ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ຕຣັດອານາປານະສະຕິສະມາທິ ອັນມີວັຕຖຸ ໑໖ ດັ່ງທີ່ປາກົດຢູ່ໜ້າ ໑໑໘໑ ໃນໜັງສືເຫຼັ້ມນີ້ ຫົວຂໍ້ວ່າ “ແບບການຈະເຣີນອານາປານະສະຕິທີ່ມີຜົລຫຼາຍ” ຕັ້ງແຕ່ໜ້າ ໑໑໘໒ ເຖິງໜ້າ ໑໑໘໔)
ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຄວາມສະລັດຄືນຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໖໓
ພິກຂຸ ທ. ! ເມື່ອໃຜຜູ່ໃດ ຈະກ່າວສິ່ງໃດໃຫ້ຖືກຕ້ອງຕົງທັມ ວ່າເປັນອະຣິຍະ
ວິຫາຣກໍດີ ວ່າເປັນພຣົມມະວິຫາຣກໍດີ ວ່າເປັນຕະຖາຄົຕວິຫາຣກໍດີ ເຂົາຈົ່ງກ່າວອານາປານະສະຕິສະມາທິນີ້ແຫຼະ ວ່າເປັນອະຣິຍະວິຫາຣ ວ່າເປັນພຣົມມະວິຫາຣ ວ່າເປັນຕະຖາຄົຕວິຫາຣ.
ພິກຂຸ ທ. ! ພິກຂຸເຫຼົ່າໃດຍັງເປັນ ເສຂະ ຍັງບໍ່ລຸເຖິງທັມທີ່ໄຝ່ປະສົງແຫ່ງໃຈ
ປາຖນາຢູ່ຊຶ່ງໂຢຄະເຂມະທັມ ອັນບໍ່ມີອັນໃດຍິ່ງກວ່າ ; ພິກຂຸເຫຼົ່ານັ້ນ ເມື່ອຈະເຣີນ ຝຶກໃຫ້ຫຼາຍແລ້ວ ຊຶ່ງອານາປານະສະຕິ ຍ່ອມເປັນໄປເພື່ອຄວາມດັບສິ້ນໄປແຫ່ງ
ອາສະວະທັງຫຼາຍ.
ສ່ວນພິກຂຸທັງຫຼາຍເຫຼົ່າໃດເປັນ ອໍຣະຫັນຕ໌ ດັບສິ້ນອາສະວະແລ້ວ ມີພຣົມມະຈັນຣຍ໌ຢູ່ຈົບແລ້ວ ມີສິ່ງທີ່ຕ້ອງເຮັດໃຫ້ສໍາເລັດ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນ
ລຸເຖິງແລ້ວ ມີສັນໂຍຊນ໌ໃນພົບທັງຫຼາຍດັບສິ້ນຮອບແລ້ວ ເປັນຜູ່ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ ; ພິກຂຸທັງຫຼາຍເຫຼົ່ານັ້ນ ເມື່ອຈະເຣີນ ຝຶກໃຫ້ຫຼາຍແລ້ວ ຊຶ່ງອານາປານະສະຕິ ຍ່ອມເປັນສຸຂະວິຫາຣໃນທິຕຖະທັມນີ້ດ້ວຍ ເພື່ອຄວາມສົມບູນແຫ່ງສະຕິສັມປະຊັນຍະດ້ວຍ.
- ມຫາວາຣ. ສັງ. ໑໙/໔໑໒/໑໓໖໔-໑໓໖໗.
ຈ. ຄວນແກ່ນາມວ່າ ອະຣິຍະວິຫາຣ-ພຣົມມະວິຫາຣ-ຕະຖາຄົຕວິຫາຣ
ພິກຂຸ ທ. ! ສະນັ້ນ ເມື່ອໃຜຈະກ່າວສິ່ງໃດ ໃຫ້ຖືກຕ້ອງຕົງທັມວ່າ ເປັນອະຣິຍະ
ວິຫາຣກໍດີ ວ່າເປັນພຣົມມະວິຫາຣກໍດີ ວ່າເປັນຕະຖາຄົຕວິຫາຣກໍດີ ເຂົາຈົ່ງກ່າວ ອານາປານະສະຕິສະມາທິ ນີ້ແຫຼະ ວ່າເປັນ ອະຣິຍະວິຫາຣ ວ່າເປັນ ພຣົມມະວິຫາຣ ວ່າເປັນ ຕະຖາຄົຕວິຫາຣ ດັ່ງນີ້.
- ມຫາວາຣ. ສັງ. ໑໙/໔໑໓/໑໓໖໘.
໑໒໖໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ສ. ເຮັດສັນໂຍຊນ໌ໃຫ້ດັບສິ້ນ-ກໍາຈັດອະນຸສັຍ-ຮູ້ທາງໄກ-ດັບສິ້ນອາສະວະ
ພິກຂຸ ທ. ! ອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ເປັນໄປເພື່ອການລະ ສັນໂຍຊນ໌ ທັງຫຼາຍ.
ພິກຂຸ ທ. ! ອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ແນວໃດໜໍ ຈຶ່ງເປັນໄປເພື່ອການລະສັນໂຍຊນ໌ທັງຫຼາຍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ໄປແລ້ວສູ່ປ່າກໍຕາມ ໄປແລ້ວສູ່ເຫງົ້າໄມ້ກໍຕາມ ໄປແລ້ວສູ່ເຮືອນຫວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບແລ້ວ ຕັ້ງກາຍກົງ ດໍາຣົງສະຕິໝັ້ນ ; ພິກຂຸນັ້ນມີສະຕິຢູ່ນັ້ນແລ ຫາຍໃຈເຂົ້າ ມີສະຕິຢູ່ນັ້ນແລ ຫາຍໃຈອອກ ... (ມີລາຍລະອຽດແຫ່ງອານາປານາສະຕິ ໑໖ ຂັ້ນ ດັ່ງທີ່ເຄີຍກ່າວໃຫ້ເບິ່ງເນື້ອຄວາມເຕັມແລ້ວໃນຂໍ້ ກ. ເປັນຕົ້ນຈົນເຖິງຄໍາວ່າ) ... ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມສະລັດຄືນຢູ່ເປັນປະຈໍາ ຈັກຫາຍໃຈອອກດັ່ງນີ້.
ພິກຂຸ ທ. ! ອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອການລະສັນໂຍຊນ໌ທັງຫຼາຍ.
ພິກຂຸ ທ. ! ອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອການ ກໍາຈັດຊຶ່ງອະນຸສັຍ ... (ມີໃຈຄວາມເຕັມເໝືອນຂໍ້ສັນໂຍຊນ໌).
ພິກຂຸ ທ. ! ອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອຄວາມ ຮອບຮູ້ຊຶ່ງທາງໄກ (ອະວິຊຊາ) ... (ມີໃຈຄວາມເຕັມດັ່ງຂໍ້ສັນໂຍຊນ໌).
ພິກຂຸ ທ. ! ອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອຄວາມ ດັບສິ້ນໄປແຫ່ງອາສະວະ ທັງຫຼາຍ ... (ມີໃຈຄວາມເຕັມດັ່ງຂໍ້ສັນໂຍຊນ໌).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໖໕








