ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໗໗

ທັມມະສົງເຄາະທີ່ທຸກຄົນຄວນເຮັດ

ພິກຂຸ ທ. ! ເມື່ອເຈົ້າຄິດຈະສົງເຄາະຊົນເຫຼົ່າໃດ ຊຶ່ງເປັນຜູ່ສໍາຄັນເຈົ້າວ່າ ເປັນຜູ່ທີ່ເຂົາຄວນເຊື່ອຟັງ ຈະເປັນມິຕ ອາມາດ ຍາຕສາຍໂລຫິຕ ກໍຕາມ ພິກຂຸ ທ. ! ເຈົ້າຈົ່ງສົງເຄາະຊົນເຫຼົ່ານັ້ນ ດ້ວຍການຊັກຊວນໃຫ້ເຂົ້າໄປຕັ້ງຢູ່ສະເພາະ ໃນການຈະເຣີນສະຕິປັຕຖານທັງສີ່ເຖີ້ນ. ສີ່ຢ່າງ ແນວໃດໜໍ ? ສີ່ຢ່າງໃນກໍລະນີນີ້ຄື ເປັນຜູ່ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະໂທມະນັສສະ ໃນໂລກ ; ເປັນຜູ່ ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະໂທມະນັສສະ ໃນໂລກ ; ເປັນຜູ່ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະໂທມະນັສສະ ໃນໂລກ ; ເປັນຜູ່ ຕາມເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະໂທມະນັສສະ ໃນໂລກ.

ພິກຂຸ ທ. ! ນີ້ແຫຼະ ຄືຂໍ້ທີ່ ຖ້າເຈົ້າຄິດຈະສົງເຄາະຊົນເຫຼົ່າໃດ ຊຶ່ງເປັນຜູ່ສໍາຄັນເຈົ້າວ່າເປັນຜູ່ທີ່ເຂົາຄວນເຊື່ອຟັງ ຈະເປັນມິຕ ອາມາດ ຍາຕສາຍໂລຫິຕ ກໍຕາມ ເຈົ້າຄວນສົງເຄາະຊົນເຫຼົ່ານັ້ນ ດ້ວຍການຊັກຊວນ ໃຫ້ເຂົ້າໄປຕັ້ງຢູ່ສະເພາະໃນການຈະເຣີນສະຕິປັຕຖານທັງສີ່ ດັ່ງນີ້.

- ມຫາວາຣ. ສັງ. ໑໙/໒໕໑/໘໓໔.

(ໂດຍທົ່ວໄປເຮົາຄິດຈະສົງເຄາະກັນ ແຕ່ດ້ວຍວັຕຖຸສິ່ງຂອງເງິນຄໍາ ຍາຕມິຕສະຫາຍຂອງເຮົາ ຈິ່ງຍັງຈົມຢູ່ໃນກອງທຸກຂ໌. ຖ້າຈັ່ງໃດ ເຮົາຈະຄິດສົງເຄາະກັນດ້ວຍທັມມະສົງເຄາະເຊັ່ນນີ້ແດ່ ໂລກນີ້ກໍຈະມີຄວາມສຸຂຍິ່ງຂຶ້ນ).

ນິດເທສ ໒໐

ວ່າດ້ວຍສັມມາສະຕິ

ຈົບ

໑໒໗໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ນິດເທສ ໒໑ ວ່າດ້ວຍ ສັມມາສະມາທິ

(ມີ ໕໑ ເລື່ອງ)

ໝວດ ກ. ວ່າດ້ວຍອຸດເທສ - ວິພາກຂອງສັມມາສະມາທິ

ອຸດເທສແຫ່ງສະມາທິ

ພິກຂຸ ທ. ! ສັມມາສະມາທິ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ສະຫງັດແລ້ວຈາກກາມທັງຫຼາຍ ສະຫງັດແລ້ວຈາກທັມທີ່ເປັນອະກຸສົລທັງຫຼາຍ ເຂົ້າເຖິງປະຖົມມະຊານ ປະກອບດ້ວຍວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່ ; ເພາະຄວາມທີ່ວິຕົກວິຈາຣທັງສອງລະງັບລົງ ເຂົ້າເຖິງທຸຕິຢະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດຈາກສະມາທິແລ້ວແລຢູ່ ; ອີກຢ່າງໜຶ່ງ ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ່ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນລະເສີນຜູ່ນັ້ນວ່າ “ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງຕະຕິຢະຊານແລ້ວແລຢູ່ ; ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະໂທມະນັສສະທັງສອງໃນກາລກ່ອນ ເຂົ້າເຖິງຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ສັມມາສະມາທິ.

- ມຫາ. ທີ. ໑໐/໓໔໙/໒໙໙.

ສະມາທິພາວະນາ ມີປະເພດສີ່

ພິກຂຸ ທ. ! ສະມາທິພາວະນາ ໔ ຢ່າງ ເຫຼົ່ານີ້ມີຢູ່. ສີ່ຢ່າງ ແນວໃດໜໍ ? ສີ່ຢ່າງຄື ພິກຂຸ ທ. ! ມີ ສະມາທິພາວະນາ ອັນບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໗໙

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ