ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ທີ່ຕັ້ງແຫ່ງສັມປະຊັນຍະ ມີຈໍານວນນັບໄດ້ເຖິງ ໑໙ ຢ່າງເຊັ່ນນີ້ ໂດຍຖືເອົາຕາມຫຼັກເກນໃນບາລີສະບັບມອນ ແລະ ຢຸໂຣບ ; ຖ້າຖືເອົາຕາມທີ່ປາກົດຢູ່ໃນສະບັບໄທ ຈະໄດ້ພຽງ ໑໘ ຢ່າງ ທໍ່ນັ້ນ. ທັງໝົດນີ້ ເປັນການສະແດງລັກສະນະ ແຫ່ງຜູ່ມີສັມປະຊັນຍະຢ່າງເລິກເຊິ່ງສູງສຸດ ລະອຽດລະອໍກວ່າທີ່ສະແດງໄວ້ໃນບາລີແຫ່ງອື່ນ ທໍ່ທີ່ຜູ່ລວບລວມເຄີຍພົບມາ. ຍັງມີຂໍ້ຄວາມບາງຢ່າງທີ່ຄວນສຶກສາ ຕ່າງອອກໄປອີກບາງປະການທີ່ຫົວຂໍ້ວ່າ “ຈິຕຢັ່ງລົງສູ່ອະມະຕະ ເມື່ອປະກອບດ້ວຍສັນຍາອັນເໝາະສົມ” ທີ່ໜ້າ ໗໖໖ ແຫ່ງໜັງສືເຫຼັ້ມນີ້ ; ແລະ ຄວນເບິ່ງທີ່ຫົວຂໍ້ວ່າ “ລັກສະນະສັມປະຊັນຍະລະດັບສູງສຸດ” ທີ່ໜ້າ ໑໑໗໘ ດ້ວຍ).
ສະຕິປັຕຖານສີ່ບໍລິບູນ ເມື່ອອານາປານະສະຕິບໍລິບູນ
ພິກຂຸ ທ. ! ກໍອານາປານະສະຕິ ອັນບຸຄຄົນຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວແນວໃດໜໍ ຈຶ່ງເຮັດໃຫ້ສະຕິປັຕຖານທັງ ໔ ບໍລິບູນໄດ້ ?
ພິກຂຸ ທ. ! ສະໄໝໃດ ພິກຂຸ (໑) ເມື່ອຫາຍໃຈເຂົ້າຍາວ ກໍຮູ້ສຶກໂຕທົ່ວເຖິງ ວ່າເຮົາຫາຍໃຈເຂົ້າຍາວ ; ຫຼື ເມື່ອຫາຍໃຈອອກຍາວ ກໍຮູ້ສຶກໂຕທົ່ວເຖິງ ວ່າເຮົາຫາຍໃຈອອກຍາວ ດັ່ງນີ້ກໍດີ ; (໒) ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ສຶກໂຕທົ່ວເຖິງ ວ່າເຮົາຫາຍໃຈເຂົ້າສັ້ນ ; ຫຼື ເມື່ອຫາຍໃຈອອກສັ້ນ ກໍຮູ້ສຶກໂຕທົ່ວເຖິງ ວ່າເຮົາຫາຍໃຈອອກສັ້ນ ດັ່ງນີ້ກໍດີ ; (໓) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໔) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດກາຢະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; ພິກຂຸ ທ. ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ່ ຕາມເຫັນກາຍໃນກາຍຢູ່ເປັນປະຈໍາ ເປັນຜູ່ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາແລະໂທມະນັສສະໃນໂລກອອກເສຍໄດ້. ພິກຂຸ ທ. ! ເຮົາຍ່ອມກ່າວລົມຫາຍໃຈເຂົ້າ ແລະລົມຫາຍໃຈອອກ ວ່າເປັນກາຍອັນໜຶ່ງໆ ໃນບັນດາກາຍທັງຫຼາຍ. ພິກຂຸ ທ. ! ເພາະເຫຕນັ້ນ
ໃນກໍລະນີນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ່ຕາມເຫັນກາຍໃນກາຍຢູ່ເປັນປະຈໍາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໙໙
(ຂໍ້ນີ້ອະທິບາຍວ່າ ການກໍານົດລົມຫາຍໃຈທັງ ໔ ຂັ້ນນັ້ນ ຊື່ວ່າການກໍານົດກາຍໃນກາຍ ເພາະພຣະອົງຊົງເອີ້ນລົມຫາຍໃຈວ່າກາຍ ເມື່ອກໍານົດ ແລະ ພິຈາຣະນາລົມຫາຍໃຈຢູ່ ກໍຊື່ວ່າ
ກໍານົດ ແລະ ພິຈາຣະນາກາຍຢູ່ ໃນບັນດາກາຍທັງຫຼາຍ ອັນນີ້ເອີ້ນວ່າ ກາຍານຸປັສສະນາສະຕິປັຕຖານ ຈັດເປັນສະຕິປັຕຖານທີໜຶ່ງ).
ພິກຂຸ ທ. ! ສະໄໝໃດ ພິກຂຸ (໕) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງປີຕິ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໖) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງສຸຂ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໗) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; (໘) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕຕະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈເຂົ້າ ຈັກຫາຍໃຈອອກ ດັ່ງນີ້ກໍດີ ; ພິກຂຸ ທ. ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າເປນຜູ່ ຕາມເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ເປັນຜູ່ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້. ພິກຂຸ ທ. ! ເຮົາຍ່ອມກ່າວວ່າ ການເຮັດໃນໃຈເປັນຢ່າງດີ ເຖິງລົມຫາຍໃຈເຂົ້າ ແລະ ລົມຫາຍໃຈອອກ ວ່ານັ້ນເປັນເວທະນາເຍື່ອງໜຶ່ງໆ ໃນບັນດາເວທະນາທັງຫຼາຍ. ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພິກຂຸນັ້ນ ຍ່ອມຊື່ວ່າ ເປັນຜູ່ຕາມເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ.
(ຂໍ້ນີ້ອະທິບາຍວ່າ ຄວາມຮູ້ສຶກໃນໃຈຕ່າງໆ ທີ່ເກີດຂຶ້ນມາຈາກການກໍານົດລົມຫາຍໃຈ ນັ້ນແຫຼະເອີ້ນວ່າເວທະນາ ດັ່ງທີ່ພຣະຜູ່ມີພຣະພາຄເຈົ້າຕຣັດໄວ້ ສະນັ້ນ ການກໍານົດຕໍ່ຄວາມຮູ້ສຶກເຫຼົ່ານັ້ນ ໄດ້ຊື່ວ່າເປັນການກໍານົດເວທະນາ ແລະ ເອີ້ນໂດຍບາລີວ່າ ເວທະນານຸປັສສະນາສະຕິປັຕຖານ ຈັດເປັນສະຕິປັຕຖານທີສອງ).
໑໒໐໐ ອະຣິຍະສັຈຈ໌ຈາກພຣະໂອຖະ








