ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ປະທີບນໍ້າມັນລຸກຮຸ່ງຢູ່ໄດ້ ເພາະອາໄສນໍ້າມັນດ້ວຍ ເພາະອາໄສໄສ້ດ້ວຍ ເມື່ອໝົດນໍ້າມັນ ໝົດໄສ້ ກໍເປັນປະທີບທີ່ໝົດເຊື້ອດັບໄປ, ຂໍ້ນີ້ເຊັ່ນໃດ ; ພິກຂຸນັ້ນກໍເຊັ່ນນັ້ນ ກ່າວຄືເມື່ອສະເຫວີຍເວທະນາ ອັນເປັນທີ່ສຸດຮອບແຫ່ງກາຍ ຍ່ອມຮູ້ໂຕວ່າ ເຮົາສະເຫວີຍເວທະນາ ອັນເປັນທີ່ສຸດຮອບແຫ່ງກາຍ ; ເມື່ອສະເຫວີຍເວທະນາ ອັນເປັນທີ່ສຸດຮອບແຫ່ງຊີວິຕ ຍ່ອມຮູ້ໂຕວ່າເຮົາສະເຫວີຍເວທະນາ ອັນເປັນທີ່ສຸດຮອບແຫ່ງຊີວິຕ ; ຈົນວ່າຮອດການທໍາລາຍແຫ່ງກາຍ ໃນທີ່ສຸດແຫ່ງການຖືເອົາຮອບແຫ່ງຊີວິຕ ເຂົາຍ່ອມຮູ້ໂຕວ່າ ເວທະນາທັງປວງອັນເຮົາບໍ່ເພີດເພີນສະເພາະແລ້ວ ຈັກເປັນຂອງດັບເຢັນໃນບ່ອນນີ້ແນ່ນອນ ດັ່ງນີ້.

- ມຫາວາຣ. ສັງ. ໑໙/໔໐໔/໑໓໔໖-໑໓໔໗.

ຄ. ມີສຸຂະວິຫາຣອັນສະງົບເຢັນ

ພິກຂຸ ທ. ! ອານາປານະສະຕິສະມາທິນີ້ແລ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນຂອງລະງັບ ເປັນຂອງປະນີຕ ເປັນຂອງເຢັນ ເປັນສຸຂະວິຫາຣ ແລະ ຍ່ອມເຮັດອະກຸສົລທັມອັນເປັນບາບ ອັນເກີດຂຶ້ນແລ້ວ ແລະ ເກີດຂຶ້ນແລ້ວ ໃຫ້ອັນຕະທານໄປ ໃຫ້ລະງັບໄປໂດຍຄວນແກ່ຖານະ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໖໑

ພິກຂຸ ທ. ! ປຽບເໝືອນຝຸ່ນທຸລີໄຫງ່ຂຶ້ນ ແຫ່ງເດືອນສຸດທ້າຍຂອງລະດູຮ້ອນ ຝົນແຮງທີ່ຜິດລະດູຕົກລົງມາ ຍ່ອມເຮັດໃຫ້ຝຸ່ນທຸລີເຫຼົ່ານັ້ນອັນຕະທານໄປ ໃຫ້ລະງັບໄປໄດ້ໂດຍຄວນແກ່ຖານະ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ອານາປານະສະຕິສະມາທິ ອັນ

ບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ກໍເປັນຂອງປະນີຕ ເປັນຂອງເຢັນ ເປັນສຸຂະ

ວິຫາຣ ແລະ ຍ່ອມເຮັດອະກຸສົລທັມອັນເປັນບາບທີ່ເກີດຂຶ້ນແລ້ວ ແລະ ເກີດຂຶ້ນແລ້ວ ໃຫ້ອັນຕະທານໄປ ໂດຍຄວນແກ່ຖານະໄດ້ ເຊັ່ນນັ້ນ.

ພິກຂຸ ທ. ! ກໍອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ແນວໃດໜໍ ? ທີ່ເປັນຂອງລະງັບ ເປັນຂອງປະນີຕ ເປັນຂອງເຢັນ ເປັນສຸຂະ

ວິຫາຣ ແລະ ຍ່ອມເຮັດອະກຸສົລທັມອັນເປັນບາບ ທີ່ເກີດຂຶ້ນແລ້ວ ແລະ ເກີດຂຶ້ນແລ້ວ ໃຫ້ອັນຕະທານໄປ ໂດຍຄວນແກ່ຖານະໄດ້.

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ໄປແລ້ວສູ່ປ່າກໍຕາມ ໄປແລ້ວສູ່ເຫງົ້າໄມ້ກໍຕາມ ໄປແລ້ວສູ່ເຮືອນຫວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍກົງ ດໍາຣົງສະຕິໝັ້ນ. ພິກຂຸນັ້ນ ... ໆລໆ ... (ຕຣັດອານາປານະສະຕິສະມາທິ ອັນມີວັຕຖຸ ໑໖ ດັ່ງທີ່ປາກົດຢູ່ໜ້າ ໑໑໘໑ ໃນໜັງສືເຫຼັ້ມນີ້ ຫົວຂໍ້ວ່າ “ແບບການຈະເຣີນອານາປານະສະຕິທີ່ມີຜົລຫຼາຍ” ຕັ້ງແຕ່ໜ້າ ໑໑໘໒ ເຖິງໜ້າ ໑໑໘໔) ... ເຫັນຄວາມສະລັດຄືນຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້.

ພິກຂຸ ທ. ! ອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ດ້ວຍອາການເຊັ່ນນີ້ ຍ່ອມເປັນຂອງລະງັບ ເປັນຂອງປະນີຕ ເປັນຂອງເຢັນ ເປັນສຸຂະວິຫາຣ ແລະ ຍ່ອມເຮັດອະກຸສົລທັມອັນເປັນບາບ ທີ່ເກີດຂຶ້ນແລ້ວ ແລະ ເກີດຂຶ້ນແລ້ວ ໃຫ້ອັນຕະທານໄປ ໂດຍຄວນແກ່ຖານະ ດັ່ງນີ້ແລ.

໑໒໖໒ ອະຣິຍະສັຈຈ໌ຈາກພຣະໂອຖະ

(ຂໍ້ນີ້ສະຫຼຸບຄວາມວ່າ ອານາປານະສະຕິ ເປັນເຄື່ອງເຮັດໃຫ້ເກີດຄວາມເຢັນໃຈ ຫຼືສຸຂະວິຫາຣ ສໍາລັບບຸຄຄົນທີ່ມີຄວາມກະວົນກະວາຍ ຫຼື ຄວາມຟຸ້ງຊ້ານລໍາຄານ ບໍ່ພໍໃຈໃນການເປັນຢູ່ ຫຼືຊີວິຕປະຈໍາວັນຂອງຕົນ ອັນເກີດມາແຕ່ຄວາມເບື່ອໜ່າຍສິ່ງຕ່າງໆ ຫຼື ຄວາມບໍ່ປະສົບຄວາມສໍາເລັດ ໃນສິ່ງທີ່ຄວນເຮັດເປັນຕົ້ນ).

- ມຫາວາຣ. ສັງ. ໑໙/໔໐໗/໑໓໕໒-໑໓໕໔.

ງ. ເປັນສຸຂແລ້ວດໍາເນີນໄປໃນຕົນເອງ ຈົນດັບສິ້ນອາສະວະ

ພິກຂຸ ທ. ! ຖ້າພວກປະຣິບພາຊົກເດຍຣະຖີເຫຼົ່າອື່ນ ຖາມພວກເຈົ້າວ່າ ສະມະນະໂຄດົມ ຢູ່ຕະຫຼອດພັນສາກາລສ່ວນຫຼາຍ ດ້ວຍວິຫາຣະທັມແນວໃດ ດັ່ງນີ້ແລ້ວ ພວກເຈົ້າຈົ່ງຕອບວ່າ “ດູຣາທ່ານຜູ່ມີອາຍຸ ! ພຣະຜູ່ມີພຣະພາຄເຈົ້າ ຊົງຢູ່ຕະຫຼອດພັນສາກາລສ່ວນຫຼາຍ ດ້ວຍອານາປານະສະຕິສະມາທິ”.

ພິກຂຸ ທ. ! ໃນກໍລະນີນີ້ ເຮົາເປັນຜູ່ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ ; ເມື່ອຫາຍໃຈເຂົ້າຍາວ ກໍຮູ້ສຶກວ່າຫາຍໃຈເຂົ້າຍາວ ; ຫຼື ເມື່ອຫາຍໃຈອອກຍາວ ກໍຮູ້ສຶກວ່າຫາຍໃຈອອກຍາວ ... ໆລໆ ...

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ