ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ບຸຣຸສອາຊາໄນຜູ່ຈະເຣີນ ໔ ຈໍາພວກເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ຈໍາພວກເຫຼົ່າໃດໜໍ ? ສີ່ຈໍາພວກຄື :

໑. ພິກຂຸ ທ. ! ບຸຣຸສອາຊາໄນຜູ່ຈະເຣີນບາງຄົນ ໃນກໍລະນີນີ້ ໄດ້ຍິນວ່າ “ໃນບ້ານຫຼືເຂຕນັ້ນ ມີຍິງຫຼືຊາຍ ຜູ່ເຖິງຄວາມທຸກຂ໌ ຫຼືທໍາກາລະກິລິຍາ” ດັ່ງນີ້ ແລ້ວ ເຂົາກໍສັງເວດ ເຖິງຄວາມສະຫຼົດໃຈເພາະເຫຕນັ້ນ ; ເມື່ອສະຫຼົດໃຈແລ້ວ ກໍເລີ່ມຕັ້ງຄວາມພຽນໂດຍລະອຽດ ມີຕົນສົ່ງໄປໃນແນວທັມມະ ຍ່ອມເຮັດໃຫ້ແຈ້ງຊຶ່ງປະຣະມັຕຖະສັຈຈະດ້ວຍນາມກາຍ ແລະເຫັນແຈ້ງແທງຕະຫຼອດດ້ວຍປັນຍາ. ພິກຂຸ ທ. ! ເຮົາກ່າວບຸຣຸສອາຊາໄນຜູ່ຈະເຣີນຊະນິດນີ້ວ່າ ມີອຸປະມາດັ່ງມ້າອາຊາໄນໂຕຈະເຣີນ ທີ່ພໍເຫັນເງົາຂອງໄມ້ແສ້ ກໍສັງເວດເຖິງຄວາມສະຫຼົດໃຈ ສະນັ້ນ.

໒. ພິກຂຸ ທ. ! ຈໍາພວກອື່ນຍັງມີອີກ : ບຸຣຸສອາຊາໄນຜູ່ຈະເຣີນບາງຄົນ ໃນກໍລະນີນີ້ ບໍ່ໄດຍິນວ່າ ໃນບ້ານ ຫຼືເຂຕນັ້ນ ມີຍິງຫຼືຊາຍ ຜູ່ເຖິງຄວາມທຸກຂ໌ ຫຼື ທໍາກາລະກິລິຍາ ແຕ່ເຂົາໄດ້ເຫັນ ຍິງຫຼືຊາຍ ຜູ່ເຖິງຄວາມທຸກຂ໌ ຫຼື ທໍາກາລະກິລິຍາດ້ວຍຕົນເອງ ເຂົາກໍສັງເວດ ເຖິງຄວາມສະຫຼົດໃຈເພາະເຫຕນັ້ນ ; ເມື່ອສະຫຼົດໃຈແລ້ວ ກໍເລີ່ມຕັ້ງຄວາມພຽນໂດຍລະອຽດ ມີຕົນສົ່ງໄປໃນແນວທັມມະ ຍ່ອມເຮັດໃຫ້ແຈ້ງຊຶ່ງປະຣະມັຕຖະສັຈຈະດ້ວຍນາມກາຍ ແລະ ເຫັນແຈ້ງແທງຕະຫຼອດດ້ວຍປັນຍາ. ພິກຂຸ ທ. ! ເຮົາກ່າວບຸຣຸສອາຊາໄນຜູ່ຈະເຣີນຊະນິດນີ້ວ່າ ມີອຸປະມາດັ່ງມ້າອາຊາໄນໂຕຈະເຣີນ ທີ່ຖືກເຂົາແທງດ້ວຍປາຍໄມ້ແສ້ທີ່ຂຸມຂົນແລ້ວ ກໍສັງເວດເຖິງຄວາມສະຫຼົດໃຈ ສະນັ້ນ.

໑໑໓໖ ອະຣິຍະສັຈຈ໌ຈາກພຣະໂອຖະ

໓. ພິກຂຸ ທ. ! ຈໍາພວກອື່ນຍັງມີອີກ : ບຸຣຸສອາຊາໄນຜູ່ຈະເຣີນບາງຄົນ ໃນກໍລະນີນີ້ ບໍ່ໄດຍິນວ່າ ໃນບ້ານ ຫຼືເຂຕນັ້ນ ມີຍິງຫຼືຊາຍ ຜູ່ເຖິງຄວາມທຸກຂ໌ ຫຼື ທໍາກາລະກິລິຍາ ທັງເຂົາບໍ່ໄດ້ເຫັນ ຍິງຫຼືຊາຍ ຜູ່ເຖິງຄວາມທຸກຂ໌ ຫຼື ທໍາກາລະກິລິຍາດ້ວຍຕົນເອງ, ແຕ່ຍາຕພີ່ນ້ອງ ຫຼືສາຍໂລຫິຕຂອງເຂົາເປັນຜູ່ເຖິງຄວາມທຸກຂ໌ ຫຼືທໍາກາລະກິລິຍາ ເຂົາກໍສັງເວດ ເຖິງຄວາມສະຫຼົດໃຈເພາະເຫຕນັ້ນ ; ເມື່ອສະຫຼົດໃຈແລ້ວ ກໍເລີ່ມຕັ້ງຄວາມພຽນໂດຍລະອຽດ ມີຕົນສົ່ງໄປໃນແນວທັມມະ ຍ່ອມເຮັດໃຫ້ແຈ້ງຊຶ່ງປະຣະມັຕຖະສັຈຈະດ້ວຍນາມກາຍ ແລະ ເຫັນແຈ້ງແທງຕະຫຼອດດ້ວຍປັນຍາ. ພິກຂຸ ທ. ! ເຮົາກ່າວບຸຣຸສອາຊາໄນຜູ່ຈະເຣີນຊະນິດນີ້ວ່າ ມີອຸປະມາດັ່ງມ້າອາຊາໄນໂຕຈະເຣີນ ທີ່ຖືກເຂົາແທງດ້ວຍໄມ້ແສ້ທີ່ໜັງ ກໍສັງເວດເຖິງຄວາມສະຫຼົດໃຈ ສະນັ້ນ.

໔. ພິກຂຸ ທ. ! ຈໍາພວກອື່ນຍັງມີອີກ : ບຸຣຸສອາຊາໄນຜູ່ຈະເຣີນບາງຄົນ ໃນກໍລະນີນີ້ ບໍ່ໄດຍິນວ່າ ໃນບ້ານ ຫຼື ນິຄົມນັ້ນ ມີຍິງຫຼືຊາຍ ຜູ່ເຖິງຄວາມທຸກຂ໌ ຫຼືທໍາກາລະກິລິຍາ ທັງເຂົາບໍ່ໄດ້ເຫັນ ຍິງຫຼືຊາຍ ຜູ່ເຖິງຄວາມທຸກຂ໌ ຫຼື ທໍາກາລະກິລິຍາດ້ວຍຕົນເອງ ທັງຍາຕພີ່ນ້ອງ ຫຼືສາຍໂລຫິຕຂອງເຂົາເປັນຜູ່ເຖິງຄວາມທຸກຂ໌ ຫຼືທໍາກາລະກິລິຍາ, ແຕ່ວ່າເຂົາເອງຖືກຕ້ອງແລ້ວ ດ້ວຍທຸກຂະເວທະນາ ທີ່ເປັນໄປໃນສະຣີຣະ ຊຶ່ງຮຸນແຮງ ແສບເຜັດ ບໍ່ໜ້າຍິນດີ ບໍ່ໜ້າພໍໃຈ ປານວ່າຈະເອົາຊີວິຕໄປເສຍ ເຂົາກໍສັງເວດ ເຖິງຄວາມສະຫຼົດໃຈເພາະເຫຕນັ້ນ ; ເມື່ອສະຫຼົດໃຈແລ້ວ ກໍເລີ່ມຕັ້ງຄວາມພຽນໂດຍລະອຽດ ມີຕົນສົ່ງໄປໃນແນວທັມມະ ຍ່ອມເຮັດໃຫ້ແຈ້ງຊຶ່ງປະຣະມັຕຖະສັຈຈະດ້ວຍນາມກາຍ ແລະເຫັນແຈ້ງແທງຕະຫຼອດດ້ວຍປັນຍາ. ພິກຂຸ ທ. ! ເຮົາກ່າວບຸຣຸສອາຊາໄນຜູ່ຈະເຣີນຊະນິດນີ້ວ່າ ມີອຸປະມາດັ່ງມ້າອາຊາໄນໂຕຈະເຣີນ ທີ່ຖືກເຂົາແທງດ້ວຍໄມ້ແສ້ເຖິງກະດູກ ກໍສັງເວດເຖິງຄວາມສະຫຼົດໃຈ ສະນັ້ນ.

ພິກຂຸ ທ. ! ເຫຼົ່ານີ້ແລ ບຸຣຸສອາຊາໄນຜູ່ຈະເຣີນ ໔ ຈໍາພວກ ຊຶ່ງມີຢູ່ ຫາໄດ້ຢູ່ ໃນໂລກ.

- ຈຕຸກກ. ອັງ. ໒໑/໑໕໔/໑໑໓.

(ຂໍ້ຄວາມຂ້າງເທິງນີ້ ສະແດງໃຫ້ເຫັນວ່າ ຍິ່ງມີຄວາມສະຫຼົດສັງເວດໃນເຫຕການ ທີ່ເປັນທີ່ຕັ້ງແຫ່ງຄວາມສະຫຼົດສັງເວດຫຼາຍທໍ່ໃດ ກໍຍິ່ງມີກໍາລັງໃຈ ທີ່ຈະຕັ້ງຄວາມພຽນຫຼາຍຂຶ້ນທໍ່ນັ້ນ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໓໗

ບຸບພະພາກແຫ່ງການຕັ້ງຄວາມພຽນ ເພື່ອຄວາມດັບສິ້ນອາສະວະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ