ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ສະໄໝໃດ ພິກຂຸ (໑) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງປີຕິ ຈັກຫາຍໃຈເຂົ້າດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມຊຶ່ງປີຕິ ຈັກຫາຍໃຈອອກດັ່ງນີ້, (໒) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງສຸຂ ຈັກຫາຍໃຈເຂົ້າດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງສຸຂ ຈັກຫາຍໃຈອອກດັ່ງນີ້, (໓) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຈັກຫາຍໃຈເຂົ້າດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຈັກຫາຍໃຈອອກດັ່ງນີ້, (໔) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕຕະສັງຂາຣໃຫ້ລະງັບຢູ່ ຈັກຫາຍ ໃຈເຂົ້າດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມຊຶ່ງຈິຕຕະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈອອກດັ່ງນີ້, ພິກຂຸ ທ. ! ສະໄໝນັ້ນພິກຂຸຊື່ວ່າ ເປັນຜູ່

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໑໙

ຕາມເຫັນເວທະນາໃນເວທະນາ໑ ທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະ ໃນໂລກອອກເສຍໄດ້.

ພິກຂຸ ທ. ! ເຮົາຍ່ອມກ່າວການເຮັດໃນໃຈເປັນຢ່າງດີ ຕໍ່ລົມຫາຍໃຈເຂົ້າ ແລະລົມຫາຍໃຈອອກທັງຫຼາຍ ວ່າເປັນເວທະນາອັນໜຶ່ງໆ ໃນເວທະນາທັງຫຼາຍ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ພິກຂຸນັ້ນ ຍ່ອມຊື່ວ່າເປັນຜູ່ຕາມເຫັນເວທະນາໃນເວທະນາ ທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນ

ອະພິຊຊາ ແລະ ໂທມະນັສສະ ໃນໂລກອອກເສຍໄດ້ ໃນສະໄໝນັ້ນ.

໒. ຕາມໄນຍະແຫ່ງມະຫາສະຕິປັຕຖານສູຕ

ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິພິຈາຣະນາ ເຫັນເວທະນາໃນເວທະນາ ທ. ຢູ່ນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ : (໑) ເມື່ອສະເຫວີຍເວທະນາອັນເປັນສຸຂກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາອັນເປັນສຸຂ”. (໒) ເມື່ອສະເຫວີຍເວທະນາອັນເປັນທຸກຂ໌ກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາອັນເປັນທຸກຂ໌.” (໓) ເມື່ອສະເຫວີຍເວທະນາ ອັນບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາອັນບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂ.” (໔) ເມື່ອສະເຫວີຍເວທະນາອັນເປັນສຸຂເປັນໄປກັບດ້ວຍອາມິສກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາອັນເປັນສຸຂເປັນໄປກັບດ້ວຍອາມິສ.” (໕) ເມື່ອສະເຫວີຍເວທະນາອັນເປັນສຸຂປາສະ ຈາກອາມິສກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາອັນເປັນສຸຂປາສະຈາກອາມິສ”, (໖) ເມື່ອສະເຫວີຍເວທະນາອັນເປັນທຸກຂ໌ເປັນໄປກັບດ້ວຍອາມິສກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາອັນເປັນທຸກຂ໌ເປັນໄປກັບດ້ວຍອາມິສ”,

໑. ເຫັນໂດຍວິທີດຽວກັບການເຫັນກາຍໃນກາຍ ດັ່ງທີ່ກ່າວແລ້ວເບື້ອງຕົ້ນ ຫາກແຕ່ໃນບ່ອນນີ້ ເຫັນເວທະນາ

ຄືປີຕິ ແລະ ສຸຂ.

໑໒໒໐ ອະຣິຍະສັຈຈ໌ຈາກພຣະໂອຖະ

(໗) ເມື່ອສະເຫວີຍເວທະນາອັນເປັນທຸກຂ໌ປາສະຈາກອາມິສກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍທຸກຂະເວທະນາອັນປາສະຈາກອາມິສ”, (໘) ເມື່ອສະເຫວີຍເວທະນາອັນບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂ ອັນເປັນໄປກັບດ້ວຍອາມິສກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍອະທຸກຂະມະສຸຂະເວທະນາເປັນໄປກັບດ້ວຍອາມິສ”, (໙) ເມື່ອສະເຫວີຍເວທະນາ ອັນບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂອັນປາສະຈາກອາມິສກໍຕາມ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍອະທຸກຂະມະສຸຂະເວທະນາອັນປາສະຈາກອາມິສ”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ