ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸນັ້ນພາຍຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ຍ່ອມເສບເສນາສະນະອັນມິດງຽບຄືປ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ບ່ອນແຈ້ງ ກອງເຟືອງ (ເຍື່ອງໃດເຍື່ອງໜຶ່ງ). ເຂົາຢູ່ປ່າ ຫຼື ຢູ່ເຫງົ້າໄມ້ ຫຼື ຢູ່ເຮືອນຫວ່າງ ຍ່ອມນັ່ງຄູ້ຂາເຂົ້າເປັນບັນລັງ ຕັ້ງກາຍກົງ ດໍາຣົງສະຕິໝັ້ນ, ເຂົາລະ ອະພິຊຊາ ໃນໂລກ ມີຈິຕປາສະຈາກອະພິຊຊາ ຊໍາລະຈິຕຈາກອະພິຊຊາຢູ່ ; ລະ ພະຍາບາດ ອັນເປັນເຄື່ອງປະທຸສະຮ້າຍ ມີຈິຕປາສະຈາກພະຍາບາດ ເປັນຜູ່ກະຣຸນາ ມີຈິຕຫວັງຄວາມເກື້ອກູນໃນສັຕທັງປວງ ຊໍາລະຈິຕຈາກພະຍາບາດ ອັນເປັນເຄື່ອງປະທຸສະຮ້າຍຢູ່ ; ລະ ຖີນະມິດທະ ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີຈິຕປາສະຈາກຖີນະມິດທະ ມີສະຕິ ສັມປະຊັນຍະຮູ້ສຶກໂຕ ຊໍາລະຈິຕຈາກຖີນະມິດທະ ຢູ່ ; ລະ ອຸດທັຈຈະກຸກກຸຈຈະ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນ ຊໍາລະຈິຕຈາກອຸດທັຈຈະກຸກກຸຈຈະຢູ່ ; ລະ ວິຈິກິຈສາ ກ້າວຂ້າມວິຈິກິຈສາເສຍໄດ້ ບໍ່ຕ້ອງກ່າວວ່າ “ນີ້ອັນໃດ ນີ້ຈັ່ງໃດ” ໃນກຸສົລທັມທັງຫຼາຍ ຄອຍຊໍາລະຈິຕຈາກວິຈິກິຈສາຢູ່.
໑໓໓໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸນັ້ນ ເມື່ອລະນິວອຣຫ້າປະການ ອັນເປັນເຄື່ອງເສົ້າໝອງຈິຕ ແລະເຮັດໃຫ້ປັນຍາຖອຍກໍາລັງເຫຼົ່ານີ້ແລ້ວ, ເພາະສະຫງັດຈາກກາມ ສະຫງັດຈາກອະກຸສົລທັມ ເຂົາເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິ ແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່. ເຂົ້າເຖິງ ທຸຕິຢະຊານ ... ຕະຕິຢະຊານ ... ຈະຕຸຕຖະຊານ ແລ້ວແລຢູ່. (ເບິ່ງລາຍລະອຽດກ່ຽວກັບຮູບຊານທັງສີ່ນີ້ ໄດ້ຈາກເລື່ອງທີ່ມີຮູບຊານທັງສີ່ ເຊັ່ນທີ່ໜ້າ ໑໒໗໘ ໃນໜັງສືເຫຼັ້ມນີ້).
ເຂົານັ້ນເມື່ອຈິຕຕັ້ງໝັ້ນ ບໍຣິສຸດ ຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ໄດ້ ເຖິງຄວາມບໍ່ຫວັ່ນໄຫວ ເຊັ່ນນີ້ແລ້ວ ກໍນ້ອມຈິຕໄປສະເພາະຕໍ່ ອາສະວັກຂະຢະຍານ. ເຂົາຍ່ອມຮູ້ແຈ້ງຕາມທີ່ເປັນຈິງວ່າ ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ; ແລະຍ່ອມຮູ້ແຈ້ງຕາມທີ່ເປັນຈິງວ່າ ເຫຼົ່ານີ້ອາສະວະ, ນີ້ເຫຕໃຫ້ເກີດອາສະວະ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ. ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍຫຼຸດພົ້ນຈາກກາມາສະວະ ພະວາສະວະ ແລະ ອະວິຊຊາສະວະ ; ເມື່ອຈິຕຫຼຸດພົ້ນແລ້ວ ກໍເກີດຍານວ່າຫຼຸດພົ້ນແລ້ວ. ເຂົາຍ່ອມຮູ້ແຈ້ງວ່າ “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິຈຈ໌ທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິຈຈ໌ອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
- ປັນຈກ. ອັງ. ໒໒/໑໑໓-໑໑໔/໗໖.
ໝວດ ຈ. ວ່າດ້ວຍ ອານິສົງສ໌ຂອງສັມມາສະມາທິ
ປະໂຍຊນ໌ຂອງການຈະເຣີນສະມາທິ
ໄນຍະທີໜຶ່ງ : ເຫັນຄວາມບໍ່ທ່ຽງຂອງອາຍະຕະນິກະທັມ
ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງຈະເຣີນສະມາທິເຖີ້ນ. ພິກຂຸ ທ. ! ເມື່ອພິກຂຸມີຈິຕເປັນສະມາທິແລ້ວ (ທັມລັກສະນະ) ຍ່ອມປາກົດຕາມທີ່ເປັນຈິງ. ພິກຂຸ ທ. ! ອັນໃດໜໍ ທີ່ຈະປາກົດຕາມທີ່ເປັນຈິງ ?
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໓໗
ຈັກຂຸ ຈະປາກົດຕາມທີ່ເປັນຈິງວ່າເປັນ ອະນິຈຈັງ ດັ່ງນີ້ ;
ຮູບທັງຫຼາຍ ຈະປາກົດຕາມທີ່ເປັນຈິງວ່າເປັນ ອະນິຈຈັງ ດັ່ງນີ້ ;
ຈັກຂຸວິນຍານ ຈະປາກົດຕາມທີ່ເປັນຈິງວ່າເປັນ ອະນິຈຈັງ ດັ່ງນີ້ ;
ຈັກຂຸສັມຜັສ ຈະປາກົດຕາມທີ່ເປັນຈິງວ່າເປັນ ອະນິຈຈັງ ດັ່ງນີ້ ;
ເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ເປັນອະທຸກຂະມະສຸຂກໍດີ ຍ່ອມປາກົດຕາມທີ່ເປັນຈິງວ່າເປັນ ອະນິຈຈັງ ດັ່ງນີ້ ;
(ກໍລະນີແຫ່ງໝວດ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍມີຂໍ້ຄວາມທີ່ຕຣັສໄວ້ແບບດຽວກັນ).
ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງຈະເຣີນສະມາທິເຖີ້ນ ເມື່ອພິກຂຸມີຈິຕເປັນສະມາທິແລ້ວ (ທັມລັກສະນະ) ຍ່ອມປາກົດຕາມທີ່ເປັນຈິງ.
- ສລາ. ສັງ. ໑໘/໑໘໑/໒໔໙.
ໄນຍະທີສອງ : ເຫັນຄວາມເກີດດັບຂອງເບັນຈະຂັນທ໌








