ ? ພິກຂຸນັ້ນຍ່ອມ ຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງຄວາມເກີດຂຶ້ນ ແລະ ຄວາມດັບໄປແຫ່ງຮູບ ... ແຫ່ງເວທະນາ ... ແຫ່ງສັນຍາ ... ແຫ່ງສັງຂາຣ ... ແຫ່ງວິນຍານ.

ພິກຂຸ ທ. ! ການເກີດຂຶ້ນແຫ່ງຮູບ ... ແຫ່ງ ເວທະນາ ... ແຫ່ງ ສັນຍາ ... ແຫ່ງສັງຂາຣ ... ແຫ່ງ ວິນຍານ ເປັນແນວໃດໜໍ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເພີດເພີນ ຍ່ອມພໍ່າສັນລະເສີນ ຍ່ອມເມົາໝົກຢູ່. ພິກຂຸນັ້ນ ຍ່ອມເພີດເພີນ ຍ່ອມພໍ່າສັນລະເສີນ ຍ່ອມເມົາໝົກຢູ່ ຊຶ່ງອັນໃດໜໍ ?

໑໓໓໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ພິກຂຸນັ້ນ ຍ່ອມເພີດເພີນ ຍ່ອມພໍ່າສັນລະເສີນ ຍ່ອມເມົາໝົກຢູ່ຊຶ່ງ ຮູບ. ເມື່ອພິກຂຸນັ້ນ ເພີດເພີນ ພໍ່າສັນລະເສີນ ເມົາໝົກຢູ່ ຊຶ່ງຮູບ, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ. ຄວາມເພີນໃດໃນຮູບ, ຄວາມເພີນນັ້ນຄືອຸປາທານ. ເພາະອຸປາທານຂອງພິກຂຸນັ້ນເປັນປັຈຈັຍ ຈຶ່ງມີພົບ ; ເພາະມີພົບເປັນປັຈຈັຍຈຶ່ງມີຊາຕ ; ເພາະມີຊາຕເປັນ ປັຈຈັຍ, ຊະຣາ ມໍຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັສສະ ອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ; ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

(ກໍລະນີຂອງ ການເກີດຂຶ້ນແຫ່ງເວທະນາ ແຫ່ງ ສັນຍາ ແຫ່ງ ສັງຂາຣ ແຫ່ງ ວິນຍານ ກໍມີຂໍ້ຄວາມທີ່ຕຣັສແບບດຽວກັນ ປ່ຽນແຕ່ຊື່ຂັນທ໌ທໍ່ນັ້ນ).

ພິກຂຸ ທ. ! ຄວາມດັບແຫ່ງຮູບ ... ແຫ່ງ ເວທະນາ ... ແຫ່ງ ສັນຍາ ... ແຫ່ງ ສັງຂາຣ ... ແຫ່ງ ວິນຍານ ເປັນແນວໃດໜໍ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ບໍ່ເພີດເພີນ ຍ່ອມ ບໍ່ພໍ່າສັນລະເສີນ ຍ່ອມ ບໍ່ເມົາໝົກຢູ່. ພິກຂຸນັ້ນຍ່ອມບໍ່ເພີດເພີນ ຍ່ອມບໍ່ພໍ່າສັນລະເສີນ ຍ່ອມບໍ່ເມົາໝົກຢູ່ ຊຶ່ງອັນໃດໜໍ ?

ພິກຂຸ ທ. ! ພິກຂຸນັ້ນຍ່ອມບໍ່ເພີດເພີນ ຍ່ອມບໍ່ພໍ່າສັນລະເສີນ ຍ່ອມບໍ່ເມົາໝົກຢູ່ຊຶ່ງ ຮູບ. ເມື່ອພິກຂຸນັ້ນບໍ່ເພີດເພີນ ບໍ່ພໍ່າສັນລະເສີນ ບໍ່ເມົາໝົກຢູ່ຊຶ່ງ ຮູບ, ນັນທິ (ຄວາມເພີນ) ໃດໃນຮູບ, ນັນທິນັ້ນຍ່ອມດັບໄປ. ເພາະຄວາມດັບໄປແຫ່ງນັນທິຂອງພິກຂຸນັ້ນ ຈຶ່ງມີຄວາມດັບແຫ່ງອຸປາທານ ; ເພາະມີຄວາມດັບແຫ່ງອຸປາທານຈຶ່ງມີຄວາມດັບແຫ່ງພົບ ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ ;

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໓໙

ເພາະມີຄວາມດັບແຫ່ງຊາຕນັ້ນແລ ຊະຣາ ມໍຣະນະ ໂສກະປະຣະເທວະ ທຸກຂະ

ໂທມະນັສສະ ອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ ; ຄວາມດັບລົງແຫ່ງກອງທຸກທັງໝົດນີ້ ຍ່ອມມີດ້ວຍອາການດັ້ງນີ້.

(ໃນກໍລະນີຂອງ ການດັບແຫ່ງເວທະນາ ແຫ່ງ ສັນຍາ ແຫ່ງ ສັງຂາຣ ແຫ່ງ ວິນຍານ ກໍມີຂໍ້ຄວາມທີ່ຕຣັສແບບດຽວກັນ ປ່ຽນແຕ່ຊື່ຂັນທ໌ທໍ່ນັ້ນ).

ພິກຂຸ ທ. ! ນີ້ຄືຄວາມດັບແຫ່ງຮູບ ... ແຫ່ງເວທະນາ ... ແຫ່ງສັນຍາ ... ແຫ່ງສັງຂາຣ ... ແຫ່ງວິນຍານ, ແລ.

- ຂັນທ. ສັງ. ໑໗/໑໘-໑໙/໒໗-໒໙.

ອະນຸພາບແຫ່ງສະມາທິ

ພິກຂຸ ທ. ! ພວກເຈົ້າຈົ່ງຈະເຣີນສະມາທິເຖີ້ນ. ພິກຂຸ ທ. ! ພິກຂຸຜູ່ ມີຈິຕຕັ້ງໝັ້ນເປັນສະມາທິແລ້ວ ຍ່ອມຮູ້ໄດ້ຕາມທີ່ເປັນຈິງ. ຮູ້ໄດ້ຕາມເປັນຈິງຊຶ່ງອັນໃດໜໍ ? ຮູ້ໄດ້ຕາມຄວາມເປັນຈິງ ຊຶ່ງຄວາມຈິງອັນປະເສີດວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະ ນີ້ເປັນທາງການດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າຈົ່ງຈະເຣີນສະມາທິເຖີ້ນ. ພິກຂຸ ທ. ! ພິກຂຸຜູ່ມີຈິຕຕັ້ງໝັ້ນເປັນສະມາທິແລ້ວ ຍ່ອມຮູ້ໄດ້ຕາມທີ່ເປັນຈິງ.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວເຈົ້າຈົ່ງ ຕັ້ງຄວາມພຽນ ເພື່ອໃຫ້ຮູ້ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະ ນີ້ເປັນທາງການດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໒໐/໑໖໕໔.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ