ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ເມື່ອໄດ້ຕຣັດການຝຶກອານາປານະສະຕິ ຕາມລໍາດັບຄົບ ໑໖ ຂັ້ນ ດັ່ງທີ່ກ່າວໄວ້ໃນໜ້າ ໑໑໘໑-໔ ໃນໜັງສືເຫຼັ້ມນີ້ຫົວຂໍ້ວ່າ “ແບບການຈະເຣີນອານາປານະສະຕິທີ່ມີຜົລຫຼາຍ” ດັ່ງນີ້ແລ້ວ ໄດ້ຕຣັດອານິສົງສ໌ແຫ່ງອານາປານະສະຕິນີ້ວ່າ :-)
ພິກຂຸ ທ. ! ແມ່ນວ່າເຮົາເອງເມື່ອຍັງບໍ່ຕຣັສຮູ້ ກ່ອນການຕຣັສຮູ້ ຍັງເປັນໂພທິສັຕຢູ່ ຍ່ອມຢູ່ດ້ວຍວິຫາຣະທັມນີ້ເປັນສ່ວນຫຼາຍ. ພິກຂຸ ທ. ! ເມື່ອເຮົາຢູ່ດ້ວຍວິຫາຣະທັມນີ້ເປັນສ່ວນຫຼາຍ ກາຍກໍບໍ່ລໍາບາກ ຕາກໍບໍ່ລໍາບາກ ແລະ ຈິຕຂອງເຮົາກໍຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຖືໝັ້ນດ້ວຍອຸປາທານ.
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ກາຍຂອງເຮົາຈົ່ງບໍ່ລໍາບາກ ຕາຂອງເຮົາຈົ່ງບໍ່ລໍາບາກ ແລະ ຈິຕຂອງເຮົາຄວນຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຖືໝັ້ນດ້ວຍອຸປາທານ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງເຮັດໄວ້ໃນໃຈໃຫ້ເປັນຢ່າງດີ.
(ຂໍ້ນີ້ໝາຍຄວາມວ່າ ການຈະເຣີນອານາປານະສະຕິ ບໍ່ເຮັດໃຫ້ຮ່າງກາຍລໍາບາກຄືພາວະນາອື່ນບາງຢ່າງ ເຊັ່ນບໍ່ມີຄວາມລົບກວນທາງຕາ ບໍ່ຕ້ອງໃຊ້ສາຍຕາຄືການເພັ່ງກະສິນເປັນຕົ້ນ ; ແລ້ວຍັງສາມາດເຮັດຈິຕໃຫ້ຫຼຸດພົ້ນໄດ້ດ້ວຍ).
ຈ. ລະຄວາມດໍາຣິອັນອາໄສເຮືອນ
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ຄວາມລະນຶກ ແລະ ດໍາຣິອັນອາໄສເຮືອນເຫຼົ່າໃດຂອງເຮົາມີຢູ່ ຄວາມລະນຶກ ແລະ ຄວາມດໍາຣິເຫຼົ່ານັ້ນຈົ່ງດັບສິ້ນໄປ” ດັ່ງນີ້ແລ້ວ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໕໑
ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນ ຈົ່ງເຮັດໄວ້ໃນໃຈໃຫ້ເປັນຢ່າງດີ.
(ຂໍ້ນີ້ໝາຍຄວາມວ່າ ອານາປານະສະຕິປ້ອງກັນ ຄວາມດໍາຣິທີ່ນ້ອມໄປໃນທາງກາມ ມີແຕ່ທີ່ຈະໃຫ້ນ້ອມໄປໃນທາງເນກຂັມມະ).
ສ. ສາມາດຄວບຄຸມຄວາມຮູ້ສຶກ ກ່ຽວກັບ ປະຕິກູລ
ພິກຂຸ ທ. ! ເພາະສະນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງເປັນຜູ່ມີສັນຍາວ່າ ປະຕິກູລໃນສິ່ງທີ່ບໍ່ເປັນປະຕິກູລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
(ຂໍ້ນີ້ໝາຍຄວາມວ່າ ການຈະເຣີນອານາປານະສະຕິ ຊ່ວຍໃຫ້ພິຈາຣະນາເຫັນສັງຂາຣທີ່
ບໍ່ເປັນປະຕິກູລ ໂດຍສີ ແລະກິ່ນ ເປັນຕົ້ນ ແຕ່ມີຄວາມເປັນປະຕິກູລໂດຍຄວາມເປັນມາຍາ ບໍ່ທ່ຽງ ເປັນທຸກຂ໌ ເປັນອະນັຕຕາ ແລະ ປຸງແຕ່ງໃຫ້ເກີດທຸກຂ໌ ດັ່ງນີ້ເປັນຕົ້ນ).
ພິກຂຸ ທ. ! ເພາະສະນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງເປັນຜູ່ມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
(ຂໍ້ນີ້ໝາຍຄວາມວ່າ ອານາປານະສະຕິ ເຮັດໃຫ້ເກີດຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງວ່າ ການປະຕິກູລນັ້ນ ທີ່ແທ້ບໍ່ແມ່ນປະຕິກູລ ເພາະກິ່ນ ແລະ ສີໜ້າກຽດ ຫາກແຕ່ວ່າ ເປັນປະຕິກູລບ່ອນທີ່ເປັນມາຍາ ແລະ ເຮັດໃຫ້ເກີດທຸກຂ໌ ສະນັ້ນ ສິ່ງທີ່ມີສີ ແລະ ກິ່ນອັນໜ້າກຽດ ຖ້າບໍ່ໄດ້ເປັນເຫຕໃຫ້ເກີດກິເລສ ຫຼື ເກີດທຸກຂ໌ແລ້ວ ກໍບໍ່ແມ່ນສິ່ງທີ່ປະຕິກູລ).
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງເປັນຜູ່ມີສັນຍາວ່າ ປະຕິກູລທັງໃນສິ່ງທີ່ບໍ່ປະຕິກູລ ແລະທັງໃນສິ່ງທີ່ເປັນປະຕິກູລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
໑໒໕໒ ອະຣິຍະສັຈຈ໌ຈາກພຣະໂອຖະ
(ຂໍ້ນີ້ໝາຍຄວາມວ່າ ສະຕິ ແລະ ຊານ ໃນອານາປານະສະຕິ ສາມາດເຮັດໃຫ້ເຫັນຄວາມໜ້າລັງກຽດ ເພາະເຮັດໃຫ້ເກີດຄວາມທຸກຂ໌ທໍລະມານ ວ່າມີຢູ່ທັງໃນສິ່ງທີ່ຕາມທັມມະດາ ຖືກັນວ່າປະຕິກູລ ແລະ ບໍ່ປະຕິກູລ ຫຼື ກ່າວອີກໄນຍະໜຶ່ງກໍໄດ້ວ່າ ບໍ່ຄວນຖືເປັນໂຕເປັນຕົນ ຫຼື ຂອງຕົນ ທັງໃນສິ່ງທີ່ປະຕິກູລ ແລະ ໃນສິ່ງທີ່ບໍ່ປະຕິກູລ).








