ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ມິຈສາວິມຸຕຕິ ຂອງຜູ່ມີສັມມາວິມຸຕຕິ ຍ່ອມສະຫຼາຍໄປບໍ່ມີເຫຼືອ ; ແລະ ບາບອະກຸສົລທັມ ທັງຫຼາຍເປັນອະເນກ ທີ່ເກີດຂຶ້ນເພາະມິຈສາວິມຸຕຕິເປັນປັຈຈັຍຂອງຜູ່ນັ້ນ ກໍຍ່ອມສະຫຼາຍໄປບໍ່ມີເຫຼືອດ້ວຍ ; ແລະ ກຸສົລທັມ ທັງຫຼາຍເປັນອະເນກ ທີ່ມີສັມມາວິມຸຕຕິເປັນປັຈຈັຍ ກໍຈັກເຖິງຊຶ່ງຄວາມເຕັມຮອບ ແຫ່ງການງອກງາມຂຶ້ນມາດ້ວຍ.

ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ທັມເປັນຝັກຝ່າຍແຫ່ງກຸສົລ ມີປະລິມານຊາວ, ທັມເປັນຝັກຝ່າຍແຫ່ງອະກຸສົລມີປະລິມານຊາວ : ທັມປະຣິຍາຍມີປະລິມານສີ່ສິບ ອັນກ້ວາງຂວາງ ເປັນທັມປະຣິຍາຍ ອັນເຮົາໃຫ້ໝູນໄປແລ້ວ ອັນສະມະນະ ຫຼືພຣາມ ຫຼືເທບ ຫຼືມາຣ ຫຼືພຣົມ ຫຼືໃຜໆໃນໂລກ ໃຫ້ໝູນກັບບໍ່ໄດ້.

- ອຸປຣິ. ມ. ໑໔/໑໘໗/໒໗໙-໒໘໐.

(ຜູ່ສຶກສາຄວນສັງເກດໃຫ້ເຫັນວ່າ ອັຕຖັງຄິກະມັຄຄະມີອົງຄ໌ແປດ ເມື່ອຕື່ມເຂົ້າອີກສອງອົງຄື ສັມມາຍານະ ແລະ ສັມມາວິມຸຕຕິ ກາຍເປັນສັມມັຕຕະມີອົງສິບ, ຕະຫຼອດທັງສາຍນີ້ ມີສັມມາທິຕຖິເປັນອົງນໍາໜ້າ ອົງທີ່ເປັນ “ມິຈສາ” ໃດໆກໍຕາມ ຈະກາຍເປັນ “ສັມມາ” ຂຶ້ນມາໄດ້ ກໍລ້ວນແຕ່ຕ້ອງອາໄສສັມມາທິຕຖິ ເປັນທັມນໍາໜ້າດ້ວຍກັນທັງໝົດ ອົງຄ໌ແປດເປັນທັມສໍາລັບພຣະເສຂະ ອົງສິບເປັນທັມສໍາລັບພຣະອໍຣະຫັນຕ໌ ເປັນຫຼັກທີ່ຜູ່ສຶກສາຄວນກໍານົດໄວ້ໃຫ້ດີ).

໑໒໙໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ສັມມາສະມາທິຊະນິດທີ່ມີພຣົມມະວິຫາຣເປັນອາຣົມ

ວາເສຕຖະ ! ເມື່ອພິກຂຸນັ້ນ ມອງເຫັນນິວອຣທັງຫ້າເຫຼົ່ານັ້ນ ທີ່ຕົນລະໄດ້ແລ້ວຢູ່ ປາໂມດຍ່ອມເກີດ ; ເມື່ອປາໂມດເກີດ ປີຕິຍ່ອມເກີດ ; ກາຍຂອງຜູ່ມີໃຈປີຕິຍ່ອມສະງົບລະງັບ ; ຜູ່ມີກາຍສະງົບລະງັບ ຍ່ອມສະເຫວີຍສຸຂ ; ຈິຕຂອງຜູ່ມີສຸຂ ຍ່ອມເປັນສະມາທິ ; ເຂົານັ້ນດ້ວຍຈິຕອັນເປັນໄປກັບດ້ວຍເມຕຕາ ຍ່ອມແຜ່ໄປສູ່ທິສທີໜຶ່ງ ແລະ ທິສທີສອງ ທີສາມ ທີສີ່ ກໍຄືກັນເຊັ່ນນັ້ນ, ເຂົາແຜ່ໄປຕະຫຼອດໂລກທັງໝົດທັງສິ້ນ ໃນທີ່ທັງປວງ ທັງເບື້ອງເທິງ ເບື້ອງຕໍ່າ ແລະເບື້ອງຂວາງ ດ້ວຍຈິຕອັນເປັນໄປກັບດ້ວຍ ເມຕຕາ ເປັນຈິຕບໍ່ມີເວຣ ບໍ່ມີພະຍາບາດ ກ້ວາງຂວາງ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີຂີດຈໍາກັດແລ້ວແລຢູ່. ວາເສຕຖະ ! ປຽບເໝືອນຄົນເປົ່າສັງຜູ່ມີກໍາລັງ ຍ່ອມເປົ່າສັງໃຫ້ໄດ້ຍິນໄດ້ທັງສີ່ທິສ ໂດຍບໍ່ຍາກເຊັ່ນໃດ ; ໃນເມຕຕາເຈໂຕວິມຸຕຕິ໑ ທີ່ຈະເຣີນແລ້ວແບບ (ຂ້າງເທິງ) ນີ້ ກັມຊະນິດທີ່ເຮັດຢ່າງມີຈໍາກັດ໒ ຍ່ອມບໍ່ມີເຫຼືອຢູ່ ບໍ່ຕັ້ງຢູ່ໃນ (ເມຕຕາເຈໂຕວິມຸຕຕິ ອັນເປັນກັມທີ່ບໍ່ມີຂີດຈໍາກັດ) ນັ້ນ, ກໍເຊັ່ນນັ້ນ. ວາເສຕຖະ ! ນີ້ເປັນທາງເພື່ອຄວາມເປັນຜູ່ຢູ່ຮ່ວມກັບພຣົມທັງຫຼາຍ.

(ຕໍ່ໄປນີ້ຊົງສະແດງຂໍ້ ກະຣຸນາ ມຸທິຕາ ອຸເປກຂາ ອີກ ໂດຍເນື້ອຄວາມແບບດຽວກັນ. ທຸກໆຂໍ້ ເປັນຫົນທາງຄືກັນ ໃນພຣະບາລີວ່າ ແມ່ນວ່ານີ້ໆ ກໍເປັນຫົນທາງເພື່ອຄວາມຢູ່ຮ່ວມກັບພຣົມທັງຫຼາຍ).

໑. ເມຕຕາເຈໂຕວິມຸຕຕິ ຄື ອັປປະນາສະມາທິ ທີ່ປະກອບດ້ວຍເມຕຕາ

໒. ທີ່ມີຂີດຈໍາກັດ ໝາຍເອົາເມຕຕາທີ່ຈໍາກັດບ່ອນ, ແລະ ຍັງເປັນກາມາວະຈະຣະກຸສົລ, ຍັງບໍ່ເປັນ

ຣູປາວະຈະຣະກຸສົລ ເໝືອນທີ່ກ່າວມາ. ສຸມັງ. ໑/໔໖໓.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໙໙

ວິໂມກຂ໌ ແປດ

ພິກຂຸ ທ. ! ວິໂມກຂ໌ແປດເຫຼົ່ານີ້ມີຢູ່. ແປດເຫຼົ່າໃດໜໍ ? ແປດເຫຼົ່ານີ້ ຄື :

(໑) ຜູ່ມີຮູບ (ຊຶ່ງເປັນອາຣົມຂອງສະມາທິ) ຍ່ອມເຫັນຮູບທັງຫຼາຍ (ອັນເປັນສະມາທິນິມິຕເຫຼົ່ານັ້ນ) ; ນີ້ຄື ວິໂມກຂ໌ທີໜຶ່ງ.

(ຍ່ອມມີວິໂມກຂ໌ ຄືພົ້ນຈາກອິທິພົນຂອງນິວອຣທັງຫຼາຍ).

(໒) ຜູ່ບໍ່ມີສັນຍາໃນຮູບຊຶ່ງເປັນພາຍໃນ (ເພື່ອເປັນອາຣົມຂອງສະມາທິ) ຍ່ອມເຫັນ ຮູບທັງຫຼາຍອັນເປັນພາຍນອກ (ເພື່ອເປັນອາຣົມຂອງສະມາທິ) ; ນີ້ຄື ວິໂມກຂ໌ທີສອງ.

(ຍ່ອມມີວິໂມກແມ່ນພົ້ນຈາກອິທິພົນຂອງນິວອຣທັງຫຼາຍ).

(໓) ເປັນຜູ່ນ້ອມໃຈ (ໄປໃນຮູບນິມິຕແຫ່ງສະມາທິ) ດ້ວຍຄວາມຮູ້ສຶກວ່າ “ງາມ” ທໍ່ນັ້ນ ນີ້ຄື ວິໂມກຂ໌ທີສາມ.

(ຍ່ອມມີວິໂມກຂ໌ ຄືພົ້ນຈາກອິດທິພົນຂອງນິວອຣທັງຫຼາຍ ໂດຍສະເພາະຢ່າງຍິ່ງຈາກການ

ລົບກວນຂອງຄວາມຮູ້ສຶກວ່າ ເປັນປະຕິກູລໃນສິ່ງທີ່ເປັນປະຕິກູລ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ