ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ສັມມາວາຈາ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ທັມຄື ການງົດ (ອາຣະຕິ) ການເວັ້ນ (ວິຣະຕິ) ການເວັ້ນຂາດ (ປະຕິວິຣະຕິ) ແລະ ເຈຕະນາເປັນເຄື່ອງເວັ້ນ (ເວຣະມະນີ) ຈາກວະຈີທຸຈະຣິຕທັງສີ່ (ຕາມທີ່ກ່າວແລ້ວເບື້ອງຕົ້ນ) ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄະ ໃດແລ ; ພິກຂຸ ທ. ! ນີ້ຄື ສັມມາວາຈາ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ.
ເຂົານັ້ນພຽນພະຍາຍາມ ເພື່ອລະເສຍຊຶ່ງມິຈສາວາຈາ ເພື່ອເຮັດສັມມາວາຈາໃຫ້ເຖິງພ້ອມ ; ຄວາມພຽນພະຍາຍາມຂອງເຂົານັ້ນເປັນ ສັມມາວາຢາມະ. ເຂົາມີສະຕິລະເສຍໄດ້ຊຶ່ງມິຈສາວາຈາ ມີສະຕິເຮັດສັມມາວາຈາໃຫ້ເຖິງພ້ອມແລ້ວແລຢູ່ ; ສະຕິຂອງເຂົານັ້ນເປັນ ສັມມາສະຕິ.
ດ້ວຍອາການດັ່ງນີ້ ເປັນອັນວ່າ ທັມ ໓ ຢ່າງ ນັ້ນ ຍ່ອມ ຕິດຕາມແວດລ້ອມຊຶ່ງສັມມາວາຈາ ; ສາມຢ່າງນັ້ນໄດ້ແກ່ : ສັມມາທິຕຖິ ສັມມາວາຢາມະ ສັມມາສະຕິ.
໑໒໙໒ ອະຣິຍະສັຈຈ໌ຈາກພຣະໂອຖະ
໔. ກຸ່ມສັມມາກັມມັນຕະ
ພິກຂຸ ທ. ! ໃນບັນດາອົງເຈັດ ແຫ່ງອະຣິຍະສັມມາສະມາທິນັ້ນ ສັມມາທິຕຖິເປັນທັມນໍາໜ້າ. ນໍາໜ້າແນວໃດໜໍ ? ຄືເຂົາຮູ້ມິຈສາກັມມັນຕະ ວ່າເປັນມິຈສາກັມມັນຕະ, ຮູ້ສັມມາກັມມັນຕະ ວ່າເປັນສັມມາກັມມັນຕະ ; ຄວາມຮູ້ຂອງເຂົານັ້ນເປັນ ສັມມາທິຕຖິ.
ພິກຂຸ ທ. ! ມິຈສາກັມມັນຕະ ເປັນແນວໃດໜໍ ? ປານາຕິບາຕ, ອະທິນນາທານ, ກາເມສຸມິຈສາຈາຣ. ພິກຂຸ ທ. ! ນີ້ຄື ມິຈສາກັມມັນຕະ.
ພິກຂຸ ທ. ! ສັມມາກັມມັນຕະ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນ ສັມມາກັມມັນຕະວ່າມີຢູ່ ໒ ຊະນິດຄື : ສັມມາກັມມັນຕະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ກໍມີຢູ່ ; ສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ ກໍມີຢູ່.
ພິກຂຸ ທ. ! ສັມມາກັມມັນຕະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ນັ້ນເປັນແນວໃດໜໍ ? ນັ້ນຄື : ເຈຕະນາເປັນເຄື່ອງງົດເວັ້ນຈາກປານາຕິບາຕ, ເຈຕະນາເປັນເຄື່ອງງົດເວັ້ນຈາກອະທິນນາທານ, ເຈຕະນາເປັນເຄື່ອງງົດເວັ້ນຈາກກາເມສຸມິຈສາຈາຣ. ພິກຂຸ ທ. ! ນີ້ຄື ສັມມາກັມມັນຕະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ.
ພິກຂຸ ທ. ! ສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ທັມຄື : ການງົດ, ການເວັ້ນ, ການເວັ້ນຂາດ
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໙໓
ແລະ ເຈຕະນາເປັນເຄື່ອງງົດເວັ້ນ ຈາກທຸຈະຣິຕທັງສາມ (ຕາມທີ່ກ່າວມາແລ້ວຂ້າງເທິງ) ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄະ ໃດແລ ; ພິກຂຸ ທ. ! ນີ້ຄື ສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ.
ເຂົານັ້ນ ພຽນພະຍາຍາມເພື່ອລະເສຍໄດ້ ຊຶ່ງມິຈສາກັມມັນຕະ ເພື່ອເຮັດສັມມາກັມມັນຕະໃຫ້ເຖິງພ້ອມ ຄວາມພຽນພະຍາຍາມຂອງເຂົານັ້ນເປັນ ສັມມາວາຢາມະ. ເຂົາມີສະຕິລະເສຍໄດ້ຊຶ່ງມິຈສາກັມມັນຕະ ມີສະຕິເຮັດສັມມາກັມມັນຕະໃຫ້ເຖິງພ້ອມແລ້ວແລຢູ່ ; ສະຕິຂອງເຂົານັ້ນເປັນ ສັມມາສະຕິ.
ດ້ວຍອາການແນວນີ້ ເປັນອັນວ່າ ທັມ ໓ ຢ່າງ ນັ້ນ ຍ່ອມ ຕິດຕາມແວດລ້ອມຊຶ່ງສັມມາກັມມັນຕະ ; ສາມຢ່າງນັ້ນໄດ້ແກ່ : ສັມມາທິຕຖິ ສັມມາວາຢາມະ ສັມມາສະຕິ.
໕. ກຸ່ມສັມມາອາຊີວະ








