ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອານົນທ໌ ! ໃນກໍລະນີນີ້ ພິກຂຸເປັນຜູ່ ມີສັນຍາແນວນີ້ວ່າ “ນັ້ນສະງົບລະງັບ ນັ້ນ
ປະນີຕ : ນັ້ນຄືທັມມະຊາຕ ເປັນບ່ອນສະງົບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ”໑ ດັ່ງນີ້.
໑. ບາລີວ່າ “ເອຕັງ ສັນຕັງ ເອຕັງ ປະນີຕັງ ຢະທິທັງ ສັບພະສັງຂາຣະສະມະໂຖ ສັບພູປະດິປະຕິນິສສັຄໂຄ
ຕັນຫັກຂະໂຢ ວິຣາໂຄ ນິໂຣໂທ ນິບພານັງ”.
໑໓໓໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ອານົນທ໌ ! ເຊັ່ນນີ້ແລ ຊື່ວ່າ ການທີ່ພິກຂຸໄດ້ສະເພາະຊຶ່ງສະມາທິ ຊະນິດນີ້ ບໍ່ມີປະຖະວີສັນຍາໃນດິນ ບໍ່ມີອາໂປສັນຍາໃນນໍ້າ ບໍ່ມີເຕໂຊສັນຍາໃນໄຟ ບໍ່ມີວາໂຢສັນຍາໃນລົມ ບໍ່ມີອາກາສານັນຈາຢະຕະນະສັນຍາ ໃນຄວາມບໍ່ມີທີ່ສຸດແຫ່ງອາກາສ ບໍ່ມີວິນຍານັນຈາຢະຕະນະສັນຍາ ໃນຄວາມບໍ່ມີທີ່ສຸດແຫ່ງວິນຍານ ບໍ່ມີອາກິນຈັນຍາ ຢະຕະນະສັນຍາ ໃນຄວາມບໍ່ມີທີ່ສຸດແຫ່ງຄວາມບໍ່ມີອັນໃດ ບໍ່ມີເນວະສັນຍານາສັນຍາ ຢະຕະນະສັນຍາ ໃນຄວາມມີສັນຍາກໍບໍ່ແມ່ນ ບໍ່ມີສັນຍາກໍບໍ່ແມ່ນ ບໍ່ມີອິດະໂລກະສັນຍາໃນໂລກນີ້ ບໍ່ມີປະຣະໂລກະສັນຍາໃນໂລກອື່ນ ບໍ່ມີສັນຍາ ແມ່ນແຕ່ໃນສິ່ງທີ່ເຫັນແລ້ວ ສິ່ງທີ່ໄດ້ຍິນແລ້ວ ສິ່ງທີ່ຮູ້ສຶກແລ້ວ ສິ່ງທີ່ຮູ້ແຈ້ງແລ້ວ ສິ່ງທີ່ບັນລຸແລ້ວ ສິ່ງທີ່ສະແຫວງຫາແລ້ວ ສິ່ງທີ່ໃຈຕິດຕາມແລ້ວ ນັ້ນໆເລີຍ ; ແຕ່ກໍຍັງເປັນຜູ່ມີສັນຍາຢູ່.
- ເອກາທສກ. ອັງ. ໒໔/໓໔໓/໒໑໔.
[ຕໍ່ໄປນີ້ ເປັນຄໍາຕອບຂອງພຣະສາຣີບຸຕ ຕໍ່ຄໍາຖາມຂອງພຣະອານົນທ໌ ຊຶ່ງຖາມແບບດຽວກັນກັບ ທີ່ທູນຖາມພຣະພຸດທະເຈົ້າ ພຣະສາຣີບຸຕກໍໄດ້ຕອບເຊັ່ນດຽວກັນກັບ ທີ່ພຣະພຸດທະເຈົ້າ ຕຣັດຕອບ ຈົນວ່າພຣະອານົນທ໌ສັນລະເສີນວ່າ ພຣະສາສດາ ແລະສາວົກ ມີຄໍາກ່າວກົງກັນ ທັງໂດຍອັຕຖະ ແລະ ໂດຍພະຍັນຊະນະ ເປັນທີ່ໜ້າອັດສະຈັນຍິ່ງແທ້.
ແຕ່ໃນບ່ອນອື່ນໃນຍາມອື່ນ (- ທສກ. ອັງ. ໒໔/໑໐/໗) ພຣະສາຣີບຸຕໄດ້ຕອບຄໍາຖາມຂອງ ພຣະອານົນທ໌ ຊຶ່ງພຣະອານົນທ໌ຖາມເລື່ອງດຽວກັນ ຄືເລື່ອງສະມາທິ ທີ່ບໍ່ມີສັນຍາໃນສິ່ງ ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖື ຫາກແຕ່ຖາມເວັ້ນອາຣົມຈໍາພວກສຸດທ້າຍຄື : ສິ່ງທີ່ໄດ້ເຫັນ ສິ່ງທີ່ໄດ້ຟັງ ສິ່ງໄດ້ຮູ້ສຶກ ສິ່ງທີ່ໄດ້ຮູ້ແຈ້ງ ສິ່ງທີ່ໄດ້ບັນລຸ ສິ່ງທີ່ໄດ້ສະແຫວງຫາ ສິ່ງທີ່ໃຈຕິດຕາມ ເສຍທໍ່ນັ້ນ, ຊຶ່ງໂດຍຫຼັກເກນນີ້ແລ້ວ ທ່ານຄວນຈະຕອບດ້ວຍຄໍາຕອບດຽວກັນ ຄືຕອບວ່າ : ການໄດ້ສະມາທິ ທີ່ມີສັນຍາໃນນິບພານດັ່ງບົດວ່າ : ນັ້ນສະງົບລະງັບ ນັ້ນປະນີຕ ດັ່ງນີ້ເປັນຕົ້ນ, ແຕ່ທ່ານກັບໄປຕອບວ່າໄດ້ແກ່ : ການໄດ້ສະມາທິ ທີ່ມີສັນຍາວ່າ ການດັບບໍ່ເຫຼືອແຫ່ງພົບຄືນິບພານ (ພະວະນິໂຣໂດ ນິບພານັງ) ຊຶ່ງເປັນສັນຍາທີ່ເຄີຍເກີດແກ່ທ່ານຊໍ້າໆກັນໄປ ບໍ່ຂາດສາຍ ເໝືອນແປວໄຟທີ່ເກີດຂຶ້ນ ຕິດໆກັນ ເຊັ່ນນັ້ນ ອັນເປັນການໄດ້ສະມາທິ ທີ່ໄດ້ເມື່ອທ່ານອາໄສຢູ່ທີ່ປ່າອັນທະວັນໃກ້ເມືອງສາວັດຖີ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໓໓
ຂໍໃຫ້ຜູ່ສຶກສາສັງເກດໃຫ້ເຫັນວ່າ ຄໍາຕອບທໍາອິດນັ້ນ ບັນຍາຍລັກສະນະຂອງນິບພານໃນຫຼາຍແງ່ມຸມ, ສ່ວນຄໍາຕອບໃນສູຕນີ້ ລະບຸແຕ່ພຽງແງ່ມຸມດຽວປະເດັນດຽວ ວ່າໄດ້ແກ່ການດັບບໍ່ເຫຼືອແຫ່ງພົບ. ແລະ ຂໍໃຫ້ເຫັນເລິກລົງໄປເຖິງວ່າ ນິບພານບໍ່ໄດ້ເປັນທີ່ຕັ້ງແຫ່ງຄວາມຢຶດຖື ແຕ່ກໍເປັນອາຣົມແຫ່ງສັນຍາໄດ້ຄືກັນ ສັນຍາຈຶ່ງເປັນສິ່ງທີ່ມີໄດ້ ທັງໃນອາຣົມອັນເປັນທີ່ຕັ້ງແຫ່ງຄວາມ ຢຶດຖື ແລະ ໃນສິ່ງທີ່ບໍ່ໄດ້ເປັນອາຣົມ ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖື ກ່າວຄື ໃນພຣະນິບພານນັ້ນເອງ. ສະຫຼຸບຄວາມວ່າ ສັນຍາມີໄດ້ທັງໃນສິ່ງທີ່ເປັນສັງຂະຕະ ແລະ ອະສັງຂະຕະ ໂດຍລັກສະນະທີ່ກົງກັນຂ້າມແທ້].
ສະມາທິທີ່ເປັນອະສັງຂະຕະມະນະສິກາຣະ








