ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸນັ້ນ ເຮັດໃນໃຈຊຶ່ງ ສຸນຍະຕາອັນເປັນພາຍນອກ. ເມື່ອເຂົາເຮັດໃນໃຈຊຶ່ງສຸນຍະຕາອັນເປັນພາຍນອກຢູ່, ຈິຕກໍແລ່ນໄປເພື່ອສຸນຍະຕາ ອັນເປັນພາຍນອກ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ. ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງສູນຍະຕາ ອັນເປັນພາຍນອກຢູ່, ຈິຕກໍແລ່ນໄປເພື່ອສຸນຍະຕາ ອັນເປັນພາຍນອກ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີທີ່ຈິຕນ້ອມໄປສູ່ສຸນຍະຕາ ອັນເປັນພາຍນອກນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີຫົກ).
ພິກຂຸນັ້ນ ເຮັດໃນໃຈຊຶ່ງ ສຸນຍະຕາ ອັນເປັນທັງພາຍໃນ ແລະ ພາຍນອກ. ເມື່ອເຂົາເຮັດໃນໃຈຊຶ່ງສຸນຍະຕາ ອັນເປັນທັງພາຍໃນ ແລະພາຍນອກຢູ່, ຈິຕກໍແລ່ນໄປເພື່ອສຸນຍະຕາ ອັນເປັນທັງພາຍໃນ ແລະພາຍນອກ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໙໓
ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງ
ສຸນຍະຕາ ອັນເປັນພາຍໃນແລະພາຍນອກຢູ່, ຈິຕກໍແລ່ນໄປເພື່ອສຸນຍະຕາ ອັນເປັນທັງພາຍໃນແລະພາຍນອກ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີທີ່ຈິຕນ້ອມໄປສູ່ສຸນຍະຕາ ອັນເປັນທັງພາຍໃນແລະພາຍນອກນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີເຈັດ).
ພິກຂຸນັ້ນ ເຮັດໃນໃຈຊຶ່ງ ອາເນນຊະ. ເມື່ອເຂົາເຮັດໃນໃຈຊຶ່ງອາເນນຊະຢູ່, ຈິຕກໍແລ່ນໄປເພື່ອອາເນນຊະ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ. ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງອາເນນຊະຢູ່, ຈິຕກໍແລ່ນໄປເພື່ອອາເນນຊະ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີທີ່ຈິຕນ້ອມໄປສູ່ອາເນນຊະນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີແປດ).
ອານົນທ໌ ! ຖ້າເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕນ້ອມໄປເພື່ອ ການຍ່າງ ; ເຂົາກໍ ຍ່າງດ້ວຍການຕັ້ງຈິຕວ່າ “ບາບອະກຸສົລທັມທັງຫຼາຍ ກ່າວຄື ອະພິຊຊາ ແລະ ໂທມະນັສສະ ຈະບໍ່ໄຫຼໄປຕາມເຮົາຜູ່ຍ່າງຢູ່ ດ້ວຍອາການເຊັ່ນນີ້” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງການຍ່າງນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີເກົ້າ).
ອານົນທ໌ ! ຖ້າເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕນ້ອມໄປເພື່ອ ການຢືນ ; ເຂົາກໍ ຢືນດ້ວຍການຕັ້ງຈິຕວ່າ “ບາບອະກຸສົລທັມທັງຫຼາຍ ກ່າວຄື ອະພິຊຊາ ແລະ ໂທມະນັສສະ ຈະບໍ່ໄຫຼໄປຕາມເຮົາຜູ່ຢືນຢູ່ ດ້ວຍອາການເຊັ່ນນີ້” ດັ່ງນີ້ ;
໑໑໙໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງການຢືນນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບ).
ອານົນທ໌ ! ຖ້າເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕນ້ອມໄປເພື່ອ ການນັ່ງ ; ເຂົາກໍ ນັ່ງດ້ວຍການຕັ້ງຈິຕວ່າ “ບາບອະກຸສົລທັມທັງຫຼາຍ ກ່າວຄື ອະພິຊຊາ ແລະ ໂທມະນັສສະ ຈະບໍ່ໄຫຼໄປຕາມເຮົາຜູ່ນັ່ງຢູ່ ດ້ວຍອາການເຊັ່ນນີ້” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງການນັ່ງນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບເອັດ).








