ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸບາງອົງ ເປັນຄົນຈ້າ ບໍ່ຫຼັກແຫຼມ ບໍ່ສະຫຼາດ ເປັນຜູ່ ຕາມເຫັນກາຍໃນກາຍ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກຢູ່. ເມື່ອເຂົານັ້ນຕາມເຫັນກາຍໃນກາຍຢູ່ (ເພາະຄວາມຈ້າແຫ່ງຕົນ) ກໍເຮັດຈິຕໃຫ້ຕັ້ງໝັ້ນບໍ່ໄດ້ ເຮັດອຸປະກິເລສໃຫ້ລະໄປບໍ່ໄດ້ ກໍານົດນິມິຕນັ້ນບໍ່ໄດ້. (ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັດໄວ້ເຊັ່ນດຽວກັນ).
ພິກຂຸ ທ. ! ພິກຂຸຊຶ່ງເປັນຄົນຈ້າ ບໍ່ຫຼັກແຫຼມ ບໍ່ສະຫຼາດນັ້ນ ຈຶ່ງເປັນຜູ່ບໍ່ໄດ້ສຸຂະ
ວິຫາຣໃນທິຕຖະທັມເລີຍ ບໍ່ໄດ້ສະຕິສັມປະຊັນຍະ ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ພິກຂຸນັ້ນເປັນຄົນຈ້າ ບໍ່ຫຼັກແຫຼມ ບໍ່ສະຫຼາດ ກໍານົດນິມິຕແຫ່ງຈິຕຂອງຕົນບໍ່ໄດ້.
ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸບາງອົງ ເປັນບັນດິຕ ຫຼັກແຫຼມ ສະຫຼາດ ເປັນຜູ່
ຕາມເຫັນກາຍໃນກາຍ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກຢູ່
໑໑໘໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ເມື່ອເຂົານັ້ນຕາມເຫັນກາຍໃນກາຍຢູ່ (ເພາະຄວາມສະຫຼາດຂອງຕົນ) ກໍເຮັດຈິຕໃຫ້ຕັ້ງໝັ້ນໄດ້ ເຮັດອຸປະກິເລສໃຫ້ລະໄປໄດ້ ກໍານົດນິມິຕນັ້ນໄດ້. (ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັດໄວ້ເຊັ່ນດຽວກັນ).
ພິກຂຸ ທ. ! ພິກຂຸຊຶ່ງເປັນບັນດິຕ ຫຼັກແຫຼມ ສະຫຼາດນັ້ນ ຈຶ່ງເປັນຜູ່ໄດ້ສຸຂະວິຫາຣໃນທິຕຖະທັມແທ້ ໄດ້ສະຕິສັມປະຊັນຍະ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ພິກຂຸນັ້ນເປັນບັນດິຕ ຫຼັກແຫຼມ ສະຫຼາດ ກໍານົດນິມິຕແຫ່ງຈິຕຂອງຕົນໄດ້.
- ມຫາວາຣ. ສັງ. ໑໙/໒໐໑,໒໐໒/໗໐໕,໗໐໗.
ໝວດ ຄ. ວ່າດ້ວຍ ອຸປະກອນ-ເຫຕປັຈຈັຍໂດຍອັຕຕະໂນມັຕ ຂອງສັມມາສະຕິ
ທັມເປັນທີ່ຕັ້ງແຫ່ງການຈະເຣີນສະຕິ
ພິກຂຸ ທ. ! ຄວາມບໍ່ປະມາດ ອັນເປັນທັມເຄື່ອງຮັກສາຈິຕດ້ວຍສະຕິ ອັນບຸຄຄົນຄວນເຮັດໂດຍອະນຸຮູບແກ່ຕົນ ໃນຖານະ ໔ ຢ່າງ. ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື :
໑. ຄວາມບໍ່ປະມາດ ອັນເປັນທັມເຄື່ອງຮັກສາຈິຕດ້ວຍສະຕິ ອັນບຸຄຄົນຄວນເຮັດໂດຍອະນຸຮູບແກ່ຕົນວ່າ “ຈິຕຂອງເຮົາຢ່າກໍາໜັດແລ້ວ ໃນທັມອັນເປັນທີ່ຕັ້ງແຫ່ງຄວາມກໍາໜັດທັງຫຼາຍ” ດັ່ງນີ້.
໒. ຄວາມບໍ່ປະມາດ ອັນເປັນທັມເຄື່ອງຮັກສາຈິຕດ້ວຍສະຕິ ອັນບຸຄຄົນຄວນເຮັດໂດຍອະນຸຮູບແກ່ຕົນວ່າ “ຈິຕຂອງເຮົາຢ່າຂັດເຄືອງແລ້ວ ໃນທັມອັນເປັນທີ່ຕັ້ງແຫ່ງຄວາມຂັດເຄືອງທັງຫຼາຍ” ດັ່ງນີ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໘໗
໓. ຄວາມບໍ່ປະມາດ ອັນເປັນທັມເຄື່ອງຮັກສາຈິຕດ້ວຍສະຕິ ອັນບຸຄຄົນຄວນເຮັດໂດຍອະນຸຮູບແກ່ຕົນວ່າ “ຈິຕຂອງເຮົາຢ່າຫຼົງແລ້ວ ໃນທັມອັນເປັນທີ່ຕັ້ງແຫ່ງຄວາມຫຼົງທັງຫຼາຍ” ດັ່ງນີ້.
໔. ຄວາມບໍ່ປະມາດ ອັນເປັນທັມເຄື່ອງຮັກສາຈິຕດ້ວຍສະຕິ ອັນບຸຄຄົນຄວນເຮັດໂດຍອະນຸຮູບແກ່ຕົນວ່າ “ຈິຕຂອງເຮົາຢ່າມົວເມົາແລ້ວ ໃນທັມອັນເປັນທີ່ຕັ້ງແຫ່ງຄວາມມົວເມົາທັງຫຼາຍ” ດັ່ງນີ້.
ພິກຂຸ ທ. ! ໃນກາລໃດແລ ຈິຕຂອງພິກຂຸບໍ່ກໍາໜັດໃນທັມອັນເປັນທີ່ຕັ້ງແຫ່ງຄວາມກໍາໜັດທັງຫຼາຍ ເພາະປາສະຈາກຣາຄະ, ຈິຕບໍ່ຂັດເຄືອງໃນທັມອັນເປັນບ່ອນຕັງແຫ່ງຄວາມຂັດເຄືອງທັງຫຼາຍ ເພາະປາສະຈາກໂທສະ, ຈິຕບໍ່ຫຼົງໃນທັມອັນເປັນທີ່ຕັ້ງແຫ່ງຄວາມຫຼົງທັງຫຼາຍ ເພາະປາສະຈາກໂມຫະ, ຈິຕບໍ່ມົວເມົາໃນທັມອັນເປັນທີ່ຕັ້ງແຫ່ງຄວາມມົວເມົາທັງຫຼາຍ ເພາະປາສະຈາກຄວາມມົວເມົາ, ດັ່ງນີ້ແລ້ວ ; ໃນກາລນັ້ນ ພິກຂຸນັ້ນຍ່ອມບໍ່ຢ້ານກົວ ບໍ່ຫວັ່ນໄຫວ ບໍ່ຫວາດຫວັ່ນ ບໍ່ເຖິງຄວາມຕື່ນຢ້ານ ແລະ ກໍບໍ່ແມ່ນເຖິງທັມນີ້ ພຽງເພາະເຫຕແຫ່ງຄໍາຂອງສະມະນະ (ແຕ່ເປັນເພາະການຕາມຮັກສາຈິຕຢ່າງຖືກຕ້ອງ ໃນຖານະທັງສີ່).
- ຈຕຸກກ. ອັງ. ໒໑/໑໖໑/໑໑໗.
ທັມເປັນອຸປະກາຣະສະເພາະ ແກ່ອານາປານະສະຕິ
(ໄນຍະທີໜຶ່ງ)
ພິກຂຸ ທ. ! ພິກຂຸ ຜູ່ມຸ່ງຝຶກອານາປານະສະຕິ ຊຶ່ງປະກອບດ້ວຍທັມ ໕ ປະການ ຍ່ອມແທງຕະຫຼອດ ອະກຸປປະທັມ (ສະມຸຈເສດະວິມຸຕຕິ) ໄດ້ຕໍ່ກາລບໍ່ດົນແທ້ແລ. ຫ້າປະການແນວໃດໜໍ ? ພິກຂຸ ທ. ! ຫ້າປະການຄື ໃນກໍລະນີນີ້ພິກຂຸ :








