ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ຂໍ້ນີ້ອະທິບາຍວ່າ ເມື່ອມີການຈະເຣີນອານາປານະສະຕິມີວັຕຖຸ ໑໖ ຢູ່ ໂດຍລັກສະນະທີ່ເປັນສະຕິສັມໂພຊຊົງຄ໌ ແລະ ທັມມະວິຈະຢະສັມໂພຊຊົງຄ໌ ດັ່ງທີ່ກ່າວແລ້ວເບື້ອງຕົ້ນ ກໍຍ່ອມເຫັນໄດ້ວ່າ ເປັນສິ່ງທີ່ຕ້ອງເຮັດຢ່າງຂະຫຍັນຂັນແຂງ ດ້ວຍຄວາມບາກບັ່ນເຕັມທີ່ພຽງໃດ. ຂໍ້ນີ້ຍ່ອມ

ຄໍານວນເບິ່ງໄດ້ຈາກຄວາມພຽນ ທີ່ໃຊ້ໄປໃນການຈະເຣີນອານາປານະສະຕິທັງ ໑໖ ວັຕຖຸ ດັ່ງທີ່ວິນິຈສັຍກັນມາແລ້ວເບື້ອງຕົ້ນ. ເພາະສະນັ້ນ ພຣະຜູ່ມີພຣະພາຄເຈົ້າຈຶ່ງຕຣັດວ່າ “ ພິກຂຸນັ້ນ ເມື່ອເລືອກໄຈ້ໄຄ່ຄວນ (ກັ່ນຕອງ) ຊຶ່ງທັມນັ້ນດ້ວຍປັນຍາຢູ່ ຄວາມພຽນອັນບໍ່ຫຍໍ້ທໍ້ (ຫົດຖອຍ) ຊື່ວ່າເປັນທັມອັນພິກຂຸນັ້ນຜາຣົບແລ້ວ” ດັ່ງນີ້).

ພິກຂຸ ທ. ! ສະໄໝໃດ ຄວາມພຽນອັນບໍ່ຫຍໍ້ທໍ້ ອັນພິກຂຸເລືອກໄຈ້ໄຄ່ຄວນທັມດ້ວຍປັນຍາໄດ້ປາຣົບແລ້ວ ; ສະໄໝນັ້ນພິກຂຸນັ້ນ ວິຣິຢະສັມໂພຊຊົງຄ໌ ກໍເປັນອັນ ວ່າພິກຂຸນັ້ນປາຣົບແລ້ວ ; ສະໄໝນັ້ນພິກຂຸນັ້ນໄດ້ຊື່ວ່າຈະເຣີນວິຣິຢະສັມໂພຊຊົງຄ໌ ; ສະໄໝນັ້ນ ວິຣິຢະສັມໂພຊຊົງຄ໌ຂອງພິກຂຸນັ້ນ ກໍເຕັມຮອບແຫ່ງການຈະເຣີນ. ພິກຂຸນັ້ນ ເມື່ອມີຄວາມພຽນອັນປາຣົບແລ້ວເຊັ່ນນັ້ນ ປີຕິອັນເປັນນິຣາມິສກໍເກີດຂຶ້ນ.

໑໒໐໔ ອະຣິຍະສັຈຈ໌ຈາກພຣະໂອຖະ

(ຂໍ້ນີ້ອະທິບາຍວ່າ ໃນການຈະເຣີນອານາປານະສະຕິມີວັຕຖຸ ໑໖ ທີ່ເປັນໄປດ້ວຍດີນັ້ນ ຍ່ອມມີສະຕິ-ທັມມະວິຈະຢະ-ວິຣິຢະສັມໂພຊຊົງຄ໌ຢູ່ໃນໂຕ ໂດຍໄນຍະດັ່ງທີ່ກ່າວແລ້ວ ຈາກວິຣິຢະສັມໂພຊຊົງຄ໌ນັ້ນເອງ ປີຕິຍ່ອມເກີດຂຶ້ນດ້ວຍອໍານາດທັມມະສັນທະ ທັມມະນັນທິ ກ່າວຄື ຄວາມພໍໃຈໃນການເຮັດຂອງຕົນ ຫຼື ໃນການປະສົບຄວາມສໍາເລັດ ແຫ່ງການປະຕິບັຕທັມຂັ້ນໜຶ່ງໆ ໂດຍອາການດັ່ງທີ່ກ່າວ ໃນຕອນທີ່ວ່າດ້ວຍການເກີດຂອງປີຕິ ໃນອານາປານະສະຕິຂັ້ນທີ ໕ ເປັນຕົ້ນ. (ເບິ່ງໜັ້ງສືອານາປານະສະຕິພາວະນາ ຊຸດທັມມະໂຄສຂອງພຸດທະທາສ ທີ່ໜ້າ ໒໔໐ ໄປ) ປີຕິໃນບ່ອນນີ້ຊື່ວ່າເປັນນິຣາມິສ ໝາຍຄວາມວ່າ ບໍ່ປົນເຈືອດ້ວຍອາມິສ ກ່ວຄື ຮູບ ສຽງ ກິ່ນ ຣົສ ສັມຜັສສ໌ ແຕ່ເປັນປີຕິທີ່ປະກອບດ້ວຍເນກຂັມມະ ຄືການເວັ້ນຈາກກາມຢ່າງຂາດໂຕ ແລະ ເປັນປີຕິອາໄສທັມ ຫຼື ຄວາມເປັນທັມເກີດຂຶ້ນ ເພາະເຫຕນັ້ນ ພຣະຜູ່ມີພຣະພາຄເຈົ້າຈຶ່ງຕຣັດວ່າ “ພິກຂຸນັ້ນ ເມື່ອມີຄວາມພຽນອັນປາຣົບແລ້ວ ປີຕິອັນເປັນນິຣາມິສກໍເກີດຂຶ້ນ” ດັ່ງນີ້.

ພິກຂຸ ທ. ! ສະໄໝໃດ ປີຕິອັນເປັນນິຣາມິສ ເກີດຂຶ້ນແກ່ພິກຂຸຜູ່ມີຄວາມພຽນອັນປາຣົບແລ້ວ ; ສະໄໝນັ້ນ ປີຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ; ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ຍ່ອມຈະເຣີນປີຕິສັມໂພຊຊົງຄ໌ ; ສະໄໝນັ້ນ ປີຕິສັມໂພຊຊົງຄ໌ຂອງພິກຂຸນັ້ນ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ. ພິກຂຸນັ້ນ ເມື່ອມີໃຈປະກອບດ້ວຍປີຕິ ແມ່ນວ່າກາຍກໍລະງັບ ແມ່ນວ່າຈິຕກໍລະງັບ.

(ຂໍ້ນີ້ອະທິບາຍວ່າ ການຈະເຣີນອານາປານະສະຕິມີວັຕຖຸ ໑໖ ເປັນໂພຊຊົງຄ໌ຢູ່ໃນໂຕ ເປັນ

ລໍາດັບມາຕັ້ງແຕ່ສະຕິສັມໂພຊຊົງຄ໌ ທັມມະວິຈະຢະສັມໂພຊຊົງຄ໌ ວິຣິຢະສັມໂພຊຊົງຄ໌ ແລະ ປີຕິສັມໂພຊຊົງຄ໌. ໂດຍໄນຍະດັ່ງທີ່ກ່າວແລ້ວ ດ້ວຍອໍານາດຂອງປີຕິນັ້ນເອງ ຍ່ອມເກີດຄວາມສະງົບລະງັບ ດັ່ງທີ່ກ່າວແລ້ວໃນອານາປານະສະຕິ ຂັ້ນທີ ໕ ໂດຍໄນຍະວ່າປີຕິເກີດຂຶ້ນ ລົມຫາຍໃຈຍິ່ງລະອຽດລົງ ຊຶ່ງໝາຍເຖິງອາການແຫ່ງການລະງັບ ໂດຍລັກສະນະແຫ່ງສະມະຖະນີ້ຢ່າງໜຶ່ງ ແລະ ເມື່ອມີການພິຈາຣະນາທັມ ຈົນຄວາມເຫັນ ອະນິຈຈັງ ທຸກຂັງ ອະນັຕຕາ ປາກົດຂຶ້ນແລ້ວ ປີຕິເກີດຂຶ້ນເພາະເຫຕນັ້ນ ເຮັດລົມຫາຍໃຈໃຫ້ລະອຽດຍິ່ງຂຶ້ນ ຊຶ່ງເປັນອາການແຫ່ງຄວາມລະງັບ ໂດຍໄນຍະແຫ່ງວິປັສສະນາ ຍ່ອມຊື່ວ່າຄວາມລະງັບເຖິງທີ່ສຸດ ແລະ ເປັນຄວາມລະງັບທີ່ເກີດມາຈາກປີຕິໂດຍກົງ ເພາະເຫຕນັ້ນພຣະຜູ່ມີພຣະພາຄເຈົ້າຈຶ່ງຕຣັດໄດ້ວ່າ “ພິກຂຸນັ້ນເມື່ອມີໃຈປະກອບດ້ວຍປີຕິ ແມ່ນວ່າກາຍກໍລະງັບ ແມ່ນວ່າຈິຕກໍລະງັບ” ດັ່ງນີ້).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໐໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ