ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ໃນກໍລະນີແຫ່ງ ອິນຊີຄືຫູ ອິນຊີຄືດັງ ອິນຊີຄືລີ້ນ ອິນຊີຄືກາຍ ແລະ ອິນຊີຄືໃຈ ກໍມີຂໍ້ຄວາມທີ່ໄດ້ຕຣັດໄວ້ຮູບແບບດຽວກັນ).
- ສີ. ທີ. ໙/໙໓/໑໒໒.
໑໑໔໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ເວທະນາສາມ ກ່ຽວກັບຄວາມພຽນລະອະກຸສົລແລະຈະເຣີນກຸສົລ
ທ່ານຜູ່ຈອມເທບ ! ເຮົາ ກ່າວໂສມະນັສສະວ່າມີສອງ ຢ່າງຄື : ໂສມະນັສສະທີ່ຄວນເສບ ແລະ ໂສມະນັສສະທີ່ບໍ່ຄວນເສບ. ກ່າວ ໂທມະນັສສະວ່າມີສອງ ຢ່າງຄື : ໂທມະນັສສະທີ່ຄວນເສບ ແລະ ໂທມະນັສສະທີ່ບໍ່ຄວນເສບ. ກ່າວ ອຸເປກຂາວ່າມີສອງ ຢ່າງຄື : ອຸເປກຂາທີ່ຄວນເສບ ແລະ ອຸເປກຂາທີ່ບໍ່ຄວນເສບ.
ບຸຄຄົນຮູ້ໂສມະນັສສະໃດວ່າເມື່ອເສບຢູ່ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ ດັ່ງນີ້ແລ້ວ ໂສມະນັສສະເຍື່ອງນີ້ບໍ່ຄວນເສບ. ບຸຄຄົນຮູ້ໂສມະນັສສະໃດວ່າເມື່ອເສບຢູ່ ອະກຸສົລເສື່ອມ ກຸສົລຈະເຣີນ ດັ່ງນີ້ແລ້ວ ໂສມະນັສສະເຍື່ອງນີ້ຄວນເສບ. ໃນບັນດາໂສມະນັສສະທີ່ຄວນເສບນັ້ນ ມີທັງໂສມະນັສສະທີ່ມີວິຕົກວິຈາຣ ແລະ ໂສມະນັສສະທີ່ບໍ່ມີວິຕົກວິຈາຣ ; ໂສມະນັສສະທີ່ບໍ່ມີວິຕົກວິຈາຣ ເປັນໂສມະນັສສະທີ່ປະນີຕກວ່າ. ທ່ານຜູ່ຈອມເທບ ! ເຮົາກ່າວໂສມະນັສສະວ່າມີສອງຢ່າງຄື : ຄວນເສບກໍມີ ບໍ່ຄວນເສບກໍມີ ດັ່ງນີ້.
(ໃນກໍລະນີແຫ່ງ ໂທມະນັສສະ ແລະ ອຸເປກຂາ ກໍມີຫຼັກເກນທີ່ຕຣັດໄວ້ແນວດຽວກັນກັບ ໃນກໍລະນີແຫ່ງໂສມະນັສສະ. ທີ່ກ່າວວ່າ ‘ບໍ່ຄວນເສບເພາະເຮັດໃຫ້ອະກຸສົລຈະເຣີນ’ ນັ້ນໝາຍເຖິງເວທະນາທີ່ເກີດຈາກການຄອງເຮືອນ. ທີ່ກ່າວວ່າ ‘ຄວນເສບເພາະເຮັດໃຫ້ກຸສົລຈະເຣີນ’ ນັ້ນ
ໝາຍເຖິງເວທະນາທີ່ອາໄສເນກຂັມມະ ບໍ່ກ່ຽວຂ້ອງກັບເຮືອນ. ທີ່ກ່າວວ່າ ‘ມີວິຕົກວິຈາຣ’ ນັ້ນ
ໝາຍເຖິງ ເວທະນາທີ່ເກີດຈາກການປະຕິບັຕ ຕັ້ງແຕ່ປະຖົມມະຊານລົງມາ. ທີ່ກ່າວວ່າ ‘ບໍ່ມີວິຕົກ ບໍ່ມີວິຈາຣ’ ນັ້ນ ໝາຍເຖິງ ເວທະນາທີ່ເກີດຈາກການປະຕິບັຕ ຕັ້ງແຕ່ທຸຕິຢະຊານຂຶ້ນໄປ. ຖ້າບຸຄຄົນກ່ຽວຂ້ອງກັບເວທະນາທັງສາມນີ້ຢ່າງຖືກຕ້ອງ ການຕັ້ງຄວາມພຽນເພື່ອລະອະກຸສົລ ແລະ ຈະເຣີນກຸສົລ ຈັກເປັນໄປໂດຍງ່າຍ).
- ມຫາ. ທີ. ໑໐/໓໑໒/໒໕໗.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໔໓
ການເສບທີ່ເປັນອຸປະກອນ ແລະ ບໍ່ເປັນອຸປະກອນ
ແກ່ຄວາມພຽນລະອະກຸສົລ ແລະ ຈະເຣີນກຸສົລ
໑. ການເສບກາຢະສະມາຈາຣ
ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງກາຢະສະມາຈາຣ (ການປະພຶຕປະຈໍາທາງກາຍ) ຊະນິດໃດ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ, ກາຢະສະມາຈາຣຊະນິດນີ້ບຸຄຄົນບໍ່ຄວນເສບ. ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງກາຢະສະມາຈາຣ ຊະນິດໃດ ອະກຸສົລເສື່ອມ ກຸສົລຈະເຣີນ, ກາຢະສະມາຈາຣຊະນິດນີ້ ບຸຄຄົນຄວນເສບ.
ສາຣີບຸຕ ! ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ກາຢະສະມາຈາຣ ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ມີ ປານາຕິບາຕ ເປັນພານ ມີມືເປື້ອນເລືອດ ຫຍຸ້ງຢູ່ແຕ່ການປະຂ້າຟັນ ບໍ່ມີຄວາມເອັນດູໃນສັຕມີຊີວິຕ, ແລະ ເປັນຜູ່ຖື ເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ຖືເອົາຊັບ ແລະ ອຸປະກອນແຫ່ງຊັບ ອັນເຈົ້າຂອງບໍ່ໄດ້ໃຫ້ ໃນບ້ານກໍດີ ໃນປ່າກໍດີ ດ້ວຍອາການແຫ່ງຂີ້ລັກ, ແລະ ເປັນຜູ່ ປະພຶຕຜິດໃນກາມທັງຫຼາຍ ຄືປະພຶຕຜິດໃນຍິງທັງຫຼາຍ ທີ່ມີ
ມານດາຮັກສາ ບິດາຮັກສາ ມານດາແລະບິດາຮັກສາ ອ້າຍນ້ອງຊາຍຮັກສາ ເອື້ອຍນ້ອງຍິງຮັກສາ ຍາດຮັກສາ ຍິງມີສາມີ ຍິງນັກໂທດ ແມ່ນທີ່ສຸດແຕ່ຍິງທີ່ມີຜູ່ສວມມາລາໝັ້ນໄວ້. ສາຣີບຸຕ ! ເມື່ອເສບກາຢະສະມາຈາຣຊະນິດນີ້ແລ ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ.
ສາຣີບຸຕ ! ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ກາຢະສະມາຈາຣ ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ແລະສັສຕຣາເສຍ ແລ້ວ ມີຄວາມລະອາຍ ເຖິງຄວາມເອັນດູ ກະຣຸນາ
໑໑໔໔ ອະຣິຍະສັຈຈ໌ຈາກພຣະໂອຖະ








