ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ພິຈາຣະນາເຫັນກາຍອັນຕັ້ງຢູ່ ດໍາຣົງຢູ່ ຕາມປົກກະຕິນີ້ແລ ໂດຍຄວາມເປັນທາຕ ວ່າ “ໃນກາຍນີ້ມີ ປະຖະວີທາຕຸ ອາໂປທາຕຸ ເຕໂຊທາຕຸ ວາໂຢທາຕຸຸ” ດັ່ງນີ້ ; ເຊັ່ນດຽວກັບຄົນຂ້າງົວ ຫຼືລູກນ້ອງຂອງຄົນຂ້າງົວຜູ່ຊໍານານ ຂ້າງົວແລ້ວນັ່ງແບ່ງອອກມາເປັນສ່ວນໆ ຢູ່ຫົນທາງສີ່ແຍກ, ເຊັ່ນໃດກໍເຊັ່ນນັ້ນ.
ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
໑. ຈໍານວນທີ່ເຮົາຖືກັນວ່າ ໓໒ ຢ່າງນັ້ນ ເປັນການນັບໃນແບບຂອງອັຕຖະກະຖາ ຫຼືປະກອນລຸ່ນຫຼັງ ໂດຍທ່ານ
ແຍກໃຫ້ມີເຫຍື່ອຂອງສະໝອງກະດູກ (ມັນສະໝອງ) ຕໍ່ທ້າຍເຂົ້າອີກອັນໜຶ່ງ ຈຶ່ງເປັນ ໓໒ . ສ່ວນໃນ
ບາລີ ນັບເຫຍື່ອສະໝອງນີ້ ຮວມໃນເຫຍື່ອໃນກະດູກເສຍ ຈຶ່ງມີພຽງ ໓໑.
໒. ຖົງຊະນິດມີປາກມັດຮູດໄດ້ທັງສອງເບື້ອງ ບໍ່ມີນິຍົມວ່າເບື້ອງໃດເປັນກົ້ນເປັນປາກ.
໑໒໑໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ສ. ໝວດນະວະສີວະຖິກາ (ຄືກາຍ)
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : (໑) ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນຖິ້ມສົບ ຕາຍແລ້ວວັນໜຶ່ງແດ່ ຕາຍແລ້ວສອງວັນແດ່ ຕາຍແລ້ວສາມວັນແດ່ ກໍາລັງເບັງຂຶ້ນ ມີສີຂຽວເປັນຕາໜ່າຍ ມີໜອງໄຫຼເປັນຕາໜ່າຍ ເຊັ່ນໃດ, ເຂົາຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
(໒) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມຊົບ ອັນຝູງກາແດ່ ຕອດກິນຢູ່, ອັນຝູງນົກກະຕຸມແດ່ ຕອດກິນຢູ່, ອັນຝູງແຮ້ງແດ່ ຕອດກິນຢູ່, ອັນຝູງໝາແດ່ ກັດກິນຢູ່, ອັນຝູງໝາຈອກແດ່ ກັດກິນຢູ່, ອັນໝູ່ໜອນຕ່າງຊະນິດແດ່ ເຈາະກິນຢູ່ ເຊັ່ນໃດ, ເຂົາກໍຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍເອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໑໕








