ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ກໍ ສະຕິປັຕຖານທັງ ໔ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວແນວໃດໜໍ ຈຶ່ງເຮັດໂພຊຊົງຄ໌ທັງ ໗ ໃຫ້ບໍລິບູນໄດ້ ?
໑໒໐໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ່ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາກໍດີ ; ເປັນຜູ່ ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາກໍດີ ; ເປັນຜູ່ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາກໍດີ ; ເປັນຜູ່ ຕາມເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາກໍດີ ; ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາແລະໂທມະນັສສະໃນໂລກອອກເສຍໄດ້ ; ສະໄໝນັ້ນ ສະຕິທີ່ພິກຂຸເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທັມມະຊາຕ
ບໍ່ລືມຫຼົງ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ; ສະ
ໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ ; ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸນັ້ນ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ ; ພິກຂຸນັ້ນ ເມື່ອເປັນຜູ່
ມີສະຕິເຊັ່ນນັ້ນຢູ່ ຊື່ວ່າຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້ ຍ່ອມເຮັດການ
ໄຄ່ຄວນ ຊຶ່ງທັມນັ້ນດ້ວຍປັນຍາ.
(ຂໍ້ນີ້ອະທິບາຍວ່າ ເມື່ອມີການຕາມເຫັນກາຍ ຕາມເຫັນເວທະນາ ຕາມເຫັນຈິຕ ຕາມເຫັນທັມຢູ່ ໂດຍໄນຍະແຫ່ງຈະຕຸກກະທັງ ໔ ແລ້ວ ກໍຍ່ອມມີການກໍານົດສະຕິໃນສິ່ງເຫຼົ່ານັ້ນຢູ່ ສະຕິທີ່ເປັນການກໍານົດນັ້ນເອງ ຊື່ວ່າສະຕິສັມໂພຊຊົງຄ໌ໃນບ່ອນນີ້. ສະຫຼຸບຄວາມສັ້ນໆວ່າ ເມື່ອມີການ
ຈະເຣີນອານາປານະສະຕິ ມີວັຕຖຸ ໑໖ ຢູ່ ກໍຍ່ອມມີສະຕິສັມໂພຊຊົງຄ໌ ຫຼື ເປັນສະຕິສັມໂພຊຊົງຄ໌ຢູ່ໃນໂຕ. ຖ້າການຈະເຣີນອານາປານະສະຕິເຖິງທີ່ສຸດແລ້ວ ການຈະເຣີນສັມໂພຊຊົງຄ໌ກໍເປັນອັນວ່າເຖິງທີ່ສຸດດ້ວຍ ນີ້ຢ່າງໜຶ່ງ ; ອີກຢ່າງໜຶ່ງ ເມື່ອມີສະຕິສັມໂພຊຊົງຄ໌ ຢູ່ດ້ວຍອາການເຊັ່ນນັ້ນ ຍ່ອມຊື່ວ່າ ມີການເລືອກໄຈ້ ໄຄ່ຄວນຊຶ່ງທັມນັ້ນດ້ວຍປັນຍາ ດັ່ງຈະເຫັນໄດ້ແຈ່ມແຈ້ງ ໃນການພິຈາຣະນາອົງຊານຊັ້ນປີຕິ ແລະ ສຸຂເປັນຕົ້ນ ຫຼື ພິຈາຣະນາໃນຖານະທີ່ເປັນເວທະນາກໍຕາມ ໂດຍຄວາມເປັນອະນິຈຈັງ ທຸກຂັງ ອະນັຕຕາກໍດີ ໂດຍທີ່ເວທະນານັ້ນມີເຫຕປັຈຈັຍໃດປຸງແຕ່ງກໍດີ ຫຼື ໂດຍທີ່ເວທະນານັ້ນປຸງແຕ່ງສິ່ງອື່ນສືບຕໍ່ໄປກໍດີ ຫຼື ແມ່ນທີ່ສຸດແຕ່ການສະໂມທານມາຊຶ່ງທັມ ການຮູ້ໂຄຈອຣແຫ່ງທັມນັ້ນໆ ແລະການແທງຕະຫຼອດສະມັຕຖະແຫ່ງທັມນັ້ນໆ ກໍດີ ມີລາຍລະອຽດດັ່ງທີ່ກ່າວແລ້ວໃນອານາປານະສະຕິຂັ້ນທີ ໕ ; (ເບິ່ງໜັງສືອານາປານະສະຕິພາວະນາ ຊຸດທັມມະໂຄສະຂອງພຸດທະທາສ ທີ່ໜ້າ ໒໔໐ ໄປ) ນັ້ນແຫຼະ ຄືການເລືອກໄຈ້
ໄຄ່ຄວນທັມ ຊຶ່ງເປັນສິ່ງທີ່ມີຢູ່ໂດຍສົມບູນແລ້ວ ໃນການຈະເຣີນອານາປານະສະຕິ ຫຼື ໃນຂະນະທີ່ເອີ້ນວ່າມີສະຕິເປັນສັມໂພຊຊົງຄ໌ ດັ່ງທີ່ກ່າວແລ້ວ. ສະຫຼຸບຄວາມວ່າ ເມື່ອມີສະຕິສັມໂພຊຊົງຄ໌ໂດຍອາການຂອງອານາປານະສະຕິ ກໍຍ່ອມມີການໄຄ່ຄວນທັມ
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໐໓
ເພາະສະຕິທີ່ສົມບູນ ຍ່ອມເຮັດການກໍານົດໃນເບື້ອງຕົ້ນ ແລ້ວເຮັດການພິຈາຣະນາໃນຖານະເປັນອະນຸປັສສະນາຍານ ໃນລະດັບຕໍ່ມາຢ່າງໜຶ່ງ ດັ່ງທີ່ເອີ້ນວ່າເນື່ອງກັນໄປໃນໂຕ. ການກໍານົດຊື່ວ່າສະຕິ ການພິຈາຣະນາຊື່ວ່າ ການເລືອກໄຈ້ໄຄ່ຄວນໃນບ່ອນນີ້. ເພາະສະນັ້ນພຣະຜູ່ມີ
ພຣະພາກເຈົ້າຈຶ່ງຕຣັດວ່າ “ພິກຂຸນັ້ນ ເມື່ອເປັນຜູ່ມີສະຕິເຊັ່ນນັ້ນຢູ່ ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້ ຍ່ອມເຮັດການໄຄ່ຄວນຢູ່ ຊຶ່ງທັມນັ້ນດ້ວຍປັນຍາ” ດັ່ງທີ່ກ່າວແລ້ວ).
ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ່ມີສະຕິເຊັ່ນນັ້ນຢູ່ ເຮັດການເລືອກໄຈ້ ເຮັດການໄຄ່ຄວນຊຶ່ງທັມນັ້ນຢູ່ດ້ວຍປັນຍາ ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ; ສະໄໝນັ້ນ ພິກຂຸນັ້ນຊື່ວ່າຍ່ອມຈະເຣີນທັມມະວິຈະຢະສັມໂພຊຊົງຄ໌ ; ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ຂອງພິກຂຸນັ້ນ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ. ພິກຂຸນັ້ນ ເມື່ອເລືອກໄຈ້ ໄຄ່ຄວນຊຶ່ງທັມນັ້ນດ້ວຍປັນຍາຢູ່ ຄວາມພຽນອັນບໍ່ຫຍໍ້ທໍ້ ກໍຊືື່ວ່າເປັນທັມອັນພິກຂຸປາຣົບແລ້ວ.








