ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເມື່ອສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະ ອັນພິກຂຸຈະເຣີນ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ ພິກຂຸຍ່ອມນ້ອມຈິຕໄປເພື່ອເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ຊຶ່ງທັມໃດໆ ທີ່ຄວນເຮັດໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງຢູ່ ໃນທັມອັນຄວນເຮັດໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງນັ້ນໆ ນັ້ນແຫຼະ ເຂົານັ້ນຍ່ອມລຸເຖິງຊຶ່ງຄວາມສາມາດ ເຮັດໄດ້ຈົນເປັນສັກຂີພະຍານ ໃນເມື່ອອາຍະຕະນະຍັງມີຢູ່ໆ. ພິກຂຸ ທ. ! ປຽບເໝືອນ ໝໍ້ນໍ້າມີຫູຈັບ ຕັ້ງຢູ່ເທິງໝອນຮອງ ເຕັມດ້ວຍນໍ້າພຽງປາກ ກາດື່ມໄດ້ ບຸຣຸສມີກໍາລັງຈັບໝໍ້ນໍ້ານັ້ນໝູນໄປທາງໃດໆ ນໍ້າຍ່ອມຟົ້ງໄປທາງນັ້ນໆ ບໍ່ແມ່ນບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ເມື່ອສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະ ອັນພິກຂຸຈະເຣີນຝຶກໃຫ້ຫຼາຍແລ້ວດັ່ງນີ້ ພິກຂຸຍ່ອມນ້ອມຈິຕໄປ ເພື່ອເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ຊຶ່ງທັມໃດໆທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງຢູ່ ໃນທັມອັນຄວນເຮັດໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງນັ້ນໆ ນັ້ນແຫຼະ ເຂົານັ້ນຍ່ອມລຸເຖິງ ຊຶ່ງຄວາມສາມາດ ເຮັດໄດ້ຈົນເປັນສັກຂີພະຍານ ໃນເມື່ອອາຍະຕະນະຍັງມີຢູ່ໆ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໘໕
ພິກຂຸ ທ. ! ຫຼື ປຽບຄືດັ່ງ ສະໂບກຂະຣະນີ ສີ່ແຈ ກັ້ນໄວ້ດ້ວຍຄັນຄູ ເຕັມດ້ວຍນໍ້າພຽງຂອບ ກາດື່ມໄດ້ ມີບຸຣຸສຜູ່ມີກໍາລັງມາເຈາະຄັນຄູບ່ອນໃດໆ ນໍ້າຍ່ອມໄຫຼອອກມາໂດຍບ່ອນນັ້ນໆ ບໍ່ແມ່ນບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ເມື່ອສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະ ອັນພິກຂຸຈະເຣີນຝຶກໃຫ້ຫຼາຍແລ້ວດັ່ງນີ້ ພິກຂຸຍ່ອມນ້ອມຈິຕໄປ ເພື່ອເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ຊຶ່ງທັມໃດໆ ທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງຢູ່ ໃນທັມອັນຄວນເຮັດໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງນັ້ນໆ ນັ້ນແຫຼະ ເຂົານັ້ນຍ່ອມລຸເຖິງ ຊຶ່ງຄວາມສາມາດເຮັດໃຫ້ໄດ້ ຈົນເປັນສັກຂີພະຍານ ໃນເມື່ອອາຍະຕະນະຍັງມີຢູ່ໆ.
ພິກຂຸ ທ. ! ຫຼືປຽບເໝືອນ ລົດທຽມດ້ວຍມ້າອາຊາໄນທີ່ຝຶກດີແລ້ວ ຜູກມັດເຄື່ອງຮັດຄົບຖ້ວນແລ້ວ ເປັນລົດທີ່ຈອດຢູ່ຫົນທາງສີ່ແຍກ ມີພູມພາກອັນດີ ສາຣະຖີຜູ່ຊ່ຽວຊານໃນການຝຶກມ້າເປັນຊັ້ນອາຈາຣຍ໌ ຂະຫຍັນຂັນແຂງ ຂຶ້ນສູ່ລົດນັ້ນແລ້ວຈັບເຊືອກດ້ວຍມືຊ້າຍ ຈັບແສ້ດ້ວຍມືຂວາ ພຽງແຕ່ຍົກແສ້ຂຶ້ນເປັນສັນຍານ ກໍສາມາດໃຫ້ມ້າພາລົດໄປທາງໜ້າ ຫຼື ໃຫ້ຖອຍຫຼັງໄດ້ຕາມທີ່ຕົນປາຖນາ, ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ຄືເມື່ອສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນ
ອະຣິຍະ ອັນພິກຂຸຈະເຣີນແລ້ວ ຝຶໃຫ້ຫຼາຍແລ້ວດັ່ງນີ້ ພິກຂຸຍ່ອມນ້ອມຈິຕໄປເພື່ອເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ຊຶ່ງທັມໃດໆ ທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງຢູ່ ໃນທັມອັນຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆ ນັ້ນແຫຼະ ເຂົານັ້ນຍ່ອມລຸເຖິງ ຊຶ່ງຄວາມສາມາດເຮັດໄດ້ ຈົນເປັນສັກຂີພະຍານ ໃນເມື່ອອາຍະຕະນະຍັງມີຢູ່ໆ.
- ປັນຈກ. ອັງ. ໒໒/໒໖-໓໐/໒໘.
໑໒໘໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ອະຣິຍະສັມມາສະມາທິມີບໍຣິຂາຣເຈັດ
ພິກຂຸ ທ. ! ເຮົາຈະສະແດງ ອະຣິຍະສັມມາສະມາທິທີ່ມີທີ່ຕັ້ງອາໄສ ທີ່ມີບໍຣິຂາຣ. ເຈົ້າຈົ່ງຟັງຊຶ່ງທັມນັ້ນ ຈົ່ງເຮັດໃນໃຈໃຫ້ສໍາເລັດປະໂຍຊນ໌ ເຮົາຈະກ່າວ.
ພິກຂຸ ທ. ! ອະຣິຍະສັມມາສະມາທິທີ່ມີທີ່ຕັ້ງອາໄສ ທີ່ມີບໍຣິຂາຣ ເປັນແນວໃດໜໍ ? ພິກຂຸ ທ. ! ອົງຄ໌ແຫ່ງມັຄຄ໌ ເຫຼົ່ານີ້ຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ເຫຼົ່າໃດອັນເປັນອົງ ໘ ປະການ ທີ່ແວດລ້ອມເອກັຄຄະຕາຈິຕຢູ່ ; ເອກັຄຄະຕາຈິຕຊະນິດນີ້ ເຮົາເອີ້ນວ່າ ເປັນອະຣິຍະສັມມາສະມາທິທີ່ມີທີ່ຕັ້ງອາໄສ ດັ່ງນີ້ແດ່ ທີ່ມີບໍຣິຂາຣ ດັ່ງນີ້ແດ່.
- ອຸປຣິ. ມ. ໑໔/໑໘໐/໒໕໒-໒໕໓.
ການເຮັດໜ້າທີ່ສໍາພັນກັນຂອງບໍຣິຂາຣທັງເຈັດ
໑. ກຸ່ມສັມມາທິຕຖິ








