ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ແມ່ນວ່າກາຍນີ້ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້ ດັ່ງນີ້ ; ຫຼືວ່າ ພິກຂຸ ຍ່ອມເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນຖິ້ມສົບ ອັນຝູງກາແດ່ ຕອດກິນຢູ່ ອັນຝູງນົກກະຕຸມແດ່ ຕອດກິນຢູ່ ອັນຝູງແຮ້ງແດ່ ຕອດກິນຢູ່ ອັນຝູງໝາແດ່ ກັດກິນຢູ່ ອັນຝູງໝາຈອກແດ່ ກັດກິນຢູ່ ອັນໝູ່ໜອນຕ່າງຊະນິດແດ່ ເຈາະກິນຢູ່ ເຊັ່ນໃດ, ເຂົານັ້ນກໍຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ເຊັ່ນນັ້ນວ່າ ແມ່ນວ່າກາຍນີ້ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້ ດັ່ງນີ້ ; ຫຼືວ່າ ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າເປັນບ່ອນຖິ້ມສົບ ເປັນຮ່າງກະດູກມີຊີ້ນແລະເລືອດ ຍັງມີເອັນເປັນເຄື່ອງຈ່ອງຮັດ, ເປັນຮ່າງກະດູກ ປາສະຈາກຊີ້ນ ແຕ່ຍັງມີນໍ້າເລືອດເປື້ອນຢູ່ ຍັງມີເອັນເປັນເຄື່ອງຈ່ອງຮັດ, ເປັນຮ່າງກະດູກ ປາສະຈາກຊີ້ນແລະເລືອດ ແຕ່ຍັງມີເອັນຈ່ອງຮັດ, ເປັນທ່ອນກະດູກທັງຫຼາຍ ບໍ່ມີເອັນຈ່ອງຮັດ ກະຈັດກະຈາຍໄປໃນທິສຕ່າງໆ ກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກແອວໄປທາງໜຶ່ງ ກະດູກສັນຫຼັງໄປທາງໜຶ່ງ ກະໂຫຼກຫົວໄປທາງໜຶ່ງ, ເຊັ່ນໃດ, ເຂົານັ້ນກໍຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ ແມ່ນວ່າກາຍນີ້ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້ ດັ່ງນີ້ ; ຫຼືວ່າ ພິກຂຸ ຍ່ອມເຫັນຊາກສົບທີ່ເຂົາຖິ້ມໄວ້ໃນປ່າຊ້າເປັນບ່ອນຖິ້ມສົບ ເປັນທ່ອນກະດູກທັງຫຼາຍ ມີສີຂາວປຽບດ້ວຍສີສັງ, ເປັນທ່ອນກະດູກທັງຫຼາຍ ເປັນກອງໆລຽງລາຍດົນເກີນກວ່າປີໜຶ່ງ ເປັນກະດູກທັງຫຼາຍ ເປື່ອຍເປັນຜົງລະອຽດ, ເຊັ່ນໃດ ເຂົານັ້ນກໍຍອ່ມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ ແມ່ນວ່າກາຍນີ້ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້ ດັ່ງນີ້ . ຂ້າແຕ່ ພຣະອົງຜູ່ຈະເຣີນ ! ນີ້ເປັນຖານທີ່ຕັ້ງແຫ່ງອະນຸສສະຕິ ຊຶ່ງເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມ ເປັນໄປເພື່ອຖອນຂຶ້ນຊຶ່ງອັສສະມິມານະ.
໑໒໔໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍ້ອື່ນຍັງມີອີກ ; ພິກຂຸເພາະລະສຸຂເສຍໄດ້ ແລະ ເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະ ໂທມະນັສສະທັງສອງໃນກາລກ່ອນ ເຂົ້າເຖິງຈະຕຸຕຖະຊານ ບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ຂ້າແຕ່ພຣະອົງຜູ່ຈະເຣີນ ! ນີ້ເປັນຖານທີ່ຕັ້ງແຫ່ງອະນຸສສະຕິ ຊຶ່ງເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອການແທງຕະຫຼອດຊຶ່ງທາຕເປັນອະເນກ.
ຂ້າແຕ່ພຣະອົງຜູ່ຈະເຣີນ ! ເຫຼົ່ານີ້ແລ ຖານທີ່ຕັ້ງແຫ່ງອະນຸສສະຕິ ໕ ຢ່າງ.
ດີລະ ດີລະ ອານົນທ໌ ! ອານົນທ໌ ! ຖ້າດັ່ງນັ້ນ ເຈົ້າຈົ່ງຈື່ ຖານທີ່ຕັ້ງແຫ່ງອະນຸສສະຕິທີຫົກ ນີ້ໄວ້ຄື ພິກຂຸໃນກໍລະນີນີ້ ມີສະຕິກ້າວໄປ ມີສະຕິຖອຍກັບ ມີສະຕິຢືນຢູ່ ມີສະຕິນັ່ງຢູ່ ມີສະຕິສໍາເລັດການນອນຢູ່ ມີສະຕິອະທິຕຖານການງານ. ອານົນທ໌ ! ນີ້ເປັນຖານທີ່ຕັ້ງແຫ່ງອະນຸສສະຕິ ຊຶ່ງເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມ ເປັນໄປເພື່ອສະຕິສັມປະຊັນຍະ.
- ສັກກ. ອັງ. ໒໒/໓໖໐-໓໖໒/໓໐໐.
(ຖານະແຫ່ງອະນຸສສະຕິ ໕ ຂໍ້ ຂ້າງເທິງ ເປັນສະຕິສັມປະຊັນຍະໂດຍອ້ອມ ແມ່ນວ່າຈະເປັນສາວົກພາສິຕ ແຕ່ກໍເປັນຄໍາກ່າວແກ່ພຣະຜູ່ມີພຣະພາຄເຈົ້າ ຈົນພຣະອົງຊົງຮັບຮອງ ຖືວ່າມີນໍ້າໜັກທໍ່ກັບພຣະພຸດທະພາສິຕ ຈຶ່ງນໍາເອົາມາໃສ່ໄວ້ໃນບ່ອນນີ້. ສ່ວນສະຕິສັມປະຊັນຍະໂດຍກົງນັ້ນ ໄດ້ແກ່ ອະນຸສສະຕິຖານທີຫົກ ມີຄວາມໝາຍຊັດເຈນຢູ່ໃນພຸດທະພາສິຕນັ້ນແລ້ວ).
ໂອວາດແຫ່ງການຕັ້ງສະຕິເມື່ອຖືກຕິ ຫຼື ຖືກຍ້ອງ
ກ. ຝ່າຍຖືກຕິ
ພິກຂຸ ທ. ! ຈະຍ່ອມມີຝ່າຍກົງກັນຂ້າມຕິຕຽນເຮົາ ຕິຕຽນທັມ ຕິຕຽນສົງຄ໌, ໃນກໍລະນີ້ເຊັ່ນນີ້ ເຈົ້າທັງຫຼາຍບໍ່ຕ້ອງຕັ້ງຄວາມອາຄາດ ຄຽດຊັງ ເຈັບໃຈ ໃນຊົນເຫຼົ່ານັ້ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໔໓








