ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ມະຫາຣາຊະ ! ປຽບດັ່ັງຊາຍຜູ່ໜຶ່ງ ກູ້ໜີ້ເຂົາ ໄປເຮັດການງານສໍາເລັດຜົລ ໃຊ້ໜີ້ຕົ້ນທຶນເດີມໝົດແລ້ວ ກໍາໄລຍັງເຫຼືອພໍລ້ຽງພັນຣະຍາໄດ້ເຫຼືອເຟືອ ; ເຂົາຄົງ ຄໍານຶງເຖິງໂຊກລາບວ່າ “ເມື່ອກ່ອນເຮົາກູ້ໜີ້ເຂົາ ໄປເຮັດການງານສໍາເລັດຜົລ ໃຊ້ໜີ້ຕົ້ນທຶນເດີມໝົດແລ້ວ ກໍາໄລຍັງເຫຼືອພໍລ້ຽງພັນຣະຍາເຫຼືອເຟືອ” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະເພາະຂໍ້ນີ້ເປັນເຫຕ ເຊັ່ນໃດ, (ນີ້ເຍື່ອງໜຶ່ງ).

ມະຫາຣາຊະ ! ປຽບດັ່ງຊາຍອີກຜູ່ໜຶ່ງ ປ່ວຍໄຂ້ໜັກ ທົນທຸກຂ໌ ອາຫາຣບໍ່ຕົກ ກໍາລັງໜ້ອຍ. ເມື່ອເວລາອື່ນເຂົາດີຈາກໄຂ້ນັ້ນ ອາຫາຣກໍຕັ້ງ ກໍາລັງກໍມີ ; ເຂົາຕ້ອງນຶກເຖິງກາລເກົ່າວ່າ “ເມື່ອກ່ອນເຮົາປ່ວຍໄຂ້ໜັກ ທົນທຸກຂ໌ ອາຫາຣກໍບໍ່ຕົກ ກໍາລັງໜ້ອຍລົງ ບັດນີ້ເຮົາດີຈາກໄຂ້ນັ້ນ ອາຫາຣກໍຕັ້ງ ກໍາລັງກໍມີມາ” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະເພາະຂໍ້ນນເປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອງໜຶ່ງ).

໑໓໐໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ມະຫາຣາຊະ ! ປຽບດັ່ງຊາຍອີກຜູ່ໜຶ່ງ ຕິດຄຸກ ເມື່ອເວລາອື່ນ ເຂົາຫຼຸດຈາກຄຸກໂດຍສະດວກ ບໍ່ມີພັຍ ບໍ່ເສຍຊັບ ; ເຂົາຕ້ອງນຶກເຖິງກາລເກົ່າດັ່ງນີ້ວ່າ “ເມື່ອກ່ອນເຮົາຕິດຄຸກ ບັດນີ້ເຮົາຫຼຸດມາໄດ້ໂດຍສະດວກ ບໍ່ມີພັຍ ບໍ່ເສຍຊັບ” ດັ່ງນີ້, ເຂົາຍ່ອມ

ປາໂມດບັນເທີງໃຈໂສມະນັສສະ ເພາະຂໍ້ນັ້ນເປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອງໜຶ່ງ).

ມະຫາຣາຊະ ! ປຽບດັ່ງຊາຍອີກຜູ່ໜຶ່ງ ເປັນທາສເຂົາ ເພິ່ງຕົນເອງບໍ່ໄດ້ ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈບໍ່ໄດ້. ເມື່ອເຖິງສະໄໝອື່ນ ເຂົາພົ້ນຈາກການເປັນທາສ ເພິ່ງຕົນເອງໄດ້ ບໍ່ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈໄດ້ ; ເຂົາຕ້ອງນຶກເຖິງກາລເກົ່າດັ່ງນີ້ວ່າ “ເມື່ອກ່ອນເຮົາເປັນທາສ ເພິ່ງຕົນເອງບໍ່ໄດ້ ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈບໍ່ໄດ້ ເມື່ອເຖິງສະໄໝອື່ນ ເຮົາພົ້ນຈາກການເປັນທາສ ເພິ່ງຕົນເອງໄດ້ ບໍ່ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈໄດ້” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະເພາະຂໍ້ນັ້ນເປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອງໜຶ່ງ).

ມະຫາຣາຊະ ! ປຽບດັ່ງຊາຍອີກຜູ່ໜຶ່ງ ຖືເອົາຊັບເດີນທາງໄກ ອັນກັນດານ ພຶກສາຫາຍາກ ປະກອບດ້ວຍພັຍ. ເມື່ອຮອດສະໄໝອື່ນ ພົ້ນທາງກັນດານໄດ້ໂດຍສະດວກ ຊອດເຖິງໝູ່ບ້ານອັນກະເສມ ບໍ່ມີພັຍ (ບໍ່ຕ້ອງເສຍໂພຄະຊັບ) ; ເຂົາຕ້ອງນຶກເຖິງກາລເກົ່າດັ່ງນີ້ວ່າ “ເມື່ອກ່ອນ ເຮົາຖືເອົາຊັບເດີນທາງໄກອັນກັນດານ ພຶກສາຫາຍາກ ປະກອບດ້ວຍພັຍ ເມື່ອບັດນີ້ເຮົາພົ້ນທາງກັນດານໄດ້ໂດຍສະດວກ ຊອດເຖິງໝູ່ບ້ານອັນກະເສມ ບໍ່ມີພັຍ” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະເພາະຂໍ້ນັ້ນເປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອງໜຶ່ງ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໐໕

ມະຫາຣາຊະ ! ພິກຂຸພິຈາຣະນາເຫັນນິວອຣ ໕ ປະການ ທີ່ຕົນຍັງລະບໍ່ໄດ້ວ່າ ເປັນເຊັ່ນກັບການກູ້ໜີ້ ເຊັ່ນກັບການເປັນໂຣຄາ ເຊັ່ນກັບການຕິດຄຸກ ເຊັ່ນກັບການເປັນທາສ ແລະການຖືເອົາຊັບຂ້າມທາງກັນດານ. ແລະເຂົາພິຈາຣະນາເຫັນນິວອຣ ໕ ປະການ ທີ່ລະເສຍໄດ້ແລ້ວໃນຕົນເອງ ເປັນເຊັ່ນກັບການໝົດໜີ້ ການໝົດໂຣຄາ ການຫຼຸດຈາກຄຸກ ການພົ້ນຈາກທາສ ການຊອດເຖິງທີ່ປອດພັຍ ເຊັ່ນນັ້ນເໝືອນກັນແລ.

- ສີ. ທີ. ໙/໙໖-໙໗/໑໒໖.

ການບັນລຸປະຖົມມະຊານ ພ້ອມທັງອຸປະມາ

ມະຫາຣາຊະ ! ເມື່ອພິກຂຸນັ້ນ ມອງເຫັນນິວອຣທັງຫ້າເຫຼົ່ານີ້ ທີ່ຕົນລະໄດ້ແລ້ວຢູ່ ປາໂມດຍ່ອມເກີດ ; ເມື່ອປາໂມດເກີດ ປີຕິຍ່ອມເກີດ ; ກາຍຂອງຜູ່ມີໃຈປີຕິ ຍ່ອມ

ສະງົບລະງັບ ; ຜູ່ມີກາຍສະງົບລະງັບ ຍ່ອມສະເຫວີຍສຸຂ ; ຈິຕຂອງຜູ່ມີສຸຂ ຍ່ອມຕັ້ງໝັ້ນ. ພິກຂຸນັ້ນ ເພາະສະຫງັດຈາກກາມ ແລະ ສະຫງັດຈາກອະກຸສົລທັມທັງຫຼາຍ ຈຶ່ງ ບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ເຂົາພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ວິເວກນັ້ນ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາ ທົ່ວທັງໂຕທີ່ປີຕິ ແລະ ສຸຂອັນເກີດແຕ່ວິເວກນັ້ນ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ