ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໒. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ການງານອັນພິກຂຸເຮັດແລ້ວແລ້ວມີຢູ່. ພິກຂຸນັ້ນ
ມີຄວາມຄິດແນວນີ້ວ່າ “ເຮົາໄດ້ເຮັດການງານແລ້ວ ກໍເມື່ອເຮົາເຮັດການງານຢູ່ນັ້ນ ກາຍກໍອິດເມື່ອຍ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໒.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໖໙
໓. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ຫົນທາງອັນພິກຂຸຕ້ອງເດີນມີຢູ່. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ຫົນທາງເປັນສິ່ງທີ່ເຮົາຈະຕ້ອງເດີນ ແຕ່ເມື່ອເຮົາເດີນທາງຢູ່ ກາຍຈັກອິດເມື່ອຍ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໓.
໔. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ຫົນທາງອັນພິກຂຸເດີນແລ້ວມີຢູ່. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ເຮົາໄດ້້ເດີນທາງແລ້ວ ກໍເມື່ອເຮົາເດີນທາງຢູ່ ກາຍກໍອິດເມື່ອຍ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໔.
໕. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸທ່ຽວບິນດະບາຕໃນບ້ານຫຼືນິຄົມ ບໍ່ໄດ້ ໂພຊະນະຂີ້ຮ້າຍຫຼືປະນີຕ ເຕັມຕາມທີ່ຕ້ອງການ. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ເມື່ອເຮົາທ່ຽວບິນດະບາຕໃນບ້ານຫຼືນິຄົມ ບໍ່ໄດ້ໂພຊະນະຂີ້ຮ້າຍຫຼືປະນີຕເຕັມຕາມທີ່ຕ້ອງການ ກາຍຂອງເຮົາກໍອິດເມື່ອຍ ເຮັດຫຍັງບໍ່ໄດ້ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງ
ບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໕.
໑໑໗໐ ອະຣິຍະສັຈຈ໌ຈາກພຣະໂອຖະ
໖. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸທ່ຽວບິນດະບາຕໃນບ້ານຫຼືນິຄົມ ໄດ້ໂພຊະນະຂີ້ຮ້າຍຫຼືປະນີຕ ເຕັມຕາມທີ່ຕ້ອງການ. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ເມື່ອເຮົາທ່ຽວບິນດະບາຕໃນບ້ານຫຼືນິຄົມ ໄດ້ໂພຊະນະຂີ້ຮ້າຍຫຼືປະນີຕເຕັມຕາມທີ່ຕ້ອງການ ກາຍຂອງເຮົາກໍເປັນກາຍໜັກ ເໝືອນດັ່ງເມັດຖົ່ວຖືກແຊ່ນໍ້າເບັງ ເຮັດຫຍັງບໍ່ໄດ້ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໖.
໗. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ອາພາດເລັກນ້ອຍທີ່ເກີດຂຶ້ນແລ້ວແກ່ພິກຂຸ ມີຢູ່. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ອາພາດເລັກນ້ອຍນີ້ເກີດຂຶ້ນແລ້ວແກ່ເຮົາ ມີຂໍ້ອ້າງເພື່ອຈະນອນ ມີເຫຕຜົລຄວນທີ່ຈະນອນ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໗.








