ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ປະຕິບັຕທັມເພື່ອບັນລຸທັມໃນຂັ້ນສູງ ; ກ່າວສະຫຼຸບສັ້ນໆກໍວ່າ ບໍ່ເຮັດໃຫ້ເກີດຄວາມເໝາະສົມໃນການທີ່

ຈະເປັນນັກສຶກສາ. ຂໍ້ໃຫ້ທຸກຄົນເຮັດການຊໍາລະສະສາງ ອະພິສະມາຈາຣິກະທັມຂອງຕົນໆ ໃຫ້ດີທີ່ສຸດ

ທໍ່ທີ່ຈະເຮັດໄດ້ເປັນເລື່ອງທໍາອິດເສຍກ່ອນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໑໕

ເມື່ອບໍ່ເຮັດອະພິສະມາຈາຣິກະທັມໃຫ້ບໍລິບູນແລ້ວ ຈັກເຮັດເສຂະທັມ (ທັມທີ່ຄວນສຶກສາສູງຂຶ້ນໄປ) ໃຫ້ບໍລິບູນດັ່ງນີ້ນັ້ນ ; ນັ້ນບໍ່ເປັນຖານະທີ່ຈະມີໄດ້ ;

ເມື່ອບໍ່ເຮັດເສຂະທັມໃຫ້ບໍລິບູນແລ້ວ ຈັກເຮັດສີລທັງຫຼາຍໃຫ້ບໍລິບູນດັ່ງນີ້ນັ້ນ ; ນັ້ນບໍ່ເປັນຖານະທີ່ຈະມີໄດ້ ;

ເມື່ອບໍ່ເຮັດສີລທັງຫຼາຍໃຫ້ບໍລິບູນແລ້ວ ຈັກເຮັດສັມມາທິຕຖິໃຫ້ບໍລິບູນດັ່ງນີ້ນັ້ນ ; ນັ້ນບໍ່ເປັນຖານະທີ່ຈະມີໄດ້ ;

ເມື່ອບໍ່ເຮັດສັມມາທິຕຖິໃຫ້ບໍລິບູນແລ້ວ ຈັກເຮັດສັມມາສະມາທິໃຫ້ບໍລິບູນດັ່ງນີ້ນັ້ນ ; ນັ້ນບໍ່ເປັນຖານະທີ່ຈະມີໂດ້.

ພິກຂຸ ທ. ! ພິກຂຸນັ້ນໜໍ ມີຄວາມເຄົາລົບ ມີຄວາມຢໍາເກງ ປະພຶຕຄວາມສະເໝີກັນ ໃນເພື່ອນສະຫະພຣົມມະຈັນຣຍ໌ທັງຫຼາຍແລ້ວ ຈັກເຮັດອະພິສະມາຈາຣິກະທັມໃຫ້ບໍລິບູນ ດັ່ງນີ້ນັ້ນ ; ນັ້ນເປັນຖານນະທີ່ຈະມີໄດ້ ;

ເມື່ອເຮັດອະພິສະມາຈາຣິກະທັມໃຫ້ບໍລິບູນແລ້ວ ຈັກເຮັດເສຂະທັມໃຫ້ບໍລິບູນ ດັ່ງນີ້ນັ້ນ ; ນັ້ນເປັນຖານະທີ່ຈະມີໄດ້.

ເມື່ອເຮັດເສຂະທັມໃຫ້ບໍລິບູນແລ້ວ ຈັກເຮັດສີລທັງຫຼາຍໃຫ້ບໍລິບູນ ດັ່ງນີ້ນັ້ນ ; ນັ້ນເປັນຖານະທີ່ຈະມີໄດ້ ;

ເມື່ອເຮັດສີລທັງຫຼາຍໃຫ້ບໍລິບູນແລ້ວ ຈັກເຮັດສັມມາທິຕຖິໃຫ້ບໍລິບູນ ດັ່ງນີ້ນັ້ນ ; ນັ້ນເປັນຖານະທີ່ຈະມີໄດ້ ;

ເມື່ອເຮັດສັມມາທິຕຖິໃຫ້ບໍລິບູນແລ້ວ ຈັກເຮັດສັມມາສະມາທິ ໃຫ້ບໍລິບູນ ດັ່ງນີ້ນັ້ນ ; ນັ້ນເປັນຖານະທີ່ຈະມີໄດ້.

- ປັນຈກ. ອັງ. ໒໒/໑໕-໑໖/໒໑.

໑໓໑໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ການປະພຶຕທີ່ຖືກຕ້ອງຕາມກາລະ

ສໍາລັບສະມາທິນິມິຕ-ປັຄຄາຫະນິມິຕ-ອຸເປກຂານິມິຕ

ພິກຂຸ ທ. ! ພິກຂຸຜູ່ຕາມປະກອບໃນອະທິຈິຕ ຈົ່ງເຮັດໃນໃຈຊຶ່ງນິມິຕທັງສາມ ໂດຍກາລອັນຄວນ ຄື :

ຈົ່ງເຮັດໃນໃຈຊຶ່ງ ສະມາທິນິມິຕ ໂດຍກາລອັນຄວນ

ຈົ່ງເຮັດໃນໃຈຊຶ່ງ ປັຄຄາຫະນິມິຕ ໂດຍກາລອັນຄວນ

ຈົ່ງເຮັດໃນໃຈຊຶ່ງ ອຸເປກຂານິມິຕ ໂດຍກາລອັນຄວນ

ພິກຂຸ ທ. ! ຖ້າພິກຂຸຜູ່ຕາມປະກອບດ້ວຍໃນອະທິຈິຕ ຍ່ອມ ເຮັດໃນໃຈແຕ່ພຽງສະມາທິນິມິຕໂດຍສ່ວນດຽວ ທໍ່ນັ້ນແລ້ວ, ຖານະເຊັ່ນນັ້ນ ຈະເຮັດໃຫ້ເປັນໄປເພື່ອຄວາມຂີ້ຄ້ານ.

ພິກຂຸ ທ. ! ຖ້າພິກຂຸຜູ່ຕາມປະກອບດ້ວຍໃນອະທິຈິຕ ຍ່ອມ ເຮັດໃນໃຈແຕ່ພຽງປັຄຄາຫະນິມິຕໂດຍສ່ວນດຽວ ທໍ່ນັ້ນແລ້ວ, ຖານະເຊັ່ນນັ້ນ ຈະເຮັດຈິຕໃຫ້ເປັນໄປເພື່ອຄວາມຟຸ້ງຊ້ານ.

ພິກຂຸ ທ. ! ຖ້າພິກຂຸຜູ່ຕາມປະກອບດ້ວຍໃນອະທິຈິຕ ຍ່ອມ ເຮັດໃນໃຈແຕ່ພຽງ

ອຸເປກຂາມິຕໂດຍສ່ວນດຽວ ທໍ່ນັ້ນແລ້ວ, ຖານະເຊັ່ນນັ້ນ ຈະບໍ່ເຮັດຈິຕໃຫ້ຕັ້ງໝັ້ນໂດຍຖືກຕ້ອງ ເພື່ອຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍ.

ພິກຂຸ ທ. ! ໃນກາລໃດແລ ພິກຂຸຜູ່ຕາມປະກອບໃນອະທິຈິຕ ເຮັດໃນໃຈຊຶ່ງສະມາທິນິມິຕໂດຍກາລອັນຄວນ, ເຮັດໃນໃຈຊຶ່ງປັຄຄາຫະນິມິຕ ໂດຍກາລອັນຄວນ, ເຮັດໃນໃຈຊຶ່ງອຸເປກຂານິມິຕໂດຍກາລອັນຄວນ ; ໃນກາລນັ້ນ ຈິຕນັ້ນຍ່ອມເປັນຈິຕອ່ອນໂຍນ ຄວນແກ່ການງານ ເປັນຈິຕປະພັສສອຣ ບໍ່ລວນເລ ຍ່ອມຕັ້ງໝັ້ນໂດຍຖືກຕ້ອງ ເພື່ອຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໑໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ