ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ເຮົາປະຕິບັຕແລ້ວດັ່ງນີ້ ເພື່ອລະເສຍ ເພື່ອຕັດຂາດເສຍ ຊຶ່ງສັນໂຍຊນ໌ອັນເປັນເຫຕໃຫ້ເຮົາເຮັດປານາຕິບາຕ. ອີກຢ່າງໜຶ່ງ ເມື່ອເຮົາປະກອບກັມອັນເປັນປານາຕິບາຕຢູ່ ແມ່ນວ່າເຮົາເອງກໍຕໍານິຕົນເອງໄດ້ ເພາະປານາຕິບາຕເປັນປັຈຈັຍ, ວິນຍູຊົນໃຄ່ຄວນແລ້ວກໍຕິຕຽນເຮົາໄດ້ ເພາະປານາຕິບາຕເປັນປັຈຈັຍ, ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ທຸຄະຕິກໍຫວັງໄດ້ ເພາະປານາຕິບາຕເປັນປັຈຈັຍ.

ປານາຕິບາຕນັ້ນແຫຼະເປັນສັນໂຍຊນ໌ ປານາຕິບາຕນັ້ນແຫຼະເປັນນິວອຣ. ອີກຢ່າງ

ໜຶ່ງ ອາສະວະເຫຼົ່າໃດ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນ ແລະຮ້ອນຮົນເກີດຂຶ້ນເພາະ

ປານາຕິບາຕເປັນປັຈຈັຍ ; ເມື່ອເວັ້ນຂາດຈາກປານາຕິບາຕເສຍແລ້ວ ອາສະວະ

ອັນເປັນເຄື່ອງກໍ່ຄວາມຄັບແຄ້ນ ແລະຮ້ອນຮົນເຊັ່ນນັ້ນເຫຼົ່ານັ້ນ ຍ່ອມບໍ່ມີ. ດັ່ງນັ້ນ ຕ້ອງອາໄສກັມ ອັນບໍ່ເປັນປານາຕິບາຕ ລະກັມອັນເປັນປານາຕິບາຕເສຍ, ດັ່ງນີ້.

(ສໍາລັບຫົວຂໍ້ທັມມະທີ່ວ່າ ອາໄສການຖືເອົາແຕ່ສິ່ງທີ່ເຂົາໃຫ້ ລະອະທິນນາທານເສຍ ກໍດີ, ອາໄສສັຈຈະວາຈາ ລະມຸສາວາດເສຍ ກໍດີ, ອາໄສອະປິສຸນະວາຈາ ລະປິສຸນະວາຈາເສຍ ກໍດີ, ອາໄສອະຄິດດິໂລພະ ລະຄິດດິໂລພະເສຍ ກໍດີ, ອາໄສອະນິນທາໂທສະ ລະນິນທາໂທສະເສຍ ກໍດີ, ອາໄສອະໂກດຸປາຢາສະ ລະໂກດຸປາຢາສະເສຍ ກໍດີ, ລະອະນະຕິມານະ ລະອະຕິມານະເສຍ ກໍດີ ຊຶ່ງມີຄໍາແປ ແລະ ຄວາມໝາຍດັ່ງທີ່ກ່າວແລ້ວເບື້ອງຕົ້ນ ກໍໄດ້ຊົງອະທິບາຍດ້ວຍຂໍ້ຄວາມແບບດຽວກັນກັບ ຄໍາອະທິບາຍຫົວຂໍ້ທັມມະທີ່ວ່າ “ອາໄສອະປານາຕິບາຕ ລະປານາ

ຕິບາຕເສຍ” ດັ່ງທີ່ກ່າວແລ້ວຂ້າງເທິງນີ້ ; ຄື ອະຣິຍະສາວົກພິຈາຣະນາເຫັນວ່າ ມີສັນໂຍຊນ໌ເປັນເຫຕໃຫ້ເຮັດ ເມື່ອເຮັດແລ້ວຕົນເອງກໍຕໍານິຕົນເອງໄດ້ ຜູ່ຮູ້ໃຄ່ຄວນກໍຕິຕຽນໄດ້ ຕາຍແລ້ວໄປສູ່

ທຸຄະຕິ ຈຶ່ງຈັດການເຮັດນັ້ນໆວ່າ ເປັນສັນໂຍຊນ໌ ເປັນນິວອຣ ເມື່ອລະການເຮັດນັ້ນໆເສຍ ກໍບໍ່ມີອາສະວະອັນເປັນເຄື່ອງຄັບແຄ້ນເດືອດຮ້ອນ (ລະດັບນັ້ນ) ອີກຕໍ່ໄປ ; ແລ້ວໄດ້ຕຣັດຂໍ້ຄວາມນີ້ສືບຕໍ່ໄປວ່າ :

ຄະຫະບໍດີ ! ທັມທັງຫຼາຍ ໘ ປະການເຫຼົ່ານີ້ (ອັນເຮົາກ່າວແລ້ວແມ່ນວ່າດັ່ງນີ້ ກໍຍັງ

ເປັນການ) ກ່າວແລ້ວໂດຍສັງເຂບ ບໍ່ໄດ້ຈໍາແນກໂດຍພິສະດານ (ແມ່ນຈະ) ເປັນໄປເພື່ອການຕັດຂາດໂວຫາຣ (ການລົງທຶນເພື່ອກໍາໄລ) ໃນອະຣິຍະວິນັຍກໍຈິງ

໑໑໑໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ແຕ່ຍັງບໍ່ໄດ້ເປັນການຕັດຂາດ ຊຶ່ງໂວຫາຣກັມນັ້ນໆທັງໝົດທັງສິ້ນ ໂດຍປະການທັງປວງໃນອະຣິຍະວິນັຍນີ້ ກ່ອນ.

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍພຣະຜູ່ມີພຣະພາຄເຈົ້າ ຈົ່ງຊົງສະແດງທັມອັນເປັນການຕັດຂາດຊຶ່ງໂວຫາຣ ກັມນັ້ນໆທັງໝົດທັງສິ້ນ ໂດຍປະການທັງປວງໃນອະຣິຍະວິນັຍແກ່ຂ້ານ້ອຍເຖີ້ນ”

ຄະຫະບໍດີ ! ຖ້າເຊັ່ນນັ້ນທ່ານຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ.

(ຕໍ່ຈາກນີ້ ພຣະຜູ່ມີພຣະພາຄໄດ້ຕຣັດເຖິງ ກາມ ແລະ ໂທດອັນໂຫດຮ້າຍຂອງກາມ ຊຶ່ງປຽບ ດ້ວຍທ່ອນກະດູກ ບໍ່ສາມາດຕອບແທນຄວາມຫິວຂອງໝາຫິວ ຕ່ອນຊີ້ນໃນປາກນົກມີນົກໂຕອື່ນຍາດ ຈູດທວນໄຟຖືທວນລົມ ຂຸມຖ່ານໄຟອັນອັນເປັນຕາຢ້ານ ຂອງໃນຝັນຊຶ່ງຕື່ນແລ້ວກໍຫາຍໄປ ຂອງຢືມຊຶ່ງຕ້ອງຄືນເຈົ້າຂອງ ແລະປຽບດ້ວຍໝາກໄມ້ທີ່ສຸກແລ້ວ ຍ່ອມຂ້າຕົ້ນຂອງມັນເອງ (ມີລາຍລະອຽດຫາເບິ່ງໄດ້ຈາກໜ້າ ໓໐໐ ໃນໜັງສືເຫຼັ້ມນີ້ ໂດຍຫົວຂໍ້ວ່າ “ກາມປຽບດ້ວຍທ່ອນກະດູກ” ເປັນຕົ້ນໄປ) ອັນອະຣິຍະສາວົກ ໃຄ່ຄວນເຫັນໂທດ ທຸກຂ໌ ອຸປາຍາສະອັນຍິ່ງ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງ ແລ້ວລະອຸເປກຂາມີອາຣົມຕ່າງໆເສຍໄດ້ ແລ້ວຈະເຣີນ

ອຸເປກຂາມີອາຣົມດຽວ ອັນເປັນບ່ອນດັບອຸປາທານໃນໂລກາມິສ ໂດຍບໍ່ມີສ່ວນເຫຼືອ.

ອະຣິຍະສາວົກນັ້ນ ອາໄສສະຕິອັນບໍຣິສຸດເພາະອຸເປກຂາ ມີອາຣົມອັນດຽວອັນບໍ່ມີອື່ນຍິ່ງກວ່ານີ້ແລ້ວ ລະລຶກໄດ້ຊຶ່ງ ປຸບເພນິວາສານຸສສະຕິຍານ ມີຍານມີຢ່າງເປັນອະເນກ ແລະ ມີຈັກຂຸທິບ ເຫັນສັຕຈຸຕິ ແລະອຸບັຕໄປຕາມກັມຂອງຕົນ ແລະໃນທີ່ສຸດ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນບໍ່ມີອາສະວະ ໃນທິຕຖະທັມ ດ້ວຍປັນຍາອັນຍິ່ງເອງ ແລ້ວແລຢູ່ ; ແລ້ວຕຣັດຕໍ່ໄປວ່າ :

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ