ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ສະໄໝໃດ ພິກຂຸ (໙) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໑໐) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປາໂມດຍິ່ງຢູ່ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໑໑) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ຕັ້ງໝັ້ນຢູ່ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໑໒) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປ່ອຍຢູ່ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; ພິກຂຸ ທ. ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ່ ຕາມເຫັນຈິຕໃນຈິຕຢູ່ເປັນປະຈໍາ ເປັນຜູ່ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້. ພິກຂຸ ທ. ! ເຮົາບໍ່ກ່າວວ່າອານາປານະສະຕິ ເປັນສິ່ງທີ່ມີໄດ້ ແກ່ບຸຄຄົນຜູ່ມີສະຕິອັນລືມຫຼົງແລ້ວ ຜູ່ບໍ່ມີສັມປະຊັນຍະ. ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພິກຂຸນັ້ນ ຍ່ອມຊື່ວ່າເປັນຜູ່ຕາມເຫັນຈິຕໃນຈິຕຢູ່ເປັນປະຈໍາ.

(ຂໍ້ນີ້ອະທິບາຍວ່າ ຜູ່ມີສະຕິລືມຫຼົງ ຫຼື ບໍ່ມີສັມປະຊັນຍະ. ຊື່ວ່າບໍ່ມີຈິຕ ຍ່ອມບໍ່ສາມາດກໍານົດອານາປານະສະຕິ ຊຶ່ງເປັນການກໍານົດດ້ວຍສະຕິ ຫຼື ຈິຕ ຊຶ່ງເອີ້ນເປັນບາລີວ່າ ຈິຕຕານຸປັສສະນາສະຕິປັຕຖານ ຈັດເປັນສະຕິປັຕຖານທີສາມ).

ພິກຂຸ ທ. ! ສະໄໝໃດ ພິກຂຸ (໑໓) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຄວາມບໍ່ທ່ຽງຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໑໔) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຄວາມຈາງຄາຍຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໑໕) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໑໖) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຄວາມສະລັດຄືນຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; ພິກຂຸ ທ. ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ່ ຕາມເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໐໑

ເປັນຜູ່ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້. ພິກຂຸ ທ. ! ພິກຂຸນັ້ນ ເປັນຜູ່ເຂົ້າໄປເພັ່ງສະເພາະເປັນຢ່າງດີແລ້ວ ເພາະເຂົາເຫັນການລະອະພິຊຊາ ແລະ ໂທມະນັສສະທັງຫຼາຍຂອງເຂົານັ້ນດ້ວຍປັນຍາ. ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ່ຕາມເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ.

(ຂໍ້ນີ້ອະທິບາຍວ່າ ລັກສະນະແຫ່ງຄວາມບໍ່ທ່ຽງ ຄວາມຈາງຄາຍ ຄວາມດັບບໍ່ເຫຼືອ ແລະ ຄວາມສະລັດຄືນກໍດີ ລັກສະນະແຫ່ງອະນິຈຈັງ ທຸກຂັງ ອະນັຕຕາ ຫຼື ສຸນຍະຕາກໍດີ ຕະຫຼອດເຖິງລັກສະນະແຫ່ງຄວາມຫຼຸດພົ້ນຈາກກິເລສ ອັນເປັນຜົລສຸດທ້າຍທີ່ເນື່ອງມາຈາກການເຫັນລັກສະນະທັງຫຼາຍເບື້ອງຕົ້ນກໍດີ ລ້ວນແຕ່ເອີ້ນວ່າທັມ ໃນກໍລະນີນີ້ດ້ວຍກັນທັງໝົດ. ພຣະຜູ່ມີພຣະພາຄເຈົ້າ ຊົງເລັງເຖິງຜົລແຫ່ງການປະຕິບັຕໝວດນີ້ວ່າເປັນທັມ ຈຶ່ງໄດ້ຕຣັດເອົາການລະອະພິຊຊາ ແລະ ໂທມະນັສສະເສຍໄດ້ ວ່າເປັນສິ່ງທີ່ພິກຂຸນັ້ນ ຕາມເຫັນຢູ່ໃນກໍລະນີນີ້ ແລະ ຊົງບັນຍັຕວ່າ ນັ້ນເປັນການເຫັນທັມໃນບັນດາທັມທັງຫຼາຍ ຊຶ່ງເອີ້ນໂດຍບາລີວ່າ ທັມມານຸປັສສະນາສະຕິປັຕຖານ ຈັດເປັນສະຕິປັຕຖານທີສີ່).

ພິກຂຸ ທ. ! ອານາປານະສະຕິ ອັນບຸຄຄົນຈະເຣີນແລ້ວ ທັມໃຫ້ຫຼາຍແລ້ວເຊັ່ນນີ້ແລ ຍ່ອມເຮັດໃຫ້ສະຕິປັຕຖານທັງ ໔ ໃຫ້ບໍລິບູນ.

- ອຸປຣິ. ມ. ໑໔/໑໙໕-໑໙໗/໒໘໙.

ທັງໝົດນີ້ ເປັນການສະແດງໃຫ້ເຫັນວ່າ ໃນອານາປານະສະຕິທັງ ໑໖ ວັຕຖຸນັ້ນ ມີສະຕິປັຕຖານ ໔ ລວມຢູ່ດ້ວຍໃນໂຕ ຫຼືວ່າເປັນສະຕິປັຕຖານ ໔ ຢູ່ໃນໂຕພ້ອມກັນໄປໃນບາດດຽວກັນ ໂດຍລັກສະນະແນວໃດ. ຕໍ່ໄປນີ້ເປັນ ພຣະພຸດທະພາສິຕທີ່ສະແດງວ່າ ສະຕິປັຕຖານ ໔ ນັ້ນ ຈັກເຮັດໂພຊຊົງຄ໌ທັງ ໗ ໃຫ້ບໍລິບູນໄດ້ແນວໃດສືບຕໍ່ໄປ :-

ສະຕິປັຕຖານສີ່ບໍລິບູນ ຍ່ອມເຮັດໃຫ້ໂພຊຊົງຄ໌ບໍລິບູນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ